ພິທິຈັດຂຶ້ນໃນວັນພະຫັດ, ວັນທີ 10/09/2020, ທີ່: ທະນາຄານພັດທະນາລາວ ສໍານັກງານໃຫຍ່ ໂດຍການເປັນປະທານຂອງ: ທ່ານ ປອ ອາຄົມ ປຣະເສີດ, ຜູ້ອໍານວຍການໃຫຍ່ ທພລ ແລະ ທ່ານ ນາງ ຂັນທະນີ ສຸທໍາມະວົງ, ຮອງປະທານສະພາບໍລິຫານ ສະມາຄົມການເງິນຈຸລະພາກ.
ໃຫ້ກຽດລົງນາມໃນສັນຍາແມ່ນ:
– ທ່ານ ນ. ປະມວນ ເພັດທານີ ຜູ້ອໍານວຍການ ສະມາຄົມການເງິນຈຸລະພາກ
– ທ່ານ ນ. ພອນສຸດາ ອວງຈະເລີນ, ຜູ້ອຳນວຍການ ສະຖາບັນການເງິນຈຸລະພາກທີ່ບໍ່ຮັບເງິນຝາກ ສະເຫຼີມສຸກ
– ທ່ານ ຄໍາພັນ ຊະນະພັນ, ປະທານສະພາບໍລິຫານ ສະຖາບັນການເງິນຈຸລະພາກທີ່ບໍ່ຮັບເງິນຝາກ ສະສົມຊັບ
– ທ່ານ ອຸເປກຂາ ບຸດທະລາດ, ຮອງຜູ້ອຳນວຍການ ສະຖາບັນການເງິນຈຸລະພາກທີ່ບໍ່ຮັບເງິນຝາກເພື່ອການພັດທະນາ ແລະ ສົ່ງເສີມທຸລະກິດ
– ທ່ານ ທິລະພົນ ໂກສີພັນ, ຜູ້ອຳນວຍການ ສະຖາບັນການເງິນຈຸລະພາກທີ່ຮັບເງິນຝາກ ດອກຄູນ ຈຳກັດ
– ທ່ານ ແກ້ວປະເສີດ ສີໄຊ, ຜູ້ອຳນວຍການ ສະຖາບັນການເງິນຈຸລະພາກທີ່ບໍ່ຮັບເງິນຝາກ ໄຊທານີ
– ທ່ານ ວິລະກອນ ຈັນທະວົງສາ, ຜູ້ອຳນວຍການ ສະຖາບັນການເງິນຈຸລະພາກທີ່ບໍ່ຮັບເງິນຝາກ ແອວເອທີ
– ທ່ານ ນ. ຂັນສະແຫວງ ພິມມະສອນ, ຜູ້ອຳນວຍການ ສະຖາບັນການເງິນຈຸລະພາກທີ່ບໍ່ຮັບເງິນຝາກ ໄພສານລ້ານຊ້າງ
ໂດຍການເຂົ້າຮ່ວມເປັນສັກຂີພະຍານ ທ່ານ ພັນທະບູນ ໄຊຍະເພັດ ຮອງຫົວໜ້າກົມຄຸ້ມຄອງສະຖາບັນການເງິນ – ທະນາຄານແຫ່ງ ສປປລາວ, ຕາງຫນ້າຈາກກົໃຄຸ້ມຄອງທະນາຄານທຸລະກິດ, ພ້ອມດ້ວຍຄະນະບໍລິຫານງານຂອງທັງ 02 ຝ່າຍ.
ຈຸດປະສົງແມ່ນເພື່ອເປັນການນໍາເອົາເຕັກໂນໂລຢີທີ່ທັນສະໄໝເຂົ້າມາປະກອບສ່ວນໜູນໃຊ້ໃນວຽກງານຄຸ້ມຄອງພະນັກງານ, ການຊໍາລະຄ່າງວດສິນເຊື່ອສໍາລັບລູກຄ້າຂອງສະຖາບັນການເງິນຈຸລະພາກ, ການໃຫ້ບໍລິການ ຝາກ/ຖອນ ໃຫ້ລູກຄ້າຂອງທະນາຄານພັດທະນາລາວ, ແນ່ໃສ່ເພື່ອສ້າງຄວາມສະດວກສະບາຍໃຫ້ແກ່ພະນັກງານ ແລະ ລູກຄ້າຂອງ 02 ຝ່າຍ ໃຫ້ສາມາດດໍາເນີນທຸລະກິດທາງດ້ານການເງິນໄດ້ສະດວກ, ພ້ອມທັງຍັງເປັນການກະຕຸ້ນລູກຄ້າໃຫ້ເຂົ້າມາໃຊ້ບໍລິການຫຼາຍຂຶ້ນ.