ສະມາຄົມການເງິນຈຸລະພາກລາວ – ສມກຈ

Lao Microfinance Association – LMFA

ຝຶກອົບຮົມທີ່ວັງວຽງ

ສມກຈ ໃຫ້ຄວາມຮູ້ທາງ ດ້ານການເງິນ ແລະ ການວາງແຜນທຸລະກິດ/ການຕະຫຼາດໃຫ້ແກ່ລູກຄ້າຂອງ ສກຈບ ສະເຫຼີມສູກ. ເພື່ອເປັນການສະໜອງການບໍລິການທາງດ້ານການເງິນ ແບບຄົບວົງຈອນຂອງສະມາຊິກ ສກຈ, ສມກຈ ໂດຍການຮ່ວມມື ກັບ ທຫລ ໄດ້ ອອກແບບ ຝຶກອົບຮົມ ປະຊາສຶກສາທາງດ້ານການເງິນ ແລະ ວາງແຜນທຸລະກິດ/ການຕະຫຼາດ ສໍາລັບທຸລະກິດຂະໜາດຄອບຄົວ ໃຫ້ແກ່ລູກຄ້າຂອງ ສະຖາບັນການເງິນຈຸລະພາກ. ໂດຍໄດ້ຮັບທຶນສະໜັບສະໜູນຈາກ ອົງການ ADA, GIZ-AFP ແລະ ໂຄງການ MAFIPP/FIF. ການຝຶກອົບຮົມໃຫ້ລູກຄ້າຂອງ ສກຈ ນີ້ ແມ່ນເປັນໂຄງການ ເລິ່ມຕົ້ນ ກັບ 8 ສະຖາບັນ (ສກຈບ ພັດທະນາອຸດົມໄຊ, ຊ່ວຍກັນພັດທະນາ, ໄຊນິຍົມ, ທະວິໂຊກ ແລະ ສະເຫຼີມສຸກ, ສກຈຮ ເພື່ອການພັດທະນາຜົ້ງສາລີ, ປະຕູຄຳ ແລະ ດອກຄູນ). ຈຸດປະສົງ ແມ່ນເພື່ອເປັນການສ້າງຄວາມເຂັ້ມແຂງໃນການວາງແຜນທຸລະກິດໃຫ້ກັບທຸລະກິດຂະໜາດຄອບຄົວທີ່ເປັນລູກຄ້າ ຂອງ ສກຈ, ເພື່ອເສີມສ້າງ ຜູ້ປະກອບການ ໃຫ້ມີຄວາມສາມາດໃນການຜະລິດ ແລະ ການຂາຍທີ່ດີຂື້ນ, ສົ່ງເສີມໃຫ້ ສກຈ ມີຄວາມເຂັ້ມແຂງຂະຫຍາຍຕະຫຼາດ ແລະ ທັງເປັນການເສີມສ້າງ ຄວາມອາດສາມາດຂອງພະນັກງານ-ໂດຍສະເພາະພະນັກງານສິນເຊື່ອ ຂອງ ສກຈ ໃຫ້ຮູ້ກ່ຽວກັບປະຊາສຶກສາທາງດ້ານການເງິນ ແລະ ການວາງແຜນທຸລະກິດ/ການຕະຫຼາດໃຫ້ຫຼາຍຂຶ້ນ ແລະ ສ້າງໃຫ້ ພະນັກງານສິນເຊື່ອ ຂອງ 8 ສະຖາບັນ ເປັນຄູຝຶກ ໃຫ້ໄດ້ ຈໍານວນ 40 ທ່ານ, ມີຜູ້ເຂົ້າຮ່ວມໃຫ້ໄດ້ຢ່າງໜ້ອຍ 800 ຄົນ ແລະ ສາມາດເຂົ້າເຖິງລູກຄ້າໃໝ່ໃຫ້ໄດ້ ຢ່າໜ້ອຍ 1,000 ຄົນ ພາຍໃນ ປີ 2017. ການຝຶກອົບຮົມ ສຳລັບ ສກຈບ ສະເຫຼີມສຸກ ນີ້ ແມ່ນຄັ້ງທີ 7, ຈັດລະຫວ່າງວັນທີ 3-4 ສິງຫາ ທີ່ເມືອງວັງວຽງ, ແຂວງວຽງຈັນ ໂດຍ ໃຫ້ກຽດເປັນປະທານໃນພິທີເປີດໂດຍແມ່ນ ທ່ານ ປອ. ອາຄົມ ປຣະເສີດ ຫົວໜ້າກົມຄຸ້ມຄອງສະຖາບັນການເງິນ, ທະນາຄານແຫ່ງ ສປປ ລາວ ແລະ ທ່ານ ສາ ສີລີພົງ, ຮອງຫົວໜ້າກົມສົ່ງເສີມ ທຸລະກີດຂະໜາດນ້ອຍ ແລະ ກາງ. ມີຜູ້ເຂົ້າຮ່ວມຝຶກອົບຮົມທີ່ມາຈາກຫຼາກຫຼາຍອາຊີບທີ່ເປັນລູກຄ້າຂອງ ສກຈບ ສະເຫຼີມສຸກ ເຂົ້າຮ່ວມທັງໝົດ 18 ຄົນ, ພະນັກງານ ສຶນເຊື່ອ ຂອງສະຖາບັນ 4 ທ່ານ ແລະ ຄະນະອໍານວຍການ ນໍາທີມ ໂດຍ ຜູ້ອຳນວຍການ ຂອງ ສະຖາບັນ ນາງ ພອນສູດາ ອ່ວງຈະເລີນ. ຄູຝຶກ ໃນການຝຶກອົບຮົມຄັ້ງນີ້ ແມ່ນ ມາຈາກສະມາຄົມການເງິນຈຸລະພາກ ເອງ ນຳທິມ ໂດຍ ອາຈານ ປະມວນ ເພັດທານີ, ຜູ້ອຳນວຍການສະມາຄົມ ການເງິນຈຸລະພາກ ທີ່ໄດ້ຮັບການຢັ້ງຢືນເປັນຄູຝຶກ ຈາກການຝຶກອົບຮົມຄູຝຶກທີ່ຈັດຕັ້ງ ແລະ ຮ່ວມມືລະຫວ່າງ ສະມາຄົມການເງິນຈຸລະພາກ, ກົມສົ່ງເສີມວິສາຫະກິດຂະໜາດນ້ອຍ ແລະ ກາງ, ກະຊວງອຸດສາຫະກໍາ-ການຄ້າ, ອົງກອນ ຮ່ວມມືລາວ – ເຢຍລະມັນ GIZ-AFP ແລະ ກົມຄຸ້ມຄອງສະຖາບັນການເງິນ, ທະນາຄານແຫ່ງ ສປປ ລາວ. ສໍາລັບຂໍ້ມູນເພີ່ມເຕີມ ກະລຸນາຕິດຕໍ່ ສະມາຄົມການເງິນຈຸລະພາກ (ສມກຈ) ທີ່ເບີ 021 226018, 030 948 1265 ຫຼື mfa@laomfa.local, ເວັບໄຊສ໌ www.laomfa.local