ສະມາຄົມການເງິນຈຸລະພາກລາວ – ສມກຈ

Lao Microfinance Association – LMFA

ກອງປະຊຸມ ສໍາມະນາ ການເງິນ ເພື່ອການກະສິກຳ ກໍາລັງຈະຈັດຂຶ້ນ ທີ່ນະ​ຄອນ​ຫຼວງວຽງ​ຈັນ, ລະຫວ່າງວັນທີ 24-28 ເມສາ 2017 ນີ້

ລາຍ​ລະ​ອຽດ ກອງປະຊຸມ ສໍາມະນາ ສາມາດກົດອ່ານໄດ້ທີ່ນີ້

ການລົງທະບຽນ

ຈຳນວນທີ່ນັ່ງມີຈຳກັດ ສາມາດຮອງຮັບໄດ້ພຽງແຕ່ 25 ທ່ານເທົ່ານັ້ນ.

  • ລົງ​ທະ​ບຽນ​​ກ່ອນ​ມີ​ໂອ​ກາດ​ກ່ອນ ກະ​ລຸ​ນາ​ລົງທະ​ບຽນຕາມ​ແບບ​ຟອມ​ສະ​ໝັກ ດາວໂຫລດທີ່​ນີ້
  • ຜູ້ເຂົ້າຮ່ວມຕ້ອງໄດ້ລົງທະບຽນ 500 USD (ລວມພາສີ). ຄ່າໃຊ້​ຈ່າຍນີ້ລວມ​ມີຄ່າໃຊ້ຈ່າຍທີ່ກ່ຽວຂ້ອງດັ່ງ​ນີ້: ຄ່າໃຊ້ຈ່າຍຕ່າງໆທີ່ກ່ຽວຂ້ອງກັບ​ ການປະຊຸມ ສໍາມະນາ, ທີ່ພັກ (ນອນ ແລະ ອາຫານເຊົ້າ ແຕ່​ວັນ​ທີ 23-28 ເມສາ 2017 ທີ່ ໂຮງ​ແຮມ​ວຽງ​ຈັນ ຄຼາວ​ພາ​ຊາ (Crowne Plaza Vientiane)), ອາຫານທ່ຽງສຳ​ລັບມື້ຝຶກອົບຮົມ, ລວມ​ທັງພາເຂົ້າສາມັກຄີຕ້ອນຮັບ 1 ຄັ້ງ.ຄ່າລົງທະບຽນນີ້ບໍ່ໄດ້ລວມຄ່າໃຊ້ຈ່າຍໃນການເດີນທາງ ແລະ ຄ່າໃຊ້ຈ່າຍສ່ວນບຸກຄົນ (ຄ່າໂທລະສັບ, ມິ​ນີິບາ, ​ອາ​ຫານຄໍ່າ, ຄ່າ​ຮັບ​ສົ່ງ ສະຫນາມບິນໄຕ).

    ຄ່າ​ລົງທະບຽນແມ່ນ​ຈະ​ຈ່າຍ​ໃຫ້ ກັບ​ອົງ​ການ ADA and FAO.

  • ກະລຸນາຄັດຕິດສຳເນົາ ຂໍ້ມູນ ທາງດ້ານການເງິນຂອງ ສກຈ ທ່ານ ຕາມແບບຟອມ (MFI Factsheet) ຄັ້ງຫຼ້າສຸດ ແລະ ບົດລານງານປະຈຳປີຜ່ານມາ ຂອງສະຖາບັນທ່ານ ມາພ້ອມ.  ດາວ​ໂຫຼດ​ຂໍ້​ມູນ​ ຫຼື ແບບ​ຟອມບົດລາຍງານການດໍາເນີນງານທາງດ້ານການເງິນຂອງ ສກຈ (MFI factsheet), ໄດ້​ທີ່​ເວບ​ໄຊ http://www.microfact.org/microfinance-tools/mfi-factsheetຜູ້​ເຂົ້າ​ຮ່ວມ​ທັງ​ໝົດ ​ຕ້ອງ​ໄດ້​ຕື່ມຂໍ້​ມູນ​ໃສ່​ແບບ​ຟອມ​ດັ່ງກ່າວ ເພື່ອຈະໄດ້ຮັບການ​ພິ​ຈາ​ລະ​ນາ.
  • ແບບຟອມສະໝັກຄວນ​​ຕື່ມ​ໃຫ້​ສຳ​ເລັດ​ຄົບ​ຖວນກ່ອນ ແລະ ສົ່ງ​ພ້ອມ​ເອ​ກະ​ສານ​ທີ່ກ່ຽວ​ຂອງ ໃຫ້​ກັບ ນາງ ຊ​າ​ວະນາ ໂພ​ທິ​ລາດ, ສະ​ມາ​ຄົມ​ການ​ເງິນ​ຈຸ​ລະ​ພາກ, savana@laomfa.local, ​ກ່ອນ ​ວັນ​ທີ 24 ມີນາ 2017.

ປະຫວັດຫຍໍ້ຂອງບັນດາທ່ານຄູຝຶ

ທ່ານ ອາໂກເສເບນີ (A’kos Szebeni) ເປັນທີ່ປຶກສາການເງິນ ໃຫ້ກັບສູນການລົງທຶນ ແລະ ທີມງານການເງິນພັດທະນາຊົນນະບົດ ຂອງອົງການອາຫານ ແລະ ກະສິກຳ (FAO) ສະ​ຫະ​ປະ​ຊາ​ຊາດ ຊຶ່ງ ​​ຮັບ​ຜິດ​ຊອບ ໃນ​ການ​ຊ່ວຍ​ເຫຼືອ​ດ້ານ​ວິ​ຊາ​ການ ໃຫ້ກັບບັນ​ດາ​ລັດ ​ທີ່​ເປັນ​ສະ​ມາ​ຊິກ​ຂອງ​ອົງ​ກອນ ແລະ ໂຄງການພາກສະຫນາມເພື່ອສົ່ງເສີມການບໍລິການແບບຄົບວົງຈອນໃຫ້ຊົນນະບົດ, ການລົງທຶນ ແລະ ການຄຸ້ມຄອງຄວາມສ່ຽງ, ພ້ອມດຽວກັນນັ້ນກໍ່​ໄດ້ພັດທະນາ​​ຄວາມ​ຫຼາກ​ຫຼາຍ ແລະ ຜັນຂະຫຍາຍເຄື່ອງມື​ຄ້ຳ​ປະ​ກັນ​ສິນເຊື່ອດ້ານກະສິກໍາ. ກ່ອນທີ່ຈະມາ​ເຮັດວຽກຮ່ວມ​ກັບອົງ​ການ FAO, ​ທ່ານ​ ເສ​ເບ​ນີ ໄດ້ມີສ່ວນຮ່ວມໃນການຄົ້ນຄົ້ວາວິ​ໄຈ​ດ້ານວິທີການໃຫມ່ໆ ເພື່ອປັບປຸງການເຂົ້າເຖິງແຫຼ່ງ​ທຶນ ແລະ ການລົງທຶນສໍາລັບ ​ວິ​ສາຫະ​ກິດ ຂະ​ໜາດນ້ອຍ ແລະ ກາງ (MSMEs) ໃນຂົງ​ເຂດເສດຖະກິດທີ່​ເກີດ​ຂຶ້ນ​ໃໝ່, ​ເປັນນັກຄົ້ນຄວ້າວິ​ໄຈ ໃຫ້​ກັບ​ບໍ​ລິ​​ສັດ ການ​ຕະ​ຫຼາດ​ເງິ​ນ​ທຶນ ແລະ ການ​ເງິນ​ຈຸລະ​ພາກ. ​ຜ່ານ​ມາ, ​ທ່ານ ເສເບນີ ໄດ້​ ໃຫ້ຄໍາປຶກສາດ້ານ​ການ​ບໍ​ລິຫານ, ວິຊາການ ແລະ ມີ​ບົດ​ບາດດ້ານການວິເຄາະ ກັບ​ບັນ​ດາສະຖາບັນການເງິນລະດັບໂລກເຊັ່ນ ກຸ່ມສະ​ຖາ​ບັນຊີ​ຕີ (Citigroup), ພ້ອມ​ດຽວ​ກັນ​ນັ້ນ ທ່ານ ກໍ່​ໄດ້​ເຮັດ​ວຽກ​​ກັບ​ບໍ​ລິ​ສັດ ການ​ລົງ​ທຶນ​ບູ​ຕິກ ​ຊຶ່ງຮັບ​ຜິດ​ຊອບ ດ້ານ​ການ​ສົ່ງ​ເສີມ​ຄວາມ​ຫຼາກຫຼາຍຂອງ​ການ​ຄ້ຳ​ປະ​ກັນ​ສິນ​ເຊື່ອ; ​ການ​ວິ​ເຄາະ​ສິນ​ເຊື່ອ ແລະ ການ​ເງິນ; ການ​ປະ​ເມີນ​ຕະ​ຫຼາດ; ​ການ​ພັດ​ທະ​ນາ​ຜະ​ລິດ​ຕະ​ພັນ; ​ການ​ລະ​ດົມ​ທຶນ; ​ການ​ລວມ​​​ຕົວ​ຂອງ​ກຸ່ມ​ສະ​ຖາ​ບັນ​ ​ເພື່ອ​ສ້າງ​ຄວາມ​ອາດ​ສາ​ມາດ​ໃນ​ການ​​ແຂ່ງ​ຂັນ; ແລະ ການ​ເຄື່ອນ​ໄຫວ​ກິດ​ຈະ​ກຳ​ທາງດ້ານ​ເງິນ​ທຶນ​ພາກ​ເອ​ກະ​ຊົນ​ ໃຫ້​ກັບ​ຈຸນລະ​ວິ​ສາ​ຫະ​ກິດ, ​ວິ​ສາຫະ​ກິດ ຂະ​ໜາດນ້ອຍ ແລະ ກາງ (MSMEs) ທີ່​ເກີດ​ຂຶ້ນໃໝ່​ໃນທົ່ວ​ໂລກ. ​ຜົນ​ງານ ແລະ ປະ​ສົບ​ການ ໂດຍ​ພື້ນ​ຖານ​​ ແມ່ນຈະ​ເນັ້ນ​ໜັກ ໃສ່ຂົງ​ເຂດ ອາ​ຊີ ແລະ ອາ​ຝ​ຣິກ​ກາ, ແລະ ມີ​ປະ​ສົບ​ການ ຢູ່ປະ​ເທດ ອີ​ຍິບ, ການ​ນາ, ເຄັນ​ຢ່າ, ເລ​ບາ​ນອນ, ປາ​ກິດ​ສະ​ຖານ, ຕານ​ຊ່າ​ເນ່ຍ, ໄທ, ຢູ່​ກັນ​ດາ, ຊິ​ມ​ບາບ​ວີ ແລະ ບັນ​ດາ​ປະ​ເທດ​ອື່ນໆ ທີ່​ຢູ່​ໃນ​ຂົງ​​ເຂດອາ​ຊີ ແລະ ອາ​ຝ​ຣິກ​ກາ (Egypt, Ghana, Kenya, Lebanon, Pakistan, Tanzania, Thailand, Uganda and Zimbabwe, among others). ​ທ່ານ ເສ​ເບ​ນີ (Mr. Szebeni) ສຳ​ເລັດ ປະ​ລິ​ນຍາ​ໂທ ດ້ານ​ເສດ​ຖະ​ກິດ​ເພື່ອ​ການ​ພັດ​ທະ​ນາ ຈາກ​ມະ​ຫາ​ໄລ​ໂຣມ (University of Rome), ເປັນ​ຜູ້​ສະ​ໝັກ​ ທີ່​ຢູ່ໃນ​ໂຄງ​ການວິ​ເຄາະ​ການ​​ເງິນ​ທີ່​ໄດ້​ຮັບ​ຮອງ​ຈາກ ສະ​ຖາ​ບັນ CFA ທີ່​ປະ​ເທດ​ອາ​ເມ​ລິ​ກາ,  ແລະ ເປັນ​ສະ​ມາ​ຊິກ​ຂອງຂະ​ນະ ຢູ່​ສະ​ຖາ​ບັນ​ເບົາ​ເດີ ກ່ຽວ​ກັບໂຄງ​ການສະ​ຖາ​ບັນ​ການ​ເງິນ​ຈຸນ​ລະ​ພາກ ແລະ ​ ​ການ​ເງິນ​ດ້ານກະ​ສິ​ກຳ (RAFP).

ທ່ານ ນິກລາ (Niclas Benni) ເປັນທີ່ປຶກສາ ໃຫ້ກັບທີມງານກາເງິນຊົນນະບົດ ຂອງອົງການ ອາຫານ ແລະ ກະສິກຳ ຂອງສະຫະປະຊາດ (FAO), ໜ້າ​ວຽກ​ ຫຼື ປະ​ສົບ​ການສ່ວນ​ໃຫ​ຍ່ ແມ່ນ​ເຮັດ​ ກ່ຽວ​ກັບ​ການ​ສ້າງຄວາມ​ອາດ​​ສາ​ມາດ, ຊ່ວຍ​ເຫຼືອ​ທາງ​ດ້ານ​ວິ​ຊາ​ການ ໃຫ້​ກັບ​ໂຄງ​ການ​ພາກ​ສະ​ໜາມ ແລະ ເຮັດ​ການ​ຄົ້ນ​ຄວ້າວິ​ໄຈ ກ່ຽວ​ຂອງກັບ ​ການ​ເງິນ ແລະ ການ​ລົງ​ທຶນ​ເຂດ​ຊົນນະ​ບົດ. ກ່ອນທີ່ຈະເຂົ້າຮ່ວມ​ເຮັດ​ວຽກ​ກັບ ອົງ​ການ FAO, ທ່ານໄດ້ເຮັດວຽກກັບ​ອົງການ ກອງທຶນສາກົນເພື່ອການພັດທະນາກະສິກໍາ (IFAD), ຊຶ່ງ ທ່ານໄດ້​ເນັ້ນ​ໃສ່ ການສ້າງຄູ່​ຮ່ວມ​ງານ ແລະ ຮ່ວມມື ກັບພາກເອກະຊົນ ໃຫ້​ກັບໂຄງການສະຫນອງເງິນ​ທຶນຮ່ວມ ​ເພື່ອການ​ພັດ​ທະ​ນາໃນເຂດຊົນນະບົດ. ທີ່​ຜ່ານ​ມາ ທີ່​ປຶກ​ສາໄດ້ເຮັດວຽກຢ່າງກວ້າງຂວາງກ່ຽວກັບໂຄງການພັດທະນາຊຸມຊົນສໍາລັບຊາວອົບພະຍົບຢູ່ໃນເລບານອນ ແລະ ມາເລເຊຍ, ກັບອົງການ NGO ມະນຸດສະທໍາ ແລະ ກໍາມະການສະຫະປະຊາຊາດສໍາລັບຊາວອົບພະຍົບ (UNHCR), ເຊັ່ນດຽວກັນນັ້ນ ໄດ້​ເຮັດ​ງານ​ ຄົ້ນຄວ້າວິ​ໄຈກ່ຽວກັບຜົນກະທົບ ຈາກວິກິດຂອງຊາວອົບພະຍົບ ຕໍ່​ກັບເສດຖະກິດ​ຂອງປະເທດ.

 

ທ່ານ ນາງ ເລຍ Léa Merino ປະ​ຈຸ​ບັນ​ໄດ້​ເຮັດ​ວຽກ​ ເປັນ​ພະ​ນັກ​ງານຮັບ​ຜິດ​ຊອບ​ໂຄງການ​ອາ​ວຸ​ໂສ​ຂອງ ​ອົງການ ADA ເພື່ອ​ສະ​ໜັບ​ສະ​ໜູນ ດ້ານ​ວິ​ຊາ​ການ ໃຫ້​ກັບ​ໜ່ວຍ​ງານ ສະ​ຖາ​ບັນ​ການ​ເງິນ​ຈຸ​ລະ​ພາກ. ທ່ານ ໄດ້​ຮັບ​ຜິດ​ຊອບ ການ​ຈັດ​ຕັ້ງ​ປະ​ຕິ​ບັດ ແລະ ພັດ​ທະ​ນາ​ແຜນ​ງານ ຊ່ວຍທາງ​ດ້ານ​ວິ​ຊາ​ການ ໃຫ້ສະຖາບັນການເງິນຈຸລະພາກ. ທ່ານ ໄດ້ມີສ່ວນຮ່ວມກັບຫຼາຍໂຄງການໂດຍສະເພາະເຊັ່ນ: ການບໍລິຫານຄວາມສ່ຽງ, ການປົກຄອງ ແລະ ການເງິນກະສິ​ກຳ. ດ້ວຍ​ເຫດ​ນັ້ນ, ທ່ານ ໄດ້ປະສານງານໂຄງການທາງດ້ານການເງິນກະສິກໍາ ເພື່ອ​ແນ​ໃສ່ ໃນ​ການສະຫນັບສະຫນູນສະຖາບັນການເງິນ, ​ໄດ້ມີ​ຄວາມມຸ່ງຫມັ້ນທີ່ຈະພັດທະນາວິ​ທີແກ້ໄຂບັນ​ຫາ​ໃຫ້​ກັບ​ພາກ​ສ່ວນ​ທີ່​ກ່ຽວ​ຂ້ອງຫຼັກຢູ່​ໃນລະບົບຕ່ອງໂສ້ມູນ​ຄ່າ​ເພີ້ມດ້ານກະສິກໍາ, ຜັນ​ຂະ​ຫ​ຍາຍຜະລິດຕະພັນທີ່ແທ້ຈິງຂອງເຂົາເຈົ້າ.

​ທ່ານນາງ ເລຍ Léa ຈົບ​ປະ​ລິນ​ຍາ​ໂທ ດ້ານກະສິກໍາ ແລະ ອຸດ​ສາ​ກະ​ກຳ, ພ້ອມນັ້ນ​ຍັງມີປະສົບການດ້ານວິຊາການ ຢູ່ພາກສະຫນາມ, ​ກັບອົງກອນ ຂອງ ຊາວກະສິກອນ ແລະ ​ຄວາມ​ຮູ້​ພື້ນ​ຖານການທະນາຄານ/ການເງິນຈຸລະພາກ. ກ່ອນ​ທີ່​ຈະ​ເຮັດ​ວຽກ​ກັບ ADA, ທ່ານນາງ Léa ​ໄດ້​ເຮັດ​ວຽກ ເປັນ​ພະ​ນັກ​ງານ​ຮັບ​ຜິດ​ຊອບ​ລູກ​ຄ້າ​ກະ​ສິ​ກຳ ຢູ່​ທະ​ນາ​ຄານ​ຝ​ຣັງ ເປັນ​ເວ​ລາ​ຫຼາຍ​ປີ ແລະ ເປັນ​ຜູ້​ຊ່ວຍ​ດ້ານ​ວິ​ຊາ​ການ ໃຫ້​ກັບ​ສະ​ຖາ​ບັນ​ການ​ເງິນ​ຈຸ​ລະ​ພາກ​ທີ່​ເກີດ​ຂື້ນ​ໃໝ່ ຢູ່​ອາ​ຝ​ຣິກ​ກາ​ເປັນ​ເວ​ລາ ກວ່າ 5 ປີ. ນອກ​ນັ້ນ ທ່ານ​ຍັງເປັນຜູ້ຊ່ວຍດ້ານວິຊາການ ໃຫ້ກັບ ທະ​ນາ​ຄານ​ກະ​ສິ​ກຳ​ແຫ່ງ​ຊາດ (BNDA) ເພື່ອ​ພັດ​ທະ​ນາ ນະ​ໂຍ​ບາຍ ແລະ ຜະ​ລິດ​ຕະ​ພັນ​ດ້ານ​ການ​ເງິນ, ກ່ຽວ​ກັບຂັ້ນ​ຕອນ ແລະ ເຄື່ອງ​ມື​ຕ່າງໆ ໃຫ້​ກັບ​ກັບ​ຊາວ​ກະ​ສິ​ກອນ.

 

ທ່ານ ກໍເທີຍຣ ເມົາເນີຣີ (Gauthier Malnoury)  ເຮັດ​ວຽກ​ກັບ ອົງການ ADA ເປັນ​ພະ​ນັກ​ງານ​ຮັບ​ຜິດ​ຊອບ​ໂຄງ​ການ ສະໜັບສະໜູນ ດ້ານວິຊາການ ໃຫ້ກັບໜ່ວຍງານ ສະຖາບັນການເງິນຈຸລະພາກ. ທ່ານ ກໍເທີຍຣ ໄດ້ມີສ່ວນໃນ​ການ​ເຮັດ​ວຽກ​ກັບ​ຫຼາຍ​ໂຄງ​ການໂດຍສະເພາະແມ່ນໃນບັນດາໂຄງການທີ່ກ່ຽວຂ້ອງກັບທາງດ້ານການເງິນກະສິ​ກຳ ນີ່ໄດ້​ເປັນພື້ນຖານ​ທີ່​ມາ​ດ້ານ​ຄວາມ​ເປັນ​ຊ່ຽວ​ຊານ​ຂອງ​ທ່ານ ກໍເທີຍຣ ເມົາເນີຣີ. ທ່ານ ກໍເທີຍຣ ແມ່ນນັກເສດຖະສາດກະສິກໍາຈົບການສຶກສາຈາກ ໂຮງ Gembloux Agro Bio Tech ແລະ Solvay Brussels (ປະ​ເທດ​ບິວ​ຍ້ຽມ). ກ​ອ່ນ​ທີ່​ຈະ​ເຮັດ​ວຽກກັບ ADA ​, ລາວ​ໄດ້​ເຮັດ​ວຽກ​ຢູ່ ອາ​ຝ​ຣິກ​າ (ຄາ​ເມີ​ຣູນ, ເບີ​ກີ​ນາ ຟາ​ໂຊ ແລະ ມາວນ) ເປັນ​ເວ​ລາ 5 ປີ ຊຶ່ງ​ເປັນ​ຜູ້​ຈັດ​ການ​ໂຄງ​ການ ແລະ ທີ່​ປຶກ​ສາ ດ້ານ​ຂະ​ແໜງ ການ​ເງິນ​ກະ​ສິ​ກຳ ແລະ ຊົນ​ນະ​ບົດ (ລະບົບຈຳນຳສິນຄ້າດ້ານກະສິກຳ/warehouse receipt system) ກັບອົງ​ການ NGO CISV ອີ​ຕາ​ລຽນ ​ແລະ ຂະ​ແໜງ​ການ ດ້ານ​ສັງ​ຄົມ ແລະ ປ່າ​ໄມ້​ຊຸມ​ຊົນ ໃຫ້ ກັບ​ອົງ​ການ NGO ຂອງ​ປະ​ເທດເບວ​ຍ້ຽມ.