ຂະແໜງການເງິນຈຸລະພາກໃນ ສປປລາວ
ການພັດທະນາວຽກງານການເງິນຈຸລະພາກໃນ ສປປ ລາວ ແມ່ນເລີ່ມມາຕັ້ງແຕ່ຕົ້ນຊຸມປີ 1990 ເມື່ອ ສປປ ລາວ ໄດ້ເປີດປະເທດ ແລະ ເລີ່ມຕົ້ນນຳໃຊ້ກົນໄກເສດຖະກິດຕະລາດ. ຂະບວນການພັດທະນາດັ່ງກ່າວແມ່ນເລີ່ມຕົ້ນມາຈາກການສະໜັບສະໜູນຂອງອົງການພັດທະນາຮ່ວມມືສອງຝ່າຍ ແລະ ຫຼາຍຝ່າຍ ທີ່ທຳການສ້າງຕັ້ງກອງທຶນສິນເຊື່ອຂັ້ນບ້ານ ແລະ ກອງທຶນໝູນວຽນ.
ສຳລັບຂະແໜງການເງິນຈຸລະພາກທີ່ເປັນທາງການ ເຊີ່ງເປັນຂະແໜງການທີ່ອ່ອນນ້ອຍກວ່າ ແລະ ນ້ອຍກວ່າຂະແໜງການເຄີ່ງທາງການ. ໃນປີ 2008, ທະນາຄານແຫ່ງ ສປປ ລາວ (BOL), ເຊີ່ງເປັນອົງການຄຸ້ມຄອງ ແລະ ອອກລະບຽບກົດໝາຍ ກ່ຽວກັບ ຂະແໜງການ ເງິນຈຸລະພາກ ໄດ້ອອກຂໍ້ກຳນົດ ເພື່ອຄຸ້ມຄອງ ສະຖາບັນການເງິນຈຸລະພາກ 3 ປະເພດ ຄື: ສກຈ ທີ່ຮັບເງິນຝາກ (DTMFIs), ສກຈ ທີ່ບໍ່ຮັບເງິນຝາກ (NDTMFIs), ແລະ ສະຫະກອນສິນເຊື່ອ & ເງິນຝາກປະຢັດ (SCUs). ມາຮອດຕອນທ້າຍຂອງປີ 2017, ໄດ້ມີ 123 ສກຈ (19 DTMFIs, 74 NDTMFIs and 30 SCUs) ທີ່ໄດ້ຮັບໃບອະນຸຍາດ ຫຼື ໄດ້ຈົດທະບຽນ ນຳທະນາຄານແຫ່ງ ສປປ ລາວ ພາຍໃຕ້ 3 ປະເພດຂອງ ສກຈ ເຫຼົ່ານີ້ ແລະ ໄດ້ໃຫ້ການບໍລິການແກ່ລູກຄ້າປະມານ 247 000 ຄົນ, ເຊີ່ງໃນນັ້ນມີລູກຄ້າຜູ້ກູ້ຢືມ ທີ່ກຳລັງເຄື່ອນໄຫວຢູ່ ຫຼາຍກວ່າ 62 000 ຄົນ, ແລະ ມີລວມຍອດເງິນກູ້ ປະມານ 88 ລ້ານໂດລາສະຫະລັດ.
ໃນກາງປີ 2016, ທະນາຄານແຫ່ງ ສປປ ລາວ ໄດ້ອອກຄຳແນະນຳ, ເລກທີ 01/ທຫລ ສໍາລັບການຈັດຕັ້ງປະຕິບັດດໍາລັດວ່າດ້ວຍສະຖາບັນການເງິນຈຸລະພາກ ເລກທີ 460/ລບ ສໍາລັບ ສກຈຮ ແລະ ສກຈບ, ສຳລັບ ສສງ ແມ່ນສືບຕໍ່ປະຕິບັດຕາມຂໍ້ກຳນົດ ເລກທີ 03. ໃນລະຫວ່າງ ປີ 2015-2017 ສະຖາບັນການເງິນຈຸລະພາກໄດ້ເກີດຂື້ນຢ່າງໄວວາ, ໂດຍສະເພາະ ສກຈບ, ອາດເນື່ອງມາຈາກທຶນຈົດທະບຽນທີ່ຕໍ່າມີພຽງແຕ່ປະມານ 25,000 US$, ດ້ວຍສະນັ້ນ ແລະ ເພື່ອຮັບປະກັນປະສິດທິພາບໃນການຄຸ້ມຄອງ, ທຫລ ຈຶ່ງອອກຄຳສັ່ງໂຈະການອອກທະບຽນຊົ່ວຄາວ ໃນວັນທີ 18 ພຶດສະພາ 2017,ຈົນກ່ວາຈະມີດຳດັດໃໝ່ອອກມາໃຊ້ໃນປີ 2019.
ເພື່ອຍົກລະດັບ ຄວາມສາມາດຂອງສະພາບໍລິຫານ ແລະ ພະນັກງານ ສກຈ, ແລະ ພະນັກງານວິຊາການຂອງ ທຫລ ໃນຂະແໜງການເງິນຈຸລະພາກ, ສະມາຄົມການເງິນຈຸລະພາກ ຮ່ວມກັບກົມຄຸ້ມຄອງສະຖາບັນການເງິນ ໄດ້ຈັດຕັ້ງປະຕິບັດ ການຮຽນການສອນ ຫຼັກສູດບໍລິຫານການເງິນຈຸລະພາກຢ່າງເຄັ່ງຄັດ ແລະ ມີປະສິດທິພາບ ແລະ ກໍ່ຈະກາຍເປັນຫຼັກສູດບັງຄັບໃນຂະແໜງການເງິນຈຸລະພາກ ໃນ ສປປລາວ ເລີ້ມຕັ້ງແຕ່ ປີ 2015 ເປັນຕົ້ນມາ. ພ້ອມນີ້ ທຫລ ຮ່ວມກັບໂຄງການການເງິນຈຸລະພາກຕ່າງໆໃນ ສປປລາວ ກໍ່ໄດ້ເອົາໃຈໃສ່ສົ່ງເສີມການເງິນແບບຖົ່ວງເຖິງ ແລະ ມາຮອດ ເດືອນ ພຶດສະພາ ປີ 2018, ແຜນປະຕິບັດງານກ່ຽວກັບຍຸດທະສາດລວມດ້ານການເງິນແຫ່ງຊາດ ສົກປີ 2018-2025, ຕາມວິໄສທັດ 2030 ໄດ້ເລີ້ມຈັດຕັ້ງປະຕິບັດ.