ເຄື່ອງມື
ວັດຈະນານຸກົມຫົວນີ້ ແມ່ນ ຈັດພີມເຜີຍແຜ່ ແລະ ໃຫ້ທຶນສະໜັບສະໜູນ ໂດຍ ອົງການ ຮວມມື ທາງດ້ານ ວິຊາການ ຂອງ ປະເທດ ເຢຍລະມັນ (GIZ), ເຊີ່ງແມ່ນ ປັບປຸງມາຈາກ ປື້ມຫົວກ່ອນ ທີ່ມີຊື່ວ່າ “ຄຳສັບກ່ຽວກັບການເງິນຈຸລະພາກ ໃນ ສປປລາວ” ທີ່ພີມເຜີຍແຜ່ໂດຍ ສະຖາບັນ ຄົ້ນຄວ້າເສດຖະກິດ ແຫ່ງຊາດ (NERI) ແລະ ອົງການ ຄອນເຊີນ ເວນໄວ (Concern Worldwide) ໃນ ປີ 2005. ໃນທ້າຍປີ 2009 ອົງການຮ່ວມມືດ້ານວິຊາການ ຂອງປະເທດເຢຍລະມັນ (GIZ) ໄດ້ທຳການທົບທວນຄືນ, ປັບປຸງ ແລະ ເສີມຂະຫຍາຍ ສະບັບກ່ອນ ເຊີ່ງຜົນໄດ້ຮັບ ແມ່ນມີຈຳນວນ ຄຳສັບໃໝ່ ເພີ່ມຂື້ນເກືອບສອງເທົ່າ ຂອງສະບັບເກົ່າ. ວັດຈະນານຸກົມ ສະບັບປັບປຸງນີ້ ແມ່ນໄດ້ຖືກທົບທວນຄືນ ແລະ ໄດ້ຮັບການອະນຸມັດ ໂດຍ ຄະນະກຳມະການ ສະເພາະກິດ ໂດຍປະກອບດ້ວຍ ສະມາຊິກ ຈາກມະຫາວິທະຍາໄລແຫ່ງຊາດ ລາວ, ທະນາຄານແຫ່ງ ສປປ ລາວ, ກຸ່ມການເງິນຈຸລະພາກ ແລະ ສະຖາບັນ ການເງິນ ຈຸລະພາກເອກະຊົນ ຕ່າງໆ ທີ່ນະຄອນຫຼວງວຽງຈັນ. ວັດຈະນານຸກົມສະບັບນີ້ ແມ່ນມີປະໂຫຍດຫຼາຍ ສຳລັບຜູ້ຈັດຕັ້ງປະຕິບັດ ວຽກງານການເງິນຈຸລະພາກ ແລະ ຜູ້ມີສ່ວນຮ່ວມ ໃນວຽກງານ ການເງິນຈຸລະພາກ ໃນ ສປປ ລາວ.
ເອກະສານ ຂອງທະນາຄານບ້ານ ຢູ່ ສປປ ລາວ ແມ່ນເຄື່ອງມືທີ່ແທດເໝາະ ເພື່ອເສີມສ້າງຄວາມເຂັ້ມແຂງ ໃກ້ແກ່ທະນາຄານບ້ານ ກໍ່ຄືການ ຊ່ວຍເຫລືອ ໃຫ້ຜູ້ທຸກຍາກ ທີ່ເປັນທັງຍິງ ແລະ ຊາຍ ທີ່ຢູ່ຊົນນະບົດ ຫລື ເຂດຫ່າງໄກ ຊອກຫລີກ ທີ່ຕ້ອງການເຂົ້າເຖິງ ການບໍລິການ ດ້ານການເງິນທີ່ສຸດ, ຄວາມເຂັ້ມແຂງ ໃນສັງຄົມ ແລະ ມີຊີວິດທີ່ດີຂື້ນ. ເອກະສານ ແມ່ນ ອີງຕາມຫລັກວິທີການ ຂອງທະນາຄານບ້ານ ໂດຍ ການຮ່ວມມື ຢ່າງໃກ້ຊິດ ຕິດແທດ ລະຫວ່າງ ອົງກອນແຮງງານສາກົນ ກັບສະມາຄົມ ຄະນະກໍາມະການປະ ຈໍາລາວ ເພື່ອການສົ່ງເສີມ ພັດທະນາຄວາມຍືນຍົງ. ເອກະສານປະກອບມີ ປື້ມຄູ່ມືສໍາລັບ ການບໍລິຫານ ຄະນະກໍາມະການ ຂອງທະນາຄານບ້ານ, ອົງການຊ່ວຍເຫລືອຕ່າງໆ ແລະ ການແນະນໍາ |