ສະມາຄົມການເງິນຈຸລະພາກລາວ – ສມກຈ

Lao Microfinance Association – LMFA

ເອກກະສານທາງລັດຖະການ

ຍຸດທະສາດການລະດົມທຶນ ຊ່ວຍເຫລືອທາງການເພື່ອການພັດທະນາ ສປປ ລາວ 2030
ດາວໂຫລດ PDF

ສົນທິສັນຍາວຽງຈັນກ່ຽວກັບຄວາມມີປະສິດທິຜົນຂອງການຊ່ວຍເຫຼືອ

ສົນທິສັນຍາວຽງຈັນ ກ່ຽວກັບຄວາມມີປະສິດທິຜົນຂອງການຊ່ວຍເຫຼືອ ເຊີ່ງເຊັນກັນໃນວັນທີ 29 ເດືອນ ພະຈິກ ປີ 2006 ເປັນຕົວແທນໃຫ້ແກ່ການຮັບຮອງ ຮ່ວມກັນລະຫວ່າງລັດຖະບານແຫ່ງ ສປປລາວ ແລະ 23 ປະເທດທີ່ເປັນຄູ່ຮ່ວມພັດທະນາ ກ່ຽວກັບການປັບປຸງ ຄວາມມີປະສິດທິຜົນ ຂອງການຊ່ວຍເຫຼືອ ໃນ ສປປລາວ. ເຖິງແມ່ນວ່າສົນທິສັນຍາດັ່ງກ່າວ ບໍ່ໄດ້ເປັນເຄື່ອງມືຜູກມັດ ທາງດ້ານກົດໝາຍກໍ່ຕາມ, ແຕ່ມັນກໍ່ສະທ້ອນໃຫ້ເຫັນ ເຖິງຄວາມໝາຍໝັ້ນຕັ້ງໃຈ ຮ່ວມກັນ ເພື່ອສ້າງມາດຕະການ ໃນການຈັດຕັ້ງປະຕິບັດທີ່ເໝາະສົມ ເພື່ອປັບປຸງຜົນກະທົບ ຂອງການຊ່ວຍເຫຼືອ ໃຫ້ສຸມໃສ່ການຫຼຸດຜ່ອນຄວາມທຸກຍາກ, ເພີ່ມການຂະຫຍາຍຕົວ, ເສີມສ້າງຂີດຄວາມສາມາດ ໃຫ້ແກ່ຊັບພະຍາກອນມະນຸດ ແລະ ການພັດທະນາສະຖາບັນ. ສຸດທ້າຍ ກໍ່ແມ່ນ ເພື່ອສ້າງມາດຕະການ ໃນການເລັ່ງໃສ່ເຮັດໃຫ້ ເປົ້າໝາຍຂອງການພັດດທະນາສະຫະສະວັດ (MDG) ແລະ ເປົ້າໝາຍນຳເອົາປະເທດຫຼຸດພົ້ນອອກຈາກການເປັນປະເທດດ້ອຍພັດທະນາ ໃນປີ 2020 ໃຫ້ປະກົດຜົນເປັນຈິງ.

ດາວໂຫລດ PDF