ວັນທີ 6 ສິງຫາ 2021, ສມກຈ ໄດ້ສໍາເລັດກອງປະຊຸມສໍາມະນາທາງອອນລາຍ ເພື່ອນໍາສະເໜີ ຜົນຂອງການສໍາຫຼວດ ການທຳຄວາມເຂົ້າໃຈກ່ຽວກັບຜົນກະທົບຂອງຫານແຜ່ລະບາດພະຍາດ COVID-19 ຕໍ່ລູກຄ້າ ສະຖາບັນການເງິນຈຸລະພາກ.
ຈັດໂດຍ ສະມາຄົມການເງິນຈຸລະພາກ (ສມກຈ) ສະໜັບສະໜູນໂດຍ ຄະນະກໍາມະການສະເພາະກິດກ່ຽວກັບຜົນການດໍາເນີນງານທາງດ້ານສັງຄົມ (SPTF)
ເຊີ່ງມີຜູ້ເຂົ້າຮ່ວມທັ້ງໝົດ 46 ທ່ານ, ໂດຍມີຜູ້ຕາງໜ້າຈາກກົມຄຸ້ມຄອງສະຖາບັນການເງິນ, ທຫລ, ຈາກສະມາຊິກ ສມກຈ ແລະ ພ້ອມດ້ວຍບັນດາແຂກທີ່ຖືກເຊີນຈາກຄູ່ຮ່ວມງານ ສມກຈ.
ນອກຈາກນີ້ແລ້ວບັນດາສະມາຊິກຂອງ ສມກຈ ຍັງສາມາດສະມັກຂໍທຶນຊ່ວຍເຫຼືອໃນຮູບແບບຮ່ວມທຶນ (Co-Financing) ຈາກ SPTF ຕາມລີ້ງຂ້າງລຸ່ມນີ້: