ຫຼັກສູດບໍລິຫານການເງິນຈຸລະພາກລຸ້ນທີ 13 ໄດ້ເປີດຂຶ້ນຢ່າງເປັນທາງການ ໃນວັນທີ 02 ກໍລະກົດ 2018 ທີ່ຫ້ອງປະຊຸມ ຊັ້ນ 7 ຕະຫຼາດຫຼັກຊັບ, ນະຄອນຫຼວງວຽງຈັນ. ໃຫ້ກຽດເປັນປະທານເປີດພິທີຝຶກອົບຮົມ ໂດຍ ທ່ານ ນາງ ວັນສີ ຈິນດາວົງ ປະທານສະມາຄົມການເງິນຈຸລະພາກ. ມີຜູ້ເຂົ້າຮ່ວມ 27 ທ່ານ, ຍິງ 13 ທ່ານ ທີ່ເປັນຕົວແທນຈາກ ສກຈບ 6 ແຫ່ງ, ສກຈຮ 7 ແຫ່ງ, ພະນັກງານ ໂຄງການ ຈີໄອແຊັດ 1 ທ່ານ, ສ່ວນບຸກຄົນ 5 ທ່ານ, ພະນັກງານວິຊາການ ຈາກທະນາຄານແຫ່ງ ສປປ ລາວ 1 ທ່ານ ແລະ ພະນັກງານວິຊາການ ຈາກ ສະຖາບັນທະນາຄານ 1 ທ່ານ.
ການຝຶກອົບຮົມ ຈະດຳເນີນໄປທັງມົດ 21 ວັນ ໂດຍຈະແບ່ງເປັນ 2 ງວດຄື: ງວດທີ 1 ເລີ່ມແຕ່ວັນທີ 02-13 ກໍລະກົດ ແລະ ງວດທີ 2 ເລີ່ມແຕ່ວັນທີ 06-17 ສິງຫາ 2018. ຫຼັກສູດຯນີ້ ປະກອບມີ 8 ວິຊາ: ຄວາມຮູ້ພື້ນຖານກ່ຽວກັບການເງິນຈຸລະພາກ; ການວາງແຜນທຸລະກິດ & ຍຸດທະສາດ; ການບໍລິຫານບຸກຄະລາກອນ & ທັກສະການເປັນຜູ້ນໍາ; ການບໍລິຫານສິນເຊື່ອ ແລະ ໜີ້ຊັກຊ້າ; ການບໍລິຫານ ແລະ ຄຸ້ມຄອງສະຖາບັນການເງິນຈຸລະພາກ; ການບໍລິຫານການປະຕິບັດທາງດ້ານການເງິນ ແລະ ສັງຄົມ, ລະບົບບັນຊີ & ລະບົບຂໍ້ມູນ; ການພັດທະນາຜະລິດຕະພັນ; ການປະຕິບັດຕາມ ຂໍ້ກໍານົດກົດລະບຽບ & ການຄວບຄຸມພາຍໃນ. ຜູ້ເຂົ້າຮ່ວມຈະມີການສອບເສັງຄະແນນຜ່ານ 70%; ໃນນັ້ນ ວິຊາການດ້ານນິຕິກໍາ ກົດໝາຍຕ້ອງໄດ້ ຄະແນນຜ່ານ 70%.
ສໍາລັບຂໍ້ມູນເພີ່ມເຕີມ ກະລຸນາຕິດຕໍ່ ສະມາຄົມການເງິນຈຸລະພາກ (ສມກຈ) ທີ່ເບີ 021 226018, 030 948 1265 ຫຼື mfa@laomfa.local, ເວັບໄຊສ໌ www.laomfa.local