ສະມາຄົມການເງິນຈຸລະພາກລາວ – ສມກຈ

Lao Microfinance Association – LMFA

ປະກາດແຈ້ງການ ເລື່ອງການສະເໜີຂໍທຶນເງິນກູ້ຈາກກອງທຶນ LAFF

ທະນາຄານ ແຫ່ງ ສປປ ລາວ (ທຫລ) ມີຄວາມຍິນດີແຈ້ງມາຍັງບັນດາທະນາຄານທຸລະກິດ ແລະ ສະຖາບັນການເງິນຈຸລະພາກທີ່ຮັບເງິນຝາກ (ສກຈຮ) ກ່ຽວກັບ ການຮັບໜັງສືສະແດງເຈດຈຳນົງ (EOI) ໃນການສະເໜີກູ້ຢືມຈາກ “ກອງ​ທຶນ​ສົ່ງ​ເສີມ​ການ​ເຂົ້າ​ເຖິງ​ແຫຼ່ງ​ທຶນ ໃນ ສ​ປ​ປ ລາວ” (LAFF) ທີ່ໄດ້ຮັບທຶນສະໜັບສະໜູນຈາກ KfW ປະເທດ ເຢຍລະມັນ, ຊຶ່ງໄດ້ປະກາດຢ່າງເປັນທາງການ ໃນມື້ວັນທີ 22 ກຸມພາ 2021.

 

ກອງ​ທຶນ​ສົ່ງ​ເສີມ​ການ​ເຂົ້າ​ເຖິງ​ແຫຼ່ງ​ທຶນ ໃນ ສ​ປ​ປ ລາວ (ຫຼື LAFF) ແມ່ນສ້າງຕັ້ງຂື້ນໃນປີ 2014, ຊຶ່ງໄດ້ຮັບທຶນສະໜັບສະໜູນຈາກ ກະຊວງ ຮ່ວມມື ແລະ ການພັດທະນາດ້ານເສດຖະກິດ (BMZ) ຂອງປະເທດສະຫະພັນເຢຍລະມັນ ໂດຍຜ່ານ ທະນາຄານພັດທະນາ ຂອງ ປະເທດເຢຍລະມັນ ຫຼື KfW, ເປົ້າໝາຍຂອງກອງທຶນດັ່ງກ່າວແມ່ນເພື່ອແນ່ໃສ່ການສົ່ງເສີມການເຂົ້າເຖິງແຫຼ່ງທຶນຂອງ ຈຸລະວິສາຫະກິດ, ວິສາຫະກິດຂະໜາດນ້ອຍ ແລະ ກາງ (MSME) ໃນເຂດຊົນນະບົດ ຂອງ ສປປ ລາວ, ຊຶ່ງທຶນເບື້ອງຕົ້ນແມ່ນ 3 ລ້ານຢູໂຣ. ຜ່ານມາ ກອງທຶນ LAFF ໄດ້ໃຫ້ການປ່ອຍກູ້ໃຫ້ແກ່ ທະນາຄານທຸລະກິດ ແລະ ສກຈຮ ເພື່ອນຳໄປປ່ອຍກູ້ຕໍ່ໃຫ້ແກ່ MSME ຫຼາຍກ່ວາ 2,400 ຫົວໜ່ວຍ, ໃນນັ້ນ ມີຫຼາຍຫົວໜ່ວຍ MSME ແມ່ນຖືວ່າເປັນການເຂົ້າເຖິງແຫຼ່ງທຶນຄັ້ງທຳອິດ ຂອງເຂົາເຈົ້າຈາກກອງທຶນດັ່ງກ່າວ.

ຈາກຜົນສຳເລັດຂອງໂຄງການ LAFF ໄລຍະ I, ລັດຖະບານປະເທດເຢຍລະມັນ ຈຶ່ງສືບຕໍ່ໃຫ້ທຶນ ສະໜັບສະໜູນເພີ່ມຕື່ມອີກ 6 ລ້ານຢູໂຣ ແລະ ອີກ 0.8 ລ້ານຢູໂຣເປັນທຶນຊ່ວຍເຫຼືອດ້ານ ວິຊາການໃຫ້ແກ່ ໂຄງການ LAFF ໄລຍະ II, ຊຶ່ງໄດ້ຈັດຕັ້ງປະຕິບັດຢ່າງເປັນທາງການແຕ່ວັນທີ 02 ມີນາ 2020.

 

ລາຍລະອຽດເພີ່ມຕື່ມ ກ່ຽວກັບ ການສະເໜີເຈດຈຳນົງ (EOI) ແມ່ນປະກາດຢູ່ເວບໄຊຂອງ ທຫລ (www.bol.gov.la) ແລະ ເວບໄຊ ຂອງ ໂຄງການ LAFF (www.laff.org) ໃນມື້ວັນທີ 22 ກຸມພາ 2021, ຊຶ່ງເນື້ອໃນລາຍລະອຽດຈະມີ: ເງື່ອນໄຂໃນການກູ້ຢືມ, ເງື່ອນໄຂຂອງຜູ້ທີ່ຈະສາມາດ ກູ້ຢືມໄດ້, ແບບຟອມສະໝັກ ແລະ ເອກະສານຕ່າງໆທີ່ຈະໄດ້ປະກອບໃສ່ໃນເອກະສານກູ້ຢືມ. ທາງໂຄງການຈະໄດ້ຈັດເວທີອະທິບາຍ ກ່ຽວກັບ ການສະໝັກຢູ່ນະຄອນຫຼວງວຽງຈັນ ແລະ ຈະ ເຜີຍແຜ່ຜ່ານທາງ ອອນໄລ (online) ໃນເວລາ ເວລາ 9:00 ໂມງ(ເຊົ້າ) ຂອງວັນທີ 24 ກຸມພາ 2021, ຜູ້ສະໝັກຕ້ອງຍື່ນໃບສະໝັກ ແລະ ຂໍ້ຂ້ອງໃຈເພື່ອໃຫ້ໂຄງການ ອະທິບາຍເພີ່ມຕື່ມ ໃຫ້ໂຄງການ ພາຍໃນເດືອນ ມີນາ 2021, ທາງໂຄງການໃຫ້ການອະທິບາຍ ແລະ ຕອບຮັບການສະໝັກພາຍໃນ 1 ອາທິດພາຍຫຼັງໄດ້ຮັບໃບສະໝັກ.

 

ໝົດເຂດຮັບສະໝັກໃບສະແດງເຈດຈຳນົງ ສຳລັບ ທະນາຄານທຸລະກິດ ແລະ ສກຈຮ (ພາກສ່ວນອື່ນ ບໍ່ສາມາດສະໝັກໄດ້) ແມ່ນ ວັນທີ 22 ມີນາ 2021, ເວລາ 16:00 ໂມງ (ແລງ). ໂຄງການ LAFF ຈະທົບທວນໃບສະໝັກ ແລະ ລົງໄປ ປະເມີນຄວາມພ້ອມ (due diligence) ເພື່ອປະເມີນຄວາມ ສາມາດໃນການກູ້ຢືມຂອງແຕ່ລະຜູ້ສະໝັກ. ຄາດວ່າໂຄງການປະກາດຜົນການຕົກລົງອະນຸມັດປ່ອຍກູ້ ພາຍໃນທ້າຍເດືອນ ເມສາ 2021 ແລະ ຈະເລີ່ມເບີກຈ່າຍທຶນກູ້ຢືມໃນເດືອນ ພຶດສະພາ 2021.

 

ການສະໜັບສະໜູນຜູ້ປະກອບການ MSME ແມ່ນນະໂຍບາຍບູລິມະສິດຂອງລັດຖະບານ ແຫ່ງ ສປປ ລາວ, ເນື່ອງຈາກ MSME ແມ່ນຜູ້ປະກອບສ່ວນຫຼັກໃນການສ້າງວຽກເຮັດງານທຳ ແລະ ສ້າງ ລາຍຮັບໃຫ້ແກ່ປະຊາຊົນລາວ.​ ການຍົກລະດັບການບໍລິການໃນການເຂົ້າເຖິງແຫຼ່ງທຶນໄລຍະຍາວ ໃຫ້ແກ່ MSME ຈະເຮັດໃຫ້ເຂົາເຈົ້າສາມາດນຳໄປລົງທຶນຂະຫຍາຍກິດຈະກຳຂອງຕົນ ແລະ ປະກອບສ່ວນໃຫ້ແກ່ການຂະຫຍາຍຕົວເສດຖະກິດຢ່າງມີຄວາມສະເໝີພາບຂອງ ສປປ ລາວ.

 

Click here to download the Expression of Interest package – English version

 

Click here to download the Expression of Interest package – Lao version

 

ລາຍລະອຽດເພີ່ມຕື່ມ ກະລຸນາຕິດຕໍ່: laff.laos@gmail.com.