ສະມາຄົມການເງິນຈຸລະພາກລາວ – ສມກຈ

Lao Microfinance Association – LMFA

ກອງປະຊຸມວິຊາການສະມາຊິກ ຄັ້ງທີ່ 1 ປະຈໍາປີ 2020

ໃນວັນທີ 5 ມີນາ 2020 ທີ່ນະຄອນຫຼວງວຽງຈັນ, ສມກຈ ໄດ້ຈັດກອງປະຊຸມວິຊາການສະມາຊິກ ຄັ້ງທີ່ 1 ປະຈໍາປີ 2020 ສະໜັບສະໜູນໂດຍ ອົງການ ADA ແລະ ເປັນປະທານໂດຍທ່ານ ສົມພອນ ສີແສງລັດ ປະທານ ສະມາຄົມການເງິນຈຸລະພາກ (ສມກຈ) ເຊີ່ງປະຊຸມດັ່ງກ່າວດຳເນີນໄປເປັນເວລາເຄິ່ງວັນ ແລະ ມີຜູ້ເຂົ້າຮ່ວມຫຼາຍກວ່າ 40 ສະມາຊິກ ທີ່ເປັນຕົວແທນຈາກ ສກຈຮ, ສກຈບ, ສສງ, ສະມາຊິກທີ່ເປັນສູນຝຶກອົບຮົມ ແລະ ສະມາຊິກສ່ວນບຸກຄົນ. ຈຸດປະສົງຂອງກອງປະຊຸມດັ່ງກ່າວແມ່ນເພື່ອ:

• ລາຍງານແຜນກິດຈະກໍາທີ່ປະຕິບັດໄດ້ໃນ 2 ເດືອນຕົ້ນປີ ແລະ ແຜນກິດຈະກໍາໃນໄຕມາດ2 ຂອງ ສມກຈ

• ລາຍງານຜົນຂອງກອງປະຊຸມປະສານງານລະຫວ່າງ ກົມຄຸ້ມຄອງສະຖາບັນການເງິນ ແລະ ສມກຈ

• ຮັບຟັງການນໍາສະເໜີ ກ່ຽວກັບ CIB

• ແລະ ແລກປ່ຽນສົນທະນາຫົວຂໍ້ຕ່າງໆຂອງບັນດາສະມາຊິກ