ສະມາຄົມການເງິນຈຸລະພາກລາວ – ສມກຈ

Lao Microfinance Association – LMFA

ກອງປະຊຸມ ສະມາຊິກ ສະມາຄົມການເງິນຈຸລະພາກ (ສມກຈ) ປະຈໍາປີ 2016 ແລະ ກອງປະຊຸມວິຊາການສະມາຊິກ ປະຈໍາໄຕມາດ 1 ປີ 2017

ປິດສາກລົງດ້ວຍຜົນສໍາເລັດອັນຈົບງາມ…

ກອງປະຊຸມ ສະມາຊິກ ສະມາຄົມການເງິນຈຸລະພາກ (ສມກຈ) ປະຈໍາປີ 2016 ແລະ ກອງປະຊຸມວິຊາການສະມາຊິກ ປະຈໍາໄຕມາດ 1 ປີ 2017, ທີ່ໄດ້ຈັດຂຶ້ນ ແລະ ປິດລົງດ້ວຍຜົນສໍາເລັດອັນຈົບງາມ ໃນວັນສຸກ ທີ 3 ມີນາ 2017 ທີ່ຜ່ານມາ ທີ່ສູນຝຶກອົບຮົມ ແນວລາວສ້າງຊາດ, ນະຄອນຫຼວງວຽງຈັນ. ໂດຍມີສະມາຊິກ ສມກຈ ແລະ ບັນດາຜູ້ທີ່ມີສ່ວນຮ່ວມ ແລະ ຕາງໜ້າຈາກອົງການຈັດຕັ້ງຕ່າງໆເຂົ້າຮ່ວມ ທັງໝົດ 40 ກວ່າທ່ານ.

ວາລະຂອງກອງປະຊຸມ ໄດ້ແບ່ງອອກເປັນ 2 ພາກ ຄື:

ພາກເຊົ້າ ແມ່ນ ກອງປະຊຸມ ສະມາຊິກ ສະມາຄົມການເງິນຈຸລະພາກ (ສມກຈ) ປະຈໍາປີ 2016, ໂດຍການເປັນປະທານ ຮ່ວມຂອງ ທ່ານ ນາງ ວັນສີ ຈິນດາວົງ, ປະທານສະພາບໍລິຫານ ສມກຈ ແລະ ທ່ານ ນາງ ລັດສະນີ ຕາງໜ້າຈາກກົມຄຸ້ມຄອງສະຖາບັນການເງິນ, ທະນາຄານແຫ່ງ ສປປ ລາວ. ພາຍໃນງານ ບັນດາສະມາຊິກ ໄດ້ຮັບຟັງການລາຍງານ ຮ່າງບົດລາຍງານ ປະຈໍາປີ 2016 ທີ່ຜ່ານມາ ໂດຍ ປະທານ ສມກຈ ແລະ ໄດ້ມີການແລກປ່ຽນຄວາມຄິດ ເພື່ອປັບປຸ່ງຕໍ່ກັບຮ່າງບົດລາຍງານດັ່ງກ່າວ ຢ່າງຫ້າວຫັນ. ພ້ອມດຽວກັນນີ້, ໃນຕອນທ້າຍຂອງການປະຊຸມ ໄດ້ມີການແຈ້ງຜົນລາງວັນ ສະມາຊິກ ສມກຈ ດີເດັ່ນ ປະຈໍາປີ 2016 ແລະ ພິທີມອບໃບຍ້ອງຍໍໃຫ້ແກ່ ຜູ້ທີ່ໄດ້ຮັບການຍ້ອງຍໍດັ່ງກ່າວ ຊຶ່ງປະກອບມີ:

  • ດີເດັ່ນ ປະເພດ 1: ສກຈບ ໄຊນິຍົມ
  • ດີເດັ່ນ ປະເພດ 2: ສກຈຮ ພັດທະນາ ຜົ້ງສາລີ, ສກຈຮ ປະຕູຄໍາ ແລະ ສກຈບ ພັດທະນາອຸດົມໄຊ

ພາກບ່າຍ: ສະມາຊິກ ສມກຈ ໄດ້ສືບຕໍ່ ປະຊຸມວິຊາການສະມາຊິກ ປະຈໍາໄຕມາດ 1 ປີ 2017, ໂດຍການເປັນປະທານຂອງ ທ່ານ ນາງ ປະມວນເພັດທານີ ອໍານວຍການ ສະມາຄົມການເງິນຈຸລະພາກ. ພາຍໃນກອງປະຊຸມຜູ້ເຂົ້າຮ່ວມ ໄດ້ຮັບຟັງ, ສົນທະນາ ແລະ ແລກປ່ຽນຄວາມຄິດເຫັນກັນ ໃນຫົວຂໍ້ຕ່າງໆທີ່ກ່ຽວຂ້ອງໃນຂະແໜງການ ເປັນຕົ້ນແມ່ນ:

  • ຫົວຂໍ້ ກ່ຽວກັບ ຜະລິດຕະພັນໃໝ່ ການເງິນເທິງມືຖື (Digital Finance) ທີ່ ນໍາສະເໜີໂດຍ ຕາງໜ້າຈາກອົງການ UNCDF
  • ຫົວຂໍ້ ການນໍາສະເໜີກ່ຽວກັບ ສູນຂໍ້ມູນສິນເຊື່ອ (CIB) ຂອງທະນາຄານກາງ, ທີ່ນໍາສະເໜີໂດຍ ຕົວແທນຈາກ ສູນຂໍ້ມູນສິນເຊື່ອ (CIB) ທະນາຄານແຫ່ງ ສປປ ລາວ
  • ຫົວຂໍ້ ການນໍາສະເໜີກ່ຽວກັບ ຮ່າງບົດກວດສອບພາຍໃນ ສໍາລັບ ສກຈ, ທີ່ນໍາສະເໜີໂດຍ ຕາງໜ້າຈາກ ກົມຄຸ້ມຄອງສະຖາບັນການເງິນ, ທະນາຄານແຫ່ງ ສປປ ລາວ

ນອກຈາກນີ້, ບັນດາສະມາຊິກຂອງ ສມກຈ ຍັງໄດ້ປຶກສາຫາລືກັນ ໃນບັນຫາຕ່າງໆຂອງການດໍາເນີນງານຕົວຈິງໃນ ສກຈ ຂອງຕົນ, ເພື່ອແລກປ່ຽນປະສົບການຮ່ວມກັນ ໃນການພັດທະນາຂະແໜງການ ກໍຄືການພັດທະນາລະບົບການເຮັດວຽກ ແລະ ຜະລິດຕະພັນ-ການບໍລິການຂອງແຕ່ລະ ສະຖາບັນໃຫ້ດີຂຶ້ນ.

ຮູບພາບ ບັນຍາກາດຂອງກອງປະຊຸມ

     

ຂ່າວຈາກ: ສມກຈ