ສະມາຄົມການເງິນຈຸລະພາກລາວ – ສມກຈ

Lao Microfinance Association – LMFA

How much registered capital there should be to operate the money exchange business.

ໃນມື້ນີ້ຜູ້ຂຽນຈະນຳສະເໜີກ່ຽວກັບການດຳເນີນທຸລະກິດແລກປ່ຽນເງິນຕາ ທີ່ປະກອບດ້ວຍທຶນຈົດທະບຽນ, ການນຳໃຊ້ທຶນຈົດທະບຽນ, ການເພີ່ມທຶນຈົດທະບຽນ, ການຊື້ – ຂາຍເງິນຕາຕ່າງປະເທດທີ່ລະບຸໃນຂໍ້ຕົກລົງວ່າດ້ວຍການດຳເນີນທຸລະກິດແລກປ່ຽນເງິນຕາ ສະບັບເລກທີ 529/ທຫລ ລົງວັນທີ 1 ກໍລະກົດ 2016.

+ ມາດຕາ 11 ທຶນຈົດທະບຽນ.

ການດຳເນີນທຸລະກິດແລກປ່ຽນເງິນຕາຕ້ອງປະກອບທຶນຈົດທະບຽນຈຳນວນ 1 ຕື້ກີບ ທຶນທີ່ຈະປະກອບເປັນທຶນຈົດທະບຽນແມ່ນເປັນທຶນໝູນວຽນເທົ່ານັ້ນ ແລະ ຕ້ອງຝາກໄວ້ນຳທະນາຄານທຸລະກິດຢູ່ ສປປ ລາວ.

+ ມາດຕາ 12 ການນຳໃຊ້ທຶນຈົດທະບຽນ.

ທຶນຈົດທະບຽນສາມາດຖອນ ແລະ ນຳໃຊ້ເພື່ອດຳເນີນທຸລະກິດແລກປ່ຽນເງິນຕານັບແຕ່ວັນທີ່ທະນາຄານແຫ່ງ ສປປ ລາວ ອອກໃບອະນຸຍາດດຳເນີນທຸລະກິດແລກປ່ຽນເງິນຕາເປັນຕົ້ນໄປ. ທຶນຈົດທະບຽນດັ່ງກ່າວຕ້ອງນຳໃຊ້ເຂົ້າໃນການບໍລິການຊື້ – ຂາຍເງິນຕາເທົ່ານັ້ນ.

+ ມາດຕາ 13 ການເພີ່ມທຶນຈົດທະບຽນ.

ຜູ້ດຳເນີນທຸລະກິດແລກປ່ຽນເງິນຕາ ສາມາດເພີ່ມທຶນຈົດທະບຽນໄດ້ຕາມການເຫັນດີຈາກທະນາຄານແຫ່ງ ສປປ ລາວ ໂດຍປະກອບສຳນວນເອກະສານເພື່ອສະເໜີຂໍເພີ່ມທຶນຈົດທະບຽນ ດັ່ງນີ້: 1. ໃບຄຳຮ້ອງຂໍເພີ່ມທຶນຈົດທະບຽນ. 2. ສຳເນົາໃບອະນຸຍາດດຳເນີນທຸລະກິດແລກປ່ຽນເງິນຕາປະຈຳປີ. 3. ສຳເນົາໃບທະບຽນວິສາຫະກິດ. 4. ສຳເນົາໃບຢັ້ງຢືນການມອບພັນທະອາກອນປະຈຳປີ. 5. ເອກະສານລາຍງານການເງິນປະຈຳປີ ຫຼື ບົດສະຫຼຸບບັນຊີປະຈຳປີ. 6. ໃບລາຍງານບັນຊີສຳຮອງຢູ່ທະນາຄານທີ່ມີການເຄື່ອນໄຫວໄລຍະ 1 ປີຢ້ອນຫຼັງ. 7. ໃບມອບສິດໃຫ້ຜູ້ຕາງໜ້າມາພົວພັນວຽກນຳທະນາຄານແຫ່ງ ສປປ ລາວ ( ກໍລະນີຜູ້ສຳເໜີບໍ່ສາມາດມາພົວພັນດ້ວຍຕົນເອງ ). 8. ຮູບຖ່າຍຂອງຜູ້ສະເໜີຂະໜາດ 3×4 ຈຳນວນ 2 ໃບ ( ບໍ່ໃຫ້ກາຍ 90 ວັນ ).

+ ມາດຕາ 14 ການຊື້ – ຂາຍເງິນຕາຕ່າງປະເທດ.

ຮ້ານແລກປ່ຽນເງິນຕາສາມາດຊື້ – ຂາຍເງິນຕາຕ່າງປະເທດກັບມວນຊົນ ຫຼື ທະນາຄານທຸລະກິດຢູ່ ສປປ ລາວ ຫຼື ທະນາຄານແຫ່ງ ສປປ ລາວ ຕາມລະບຽບການທີ່ທະນາຄານແຫ່ງ ສປປ ລາວ ກຳນົດອອກໃນແຕ່ລະໄລຍະ. ການຊື້ – ຂາຍເງິນຕາແຕ່ລະຄັ້ງຕ້ອງປະຕິບັດການຊື້ – ຂາຍຜ່ານເງິນກີບ ແລະ ຕ້ອງມີໃບບິນຊື້ – ຂາຍໃຫ້ລູກຄ້າຈຳນວນ 1 ໃບ ແລະ ຮ້ານແລກປ່ຽນເງິນຕາເກັບຮັກສາໄວ້ຈຳນວນ 1 ໃບ. ໃບບິນຊື້ – ຂາຍເງິນຕາຕ້ອງລະບຸຊື່, ທີ່ຢູ່ ແລະ ເບີຕິດຕໍ່ຂອງຮ້ານແລກປ່ຽນເງິນຕາ, ການຊື້ – ຂາຍເງິນຕາກັບລູກຄ້າແຕ່ລະຄັ້ງຕ້ອງລະບຸວັນທີ, ເດືອນ, ປີ, ຊື່, ນາມສະກຸນ ແລະ ທີ່ຢູ່ຂອງລູກຄ້າ, ຈຳນວນເງິນ, ສະກຸນເງິນ ແລະ ປະເພດໃບເງິນ, ອັດຕາແລກປ່ຽນ ແລະ ຈຳນວນເງິນທີ່ໄດ້ຮັບຈາກການແລກປ່ຽນ.

ກໍລະນີຊື້ແຊັກເດີນທາງຕ້ອງສຳເນົາໃບແຊັກ ແລະ ໜັງສືຜ່ານແດນ ຫຼື ເອກະສານການເດີນທາງຂອງຜູ້ກ່ຽວທີ່ມີຮູບຕິດ. ຜູ້ດຳເນີນທຸລະກິດແລກປ່ຽນເງິນຕາສາມາດອອກແບບ ແລະ ກຳນົດໃບບິນ ຊື້ – ຂາຍເງິນຕາຂອງຕົນ ໂດຍໄດ້ຮັບການຮັບຮອງຈາກກົມນະໂຍບາຍເງິນຕາທະນາຄານແຫ່ງ ສປປ ລາວ ແລະ ຕ້ອງໄດ້ຮັບການເຫັນດີຈາກກົມສ່ວຍສາອາກອນກະຊວງການເງິນ. ( ຂໍ້ມູນຈາກ: ຂໍ້ຕົກລົງການດຳເນີນທຸລະກິດແລກປ່ຽນເງິນຕາ ).

ທີ່ມາ: ນສພ ເສດຖະກິດ-ການຄ້າ

https://laoedaily.com.la/25017/