ພິທີເຊັນສັນຍາ ສະໜອງທຶນ ລະຫວ່າງ ກອງທຶນສົ່ງເສີມວິສາຫະກິດຂະໜາດນ້ອຍ ແລະ ກາງ ແລະ ທະນາຄານພັດທະນາລາວ, ທະນາຄານໄຊງ່ອນເທືອງຕິ່ນ ລາວ, ທະນາຄານຮ່ວມທຸລະກິດລາວຫວຽດ ແລະ ທະນາຄານມາຣູຮານເຈແປນລາວ ໄດ້ຈັດຂຶ້ນໃນວັນທີ 20 ມີນາ 2020 , ທີ່: ກະຊວງອຸດສາຫະກໍາ ແລະ ການຄ້າ
ໂດຍການເປັນປະທານຂອງ: ທ່ານ ນ. ເຂັມມະນີ ພົນເສນາ ລັດຖະມົນຕີກະຊວງອຸດສາຫະກໍາ ແລະ ການຄ້າ,
ທ່ານ ສົມຈິດ ອິນທະມິດ ຮອງລັດຖະມົນຕີ ກະຊວງ ອຸດສາຫະກໍາ ແລະ ການຄ້າ,ປະທານສະພາບໍລິຫານກອງທຶນສົ່ງເສີມ SMEs,
ສະພາບໍລິຫານກອງທຶນສົ່ງເສີມ SMEs,
ພ້ອມດ້ວຍຄະນະອໍານວຍການທັງ 04 ທະນາຄານ,
ຕາງໜ້າຈາກບັນດາກະຊວງ, ກົມກອງທີ່ກ່ຽວຂ້ອງ, ພ້ອມດ້ວຍແຂກທີ່ມີກຽດຈາກພາກສ່ວນຕ່າງໆເຂົ້າຮ່ວມຢ່າງພ້ອມພຽງ
ຕາງໜ້າຂອງ ທພລ ເຊັນລົງນາມໃນສັນຍາໄດ້ແກ່ ທ່ານ ປອ ອາຄົມ ປຣະເສີດ ຜູ້ອໍານວຍການໃຫຍ່ ທພລ
ແລະ ຕາງໜ້າ ທພລ ຂຶ້ນກ່າວລາຍງານແຜນນໍາໃຊ້ທຶນດັ່ງກ່າວໄດ້ແກ່: ທ່ານ ນາລິນ ສີລະວົງສິດ ຮອງຜູ້ອໍານວຍການໃຫຍ່ ທພລ
ຈຸດປະສົງຂອງການສະໜອງທຶນໃຫ້ແກ່ບັນດາທະນາຄານ ແມ່ນເພື່ອນໍາໄປສົ່ງເສີມບັນດາວິສາຫະກິດຂະໜາດນ້ອຍ ແລະ ກາງ ເຊິ່ງແມ່ນຂະແໜງການຫລັກຂອງ ສປປ ລາວ ທີ່ຕ້ອງການທຶນຮອນເພື່ອນໍາມາພັດທະນາ, ຕໍ່ຍອດທຸລະກິດດັ່ງກ່າວໃຫ້ນັບມື້ນັບຂະຫຍາຍຕົວ
ສອບຖາມຂໍ້ມູນເພີ່ມຕື່ມໂທ: 021 213300 – 03
ທະນາຄານພັດທະນາລາວ
ຊື່ສັດ ໝັ້ນຄົງ ໂປ່ງໃສ ທັນສະໄໝ ຮັບໃຊ້ປະຊາຊົນ