ຫຼັກສູດບໍລິຫານການເງິນຈຸລະພາກລຸ້ນທີ 11 ໄດ້ເປີດຂຶ້ນຢ່າງເປັນທາງການ ໃນວັນທີ 16 ຕຸລາ 2017 ທີ່ຫ້ອງປະຊຸມ ຊັ້ນ 7 ຕະຫຼາດຫຼັກຊັບ, ນະຄອນຫຼວງວຽງຈັນ. ໃຫ້ກຽດເປັນປະທານເປີດພິທີຝຶກອົບຮົມ ໂດຍ ທ່ານ ພັນທະບູນ ໄຊຍະເພັດ ຮອງຫົວໜ້າກົມຄຸ້ມຄອງສະຖາບັນການເງິນ ແລະ ໃຫ້ກຽດເປັນປະທານຮ່ວມເປີດພິທີໂດຍ ທ່ານ ນາງ ວັນສີ ຈິນດາວົງ ປະທານສະມາຄົມການເງິນຈຸລະພາກ. ມີຜູ້ເຂົ້າຮ່ວມ 31 ທ່ານ, ຍິງ 14 ທ່ານ ທີ່ເປັນຕົວແທນຈາກ ສກຈຮ, ສກຈບ, ສສງ, ກົມຄຸ້ມຄອງສະຖາບັນການເງິນ, ທະນາຄານແຫ່ງ ສປປ ລາວ, ອົງການແຜນພັດທະນາທ້ອງຖິ່ນ, ສະຖາບັນການທະນາຄານ, ທຫລ ພາກເໜືອ ແຂວງຫຼວງພະບາງ ແລະ ຫ້ອງວ່າການການເງິນຈຸລະພາກ.
ການຝຶກອົບຮົມ ຈະດຳເນີນໄປທັງມົດ 21 ວັນ ໂດຍຈະແບ່ງເປັນ 2 ງວດຄື: ງວດທີ 1 ເລີ່ມແຕ່ວັນທີ 16-27 ຕຸລາ ແລະ ງວດທີ 2 ເລີ່ມແຕ່ວັນທີ 06-17 ພະຈິກ 2017. ຫຼັກສູດຯນີ້ ປະກອບມີ 8 ວິຊາ: ຄວາມຮູ້ພື້ນຖານກ່ຽວກັບການເງິນຈຸລະພາກ; ການວາງແຜນທຸລະກິດ & ຍຸດທະສາດ; ການບໍລິຫານບຸກຄະລາກອນ & ທັກສະການເປັນຜູ້ນໍາ; ການບໍລິຫານສິນເຊື່ອ ແລະ ໜີ້ຊັກຊ້າ; ການບໍລິຫານ ແລະ ຄຸ້ມຄອງສະຖາບັນການເງິນຈຸລະພາກ; ການບໍລິຫານການປະຕິບັດທາງດ້ານການເງິນ ແລະ ສັງຄົມ, ລະບົບບັນຊີ & ລະບົບຂໍ້ມູນ; ການພັດທະນາຜະລິດຕະພັນ; ການປະຕິບັດຕາມ ຂໍ້ກໍານົດກົດລະບຽບ & ການຄວບຄຸມພາຍໃນ. ຜູ້ເຂົ້າຮ່ວມຈະມີການສອບເສັງຄະແນນຜ່ານ 70%; ໃນນັ້ນ ວິຊາການດ້ານນິຕິກໍາ ກົດໝາຍຕ້ອງໄດ້ ຄະແນນຜ່ານ 70%.
ສໍາລັບຂໍ້ມູນເພີ່ມເຕີມ ກະລຸນາຕິດຕໍ່ ສະມາຄົມການເງິນຈຸລະພາກ (ສມກຈ) ທີ່ເບີ 021 226018, 030 948 1265 ຫຼື mfa@laomfa.local, ເວັບໄຊສ໌ www.laomfa.local