ສະມາຄົມການເງິນຈຸລະພາກລາວ – ສມກຈ

Lao Microfinance Association – LMFA

ຫຼັກສູດບໍລິຫານການເງິນຈຸລະພາກ ລຸ້ນທີ 12 ໄດ້ເປີດຂຶ້ນແລ້ວ

ການຝຶກອົບຮົມຫຼັກສູດບໍລິຫານການເງິນຈຸລະພາກລຸ້ນທີ 12 ໄດ້ເປີດຂຶ້ນຢ່າງເປັນທາງການ ໃນວັນທີ 07 ພຶດສະພາ 2018 ທີ່ຫ້ອງປະຊຸມ ທະນາຄານແຫ່ງ ສປປ ລາວ, ສາຂາ ພາກໃຕ້ ທີ່ ແຂວງ ຈຳປາສັກ. ໃຫ້ກຽດເປັນປະທານເປີດພິທີຝຶກອົບຮົມ ໂດຍ ທ່ານ ນາງ ຄຳພວງ ບູລົມ ຮອງຫົວໜ້າ ສາຂາ, ທຫລ ພາກໃຕ້ ແລະ ໃຫ້ກຽດເປັນປະທານຮ່ວມເປີດພິທີໂດຍ ທ່ານ ນາງ ວັນສີ ຈິນດາວົງ ປະທານສະມາຄົມການເງິນຈຸລະພາກ. ມີຜູ້ເຂົ້າຮ່ວມ 34 ທ່ານ ເປັນຕົວແທນຈາກ ສກຈບ 5 ແຫ່ງ, ສກຈຮ 1 ແຫ່ງ, ສສງ 3 ແຫ່ງ ແລະ ສສງທີ່ກຳລັງສ້າງຕັ້ງ, ພະນັກງານວິຊາການ ຈາກທະນາຄານແຫ່ງ ສປປ ລາວ.

ການຝຶກອົບຮົມ ຈະດຳເນີນໄປທັງມົດ 21 ວັນ ໂດຍຈະແບ່ງເປັນ 2 ງວດຄື: ງວດທີ 1 ເລີ່ມແຕ່ວັນທີ 07-18 ພຶດສະພາ ແລະ ງວດທີ 2 ເລີ່ມແຕ່ວັນທີ 11-22 ມິຖຸນາ 2018. ຫຼັກສູດຯນີ້ ປະກອບມີ 8 ວິຊາ: ຄວາມຮູ້ພື້ນຖານກ່ຽວກັບການເງິນຈຸລະພາກ; ການວາງແຜນທຸລະກິດ & ຍຸດທະສາດ; ການບໍລິຫານບຸກຄະລາກອນ & ທັກສະການເປັນຜູ້ນໍາ; ການບໍລິຫານສິນເຊື່ອ ແລະ ໜີ້ຊັກຊ້າ; ການບໍລິຫານ ແລະ ຄຸ້ມຄອງສະຖາບັນການເງິນຈຸລະພາກ; ການບໍລິຫານການປະຕິບັດທາງດ້ານການເງິນ ແລະ ສັງຄົມ, ລະບົບບັນຊີ & ລະບົບຂໍ້ມູນ; ການພັດທະນາຜະລິດຕະພັນ; ການປະຕິບັດຕາມ ຂໍ້ກໍານົດກົດລະບຽບ & ການຄວບຄຸມພາຍໃນ. ຜູ້ເຂົ້າຮ່ວມຈະມີການສອບເສັງຄະແນນຜ່ານ 70%; ໃນນັ້ນ ວິຊາການດ້ານນິຕິກໍາ ກົດໝາຍຕ້ອງໄດ້ ຄະແນນຜ່ານ 70%.

ສໍາລັບຂໍ້ມູນເພີ່ມເຕີມ ກະລຸນາຕິດຕໍ່ ສະມາຄົມການເງິນຈຸລະພາກ (ສມກຈ) ທີ່ເບີ 021 226018, 030 948 1265 ຫຼື mfa@laomfa.local, ເວັບໄຊສ໌ www.laomfa.local