ສະມາຄົມການເງິນຈຸລະພາກລາວ – ສມກຈ

Lao Microfinance Association – LMFA

ຮັບສະໝັກພະນັກງານ ຜູ້ຊ່ວຍວຽກວິຊາການ ພາກສະໜາມ ຕິດຕາມກອງທຶນສິນເຊື່ອບ້ານ closed

ຜູ້ຊ່ວຍວຽກວິຊາການ ພາກສະໜາມ ຕິດຕາມກອງທຶນສິນເຊື່ອບ້ານ

3 ຄົນປະຈຳຢູ່ ແຂວງບໍ່ແກ້ວ: 1 ຄົນ ປະຈຳຢູ່ ເມືອງປາກທາ, 2 ຄົນ ປະຈຳຢູ່ ເມືອງຜາອຸດົມ.

3 ຄົນປະຈຳຢູ່ ແຂວງວຽງຈັນ: 1 ຄົນ ປະຈຳຢູ່ ເມືອງຫີນເຫີບ ແລະ  ເມືອງເຟືອງ, 1 ຄົນ ປະຈຳຢູ່ ເມືອງກາສີ, 1 ຄົນ ປະຈຳຢູ່ ເມືອງແມດ.

4 ຄົນປະຈຳຢູ່ ແຂວງບໍລິຄຳໄຊ: 2 ຄົນ ປະຈຳຢູ່ ເມືອງ ບໍລິຄັນ, 1 ຄົນປະຈຳຢູ່ ເມືອງ ຄຳເກີດ, 1 ຄົນ ປະຈຳຢູ່ເມືອງ ວຽງທອງ.

ອົງການຈັດຕັ້ງໃນເມື່ອກ່ອນຂອງ ສະມາຄົມການເງິນຈຸລະພາກ (ສມກຈ LMFA), ແມ່ນ ກຸ່ມເຮັດວຽກການເງິນຈຸລະພາກຂອງ ສປປ ລາວ (ກຮກຈ), ແມ່ນໄດ້ຖືກສ້າງຕັ້ງຂຶ້ນໃນເດືອນ ພຶດສະພາ ປີ 2007 ໂດຍກຸ່ມຜູ້ທີ່ຈັດຕັ້ງປະຕິບັດວຽກງານການເງິນຈຸລະພາກ ເພື່ອສ້າງກົນໄກການແລກປ່ຽນຂໍ້ມູນຂ່າວສານ ແລະ ປະສົບການ, ເປັນຕົວແທນເພື່ອຜົນປະໂຫຍດ ຂອງຂະແໜງການເງິນຈຸລະພາກ, ແລະ ປະສານງານກິດຈະກຳຕ່າງໆ ຂອງອົງການຜູ້ໃຫ້ທຶນ. ໃນເດືອນຕຸລາ ປີ 2013, ກຮກຈ ໄດ້ຮັບໃບອະນຸຍາດຊົ່ວຄາວ ເປັນສະມາຄົມບໍ່ຫວັງຜົນກຳໄລ (NPA) ຈາກກະຊວງພາຍໃນ (MOHA). ຈາກນນັ້ນ , ຊື່ຂອງ ກຮກຈ ຈຶ່ງປ່ຽນມາເປັນ ສະມາຄົມການເງິນຈຸລະພາກ (ສມກຈ) ແລະ ໄດ້ຮັບໃບອະນຸຍາດຖາວອນໃນກາງເດືອນ ສິງຫາ ປີ 2018. ສມກຈ ແມ່ນເຮັດວຽກພາຍໃຕ້ການຊີ້ນຳຂອງ ກົມຄຸ້ມຄອງສະຖາບັນການເງິນ, ທະນາຄານ ແຫ່ງ ສປປລາວ.

ສມກຈ ສະໜັບສະໜູນ ການໃຫ້ບໍລິການ ການເງິນແບບມີສ່ວນຮ່ວມ ສຳລັບຜູ້ມີລາຍຮັບຕໍ່າ ໃນ ສປປລາວ. ໃນປະຈຸບັນນີ້  ສມກຈ ແລະ ອົງກອນ ADA ຂອງ ປະເທດ ລຸກເຊມບວກ ໄດ້ເຂົ້າມາສະໜັບໜູນ ທາງດ້ານວິຊາການຂອງໂຄງການ ລາວ 030 ຂອງ LUXDEV ເພື່ອສ້າງຄວາມເຂັ້ມແຂງໃຫ້ກອງທຶນບ້ານ ໃນ 3 ແຂວງ, ເຊັ່ນ ແຂວງບໍ່ແກ້ວ, ແຂວງ ວຽງຈັນ ແລະ ແຂວງບໍລິຄຳໄຊ.  ເພື່ອບັນລຸ ເປົ້າໝາຍດັ່ງກ່າວນັ້ນ, ສມກຈ ຕ້ອງການ ຜູ້ຊ່ວຍວຽກວິຊາການ ພາກສະໜາມ ຕິດຕາມກອງທຶນສິນເຊື່ອບ້ານ ທີ່ເປັນ ນັກຮຽນ ນັກສຶກສາ ຈົບແລ້ວ, ລາຍລະອຽດ ແມ່ນຕາມຂໍ້ມູນລຸ່ມນີ້:

ເລີ້ມເຮັດວຽກ: ແຕ່ ເດືອນ ເມສາ 2020 ເຖິງ ທັນວາ 2021 ແລະ ສາມາດຕໍ່ສັນຍາໄດ້

ສະຖານທີ່ເຮັດວຽກ ແລະ ລົງແຕ່ລະບ້ານ ໃນເມືອງ  ແລະ ແຂວງ ທີ່ກ່ຽວຂ້ອງ:

3 ຄົນປະຈຳຢູ່ ແຂວງບໍ່ແກ້ວ: 1 ຄົນ ປະຈຳຢູ່ ເມືອງປາກທາ, 2 ຄົນ ປະຈຳຢູ່ ເມືອງຜາອຸດົມ.

3 ຄົນປະຈຳຢູ່ ແຂວງວຽງຈັນ: 1 ຄົນ ປະຈຳຢູ່ ເມືອງຫີນເຫີບ ແລະ  ເມືອງເຟືອງ, 1 ຄົນ ປະຈຳຢູ່ ເມືອງກາສີ, 1 ຄົນ ປະຈຳຢູ່ ເມືອງແມດ.

4 ຄົນປະຈຳຢູ່ ແຂວງບໍລິຄຳໄຊ: 2 ຄົນ ປະຈຳຢູ່ ເມືອງ ບໍລິຄັນ, 1 ຄົນປະຈຳຢູ່ ເມືອງ ຄຳເກີດ, 1 ຄົນ ປະຈຳຢູ່ເມືອງ ວຽງທອງ.

  1. ໜ້າທີ່ ແລະ ຄວາມຮັບຜິດຊອບ
    1. ຊ່ວຍ ຕິດຕາມ ແລະ ສະໜັບສະໜູນການເຄື່ອນໄຫວວຽກງານທີ່ກ່ຽວຂ້ອງກັບ ວຽກງານການບໍລິການຂອງກອງທຶນ ແລະ ຂອງ ສະຖາບັນ (ສກຈ) ມື້ຕໍ່ມື້, ເປັນຕົ້ນແມ່ນແຜນສິນເຊື່ອ, ແລະ ການເຄື່ອນໄຫວການດຳເນີນລວມຂອງ ກອງທຶນ ແລະ ສກຈ (ສກຈ ແມ່ນ ມີແຕ່ໃນແຂວງບໍລິຄຳໄຊ).
    1. ຊ່ວຍຝຶກອົບຮົມໃຫ້ຄະນະກອງທຶນ, ຊ່ວຍ ຕິດຕາມ ແລະ ຊຸກຍູ້ການເຄື່ອນໄຫວສິນເຊື່ອຮ່ວມກັບຄະນະກອງທຶນສິນເຊື່ອບ້ານ: ແຜນການເກັບເງິນກູ້, ແຜນການເບີກຈ່າຍ ແລະ ການຕິດຕາມຍອດເງິນກູ້ຄ້າງຊຳລະເງິນກູ້.
    1. ຕິດຕາມ ແລະ ແນະນຳທິດທາງການຄວບຄຸມ/ປ້ອງກັນໜີ້ຊັກຊ້າ.
    1. ຊ່ວຍ ຕິດຕາມ ແລະ ຄິດໄລ່ອັດຕາສ່ວນໜີ້ຊັກຊ້າ
    1. ຊຸກຍູ້ ແລະ ແນະນຳການດຳເນີນການລະດົມ ເງິນກູ້ ຂອງກອງທຶນບ້ານ ແລະ ສກຈ
    1. ຕິດຕາມສະພາບການເຄື່ອນໄຫວທາງດ້ານການເງິນ, ກວດກາບົດລາຍງານທີ່ຈຳເປັນ ປະຈຳວັນ ແລະ ຕົວຊີ້ວັດທາງດ້ານຜົນການດຳເນີນງານຂອງ ກອງທຶນບ້ານ ແລະ ສກຈ
    1. ຕິດຕາມຜົນການນຳໃຊ້/ປະຕິບັດນະໂຍບາຍຂອງ ກອງທຶນບ້ານ ຈາກຜົນການດໍາເນີນງານ/ຈັດຕັ້ັ້ັງປະຕິບັດຕົວຈິງ
    1. ຊ່ວຍ ປະສານງານກັບອົງການຈັດຕັ້ງທາງດ້ານເຕັກນິກວິຊາການທີ່ກ່ຽວຂ້ອງ
    1. ຊ່ວຍ ປະສານງານ ແລະ ພົວພັນກັບອຳນາດການປົກຄອງຂັ້ນບ້ານ, ເມືອງ ແລະ ແຂວງ
    1. ຊ່ວຍ ປະສານງານ ແລະ ພົວພັນກັບທະນາຄານແຫ່ງ ສປປລາວ
    1. ຊ່ວຍ ພະນັກງານຜູ່ປະສານງານ ການເງິນຊົນນະບົດຂັ້ນແຂວງ ໃນການໃຫ້ບໍລິການລູກຄ້າ ຫຼື ກອງທຶນສິນເຊື່ອບ້ານ, ການຈັດກອງປະຊຸມ, ຈັດຝຶກອົບຮົມຕ່າງ ແລະ  ສະຫລຸບຄວາມຄືບໜ້າ
    1. ຊ່ວຍ ໜ້າວຽກທີ່ໄດ້ຮັບມອບໝາຍພິເສດ ແລະ ປະຕິບັດວຽກອື່ນໆ ທີ່ທາງຜູ້ບໍລິຫານແນະນຳ
  1. ຄຸນວຸດທິຂອງ, ຄວາມສາມາດ ແລະ ປະສົບການ
  2. ສັນຊາດລາວ
  3. ຈົບການສຶກສາ ວິຊາສະເພາະ ຂື້ນໄປ ດ້ານ ການບັນຊີ, ການເງິນ, ທະນາຄານ, ບໍລິຫານ ຫຼືຄ້າຍຄຽງ
  4. ມີປະສົບການໃນການເຮັດວຽກ ໃນດ້ານ ການເງິນ, ທະນາຄານ, ບໍລິຫານ (ຖ້າມີ ຈະພິຈາລະນາເປັນພິເສດ)
  5. ສາມາດໃຊ້ພາສາອັງກິດ ເຂົ້າໃນການສື່ສານ, ສົນທະນາ ຂຽນ ໃນລະດັບດີ (ຈະພິຈາລະນາເປັນພິເສດ)
  6. ມີຄວາມຊຳນານໃນການໃຊ້ windows, MS word, excel, power point,  internet ແລະ ອື່ນໆ
  7. ມີຄວາມສາມາດໃນການເຮັດວຽກ ດ້ວຍຕົນເອງ
  8. ມີສຸຂະພາບແຂງແຮງ ສາມາດ​ເດີ​ນ​ທາງ​ໄປພື້ນທີ່ໂຄງການ
  9. ມີຄວາມກະຕືລືລົ້ນ, ຊື່ສັດ ແລະ ສາມາດເຮັດວຽກເປັນທິມໄດ້
  10. ມີໄຫວພິກ ແລະ ມັກໃນການຮຽນຮູ້​

ທ່ານໃດສົນໃຈສາມາດຍື່ນຄຳຮ້ອງ (ຂຽນດ້ວຍຕົນເອງ) ພ້ອມດ້ວຍ ຊີວະປະຫວັດ, ໃບປະກາດ, ໃບຄະແນນ, ໃບຜ່ານງານ (ຖ້າມີ),  ແລະເອກະສານອື່ນໆ ທີ່ກ່ຽວຂ້ອງ ມາທີ່ຫ້ອງ ການສະມາຄົມ ການເງິນຈຸລະພາກ, ທີ່ ບ້ານ ອາມອນ, ຮ່ອມ 23 (23/3), ເມືອງໄຊເສດຖາ,  ນະຄອນຫລວງວຽງຈັນ ໂທ: +856 30 9481265  ຫລື ສົ່ງທາງ ອີເມລ: job@laomfa.local

ປິດຮັບສະໝັກວັນທີ 22/3/2020

ມີພຽງຜູ້ທີ່ຖຶກຄັດເລືອກເພື່ອສຳພາດເທົ່ານັ້ນຈະຖຶກຕິດຕໍ່ກັບໄປຫາ. ເອກະສານທີ່ສົ່ງມາຈະບໍ່ໄດ້ສົ່ງຄືນ