ສະມາຄົມການເງິນຈຸລະພາກລາວ – ສມກຈ

Lao Microfinance Association – LMFA

ທິມງານນັກສໍາມະນາກອນ ຫລັກສູດບໍລິຫານການເງິນຈຸລະພາກ ຢ້ຽມຢາມທີ່ ສກຈຮ ໂຊກໄຊ

ວັນທີ 9 ພະຈິກ 2016 ນີ້… ທິມງານນັກສໍາມະນາກອນ ຫລັກສູດບໍລິຫານການເງິນຈຸລະພາກ ໄດ້ມີໂອກາດ ໄປຢ້ຽມຢາມທັດສະນະສຶກສາ ທີ່ ສກຈຮ ໂຊກໄຊ ເພື່ອເປັນການຖອດຖອນບົດຮຽນການປະຕິບັດໃນວຽກງານຕົວຈິງຈາກ ສະຖາບັນທີ່ມີປະສົບການມາກ່ອນ ແລະ ເພື່ອເຮັດໃຫ້ນັກສໍາມະນາກອນໄດ້ສົບທຽບລະຫວ່າງທິດສະດີ ແລະ ການປະຕິບັດຕົວຈິງ ເພື່ອທີ່ຈະນໍາເອົາບົດຮຽນທີ່ໄດ້ໄປຈັດຕັ້ງປະຕິບັດໃຫ້ສອດຄ່ອງ ແລະ ເໝາະສົມ.