ສະມາຄົມການເງິນຈຸລະພາກລາວ – ສມກຈ

Lao Microfinance Association – LMFA

ທຸລະກິດ ສກຈບ ເຕີີບໂຕ ສວານທາງເສດຖະກິດ ປີກາຍນີ້ ມີກຳໄລສຸດທິຫຼາຍກວ່າ 23 %

ການດໍາເນີນທຸລະກິດຂອງສະຖາບັນການເງິນຈຸລະພາກທີ່ບໍ່ຮັບເງິນຝາກ  ( ສກຈບ ) ໃນປີ 2016 ຖືວ່າຍັງສົດໃສ ທ່າມກາງຄວາມຫຍຸ້ງຍາກທາງເສດຖະກິດ ໂດຍມີຍອດຊັບເພີ່ມຂື້ນ 18.25​ % ມາຢູ່ທີ່ 126.98 ຕື້ກີບ ແລະ ມີກໍາໄລສຸດທິ ເພີ່ມຂື້ນ 23.51 % ຈາກປີ 2015.

ກົມຄຸ້ມຄອງສະຖາບັນການເງິນ, ທະນາຄານແຫ່ງ ສປປ ລາວ ໄດ້ຈັດກອງປະຊຸມສະຫຼຸບວຽກງານສະຖາບັນການເງິນຈຸລະພາກທີ່ບໍ່ຮັບເງິນຝາກ ( ສກຈບ ) ຂື້ນໃນວັນທີ່ 23 ກຸມພາ 2017 ທີ່ສູນຮ່ວມມື ລາວ – ຢີ່ປຸ່ນ ( ICTC ) ໂດຍການຮ່ວມມືລະຫວ່າງ ທະນາຄານແຫ່ງ ສປປ ລາວ ໂຄງການໆເງິນຈຸລະພາກໃນຂົງເຂດຊົນນະບົດ – ການເຂົ້າເຖິງແຫຼ່ງທຶນຂອງຜູ້ທຸກຍາກ ແລະ ໂຄງການສົ່ງເສີມການເຂົ້າເຖິງແຫຼງທຶນຂອງຜູ້ທຸກຍາກໃຫ້ຫຼາຍຂຶ້ນ.

ທ່ານ ອາຄົມ ປຣະເສີດ ຫົວໜ້າກົມຄຸ້ມຄອງສະຖາບັນການເງິນ ທະນາຄານແຫ່ງ ສປປ ລາວ ໄດ້ກ່າວວ່າ : ປີ 2016 ນັບວ່າເປັນອີກປີໜຶ່ງທີ່ ສກຈບ ປະສົບຜົນສຳເລັດໃນການດຳເນີນທຸລະກິດທີ່ໜ້າພໍໃຈ ໃນສະພາວະເສດຖະກິດທີ່ຂ້ອນຂ້າງທ້າທາຍທັງພາຍໃນ ແລະ ຕ່າງປະເທດ ແຕ່ຍັງມີຜົນປະກອບການທີ່ດີ ເຊີ່ງກໍ່ໃຫ້ເກີດປະໂຫຍດກັບປະຊາຊົນ, ສກຈບ ແລະ ຜູ້ຖືຫຸ້ນ. ສະແດງອອກໃນຮອບໜຶ່ງປີຜ່ານມາ ມີຍອດຊັບສິນເພີ່ມຈາກ 107.38 ຕື້ກີບ ໃນປີ 2015 ເປັນ 126.98 ຕື້ກີບໃນປີ 2016 ເພີ່ມຂື້ນ 18.25 %.

ສະເພາະສິນເຊື່ອ ເພີ່ມຂື້ນຈາກ 83.65 ຕື້ກີບ ເປັນ 86.88 ຕື້ກີບ ຫຼື ເພີ່ມຂື້ນ 3.85% ແລະ ມີກໍາໄລສຸດທິເພີ່ມຂື້ນຈາກ 8.83 ຕື້ກີບເປັນ 10.91 ຕື້ກວ່າກີບ ຫຼື ເພີ່ມຂື້ນ 23.51%. ສໍາຫຼັບການເຄື່ອນໄຫວ ສກຈບ ໃນປີ 2016 ພາຍໃຕ້ການຄຸ້ມຄອງບໍລິຫານທີ່ເນັ້ນການບໍລິຫານຄວາມສ່ຽງຕໍ່ລະບົບ ສກຈບ ຢ່າງຕໍ່ເນື່ອງເຮັດໃຫ້ ສກຈບ ສາມາດປັບຕົວ ແລະ ເຄື່ອນໄຫວໄດ້ຢ່າງມີປະສິດທິພາບ  ແລະ ເພີ່ມປະລິມານຂື້ນເລື່ອຍໆ ຈາກປີ 2015 ມີ 43 ແຫ່ງ ມາເປັນ 59 ແຫ່ງໃນປີ 2016 ເພີ່ມຂື້ນ 16 ແຫ່ງ. ທຶນທັງໝົດໃນປີ 2015 ມີ 46.63 ຕື້ກວ່າກີບ ເພີ່ມຂື້ນເປັນ 63.33 ຕື້ກວ່າກີບ ຫຼື ເພີ່ມຂື້ນ 35.81%, ທ່ານ ອາຄົມ ປຣະເສີດ ກ່າວ.

ທ່ານກ່າວຕື່ມວ່າ : ສກຈບ ສ່ວນໃຫຍ່ແມ່ນໃຫ້ບໍລິການທາງດ້ານເງິນກູ້ເປັນຫຼັກ ໄດ້ມີການພັດທະນາຜະລິດຕະພັນສິນເຊື່ອ ແລະ ປັບປຸງຮູບແບບການບໍລິການດ້ານຕ່າງໆ ເພື່ອຕອບສະໜອງຄວາມຕ້ອງການຂອງລູກຄ້າ, ການບໍລິການສິນເຊື່ອສ່ວນຫຼາຍຈະຢູ່ໃນຂະແໜງການຄ້າ ແລະ ບໍລິການກວມເອົາ  47.16%; ຂະແໜງກະສິກຳ ກວມເອົາ 40.65%; ແລະ ເງິນກູ້ສຳລັບຄົວເຮືອນ/ຄອບຄົວ ກວມເອົາ 12.20% ຂອງຍອດຊັບສິນທັງໝົດ.

ຢ່າງໃດກໍ່ຕາມ ສກຈບ ຍັງມີສິ່ງທ້າທາຍຫຼາຍ ຄື ການສ້າງຂີດຄວາມສາມາດໃນການບໍລິຫານຈັດການກັບທຸລະກິດການເງິນຂອງພະນັກງານຍັງມີຈຳກັດ ແລະ ພະນັກງານຍັງບໍ່ມີປະສົບການທາງດ້ານການເງິນຈຸລະພາກ ໂດຍສະເພາະແມ່ນການບໍລິຫານຈັດການທາງດ້ານສິນເຊື່ອ ເຊັ່ນ: ຂັ້ນຕອນການຄົ້ນຄວ້າ, ຂັ້ນຕອນການອະນຸມັດ, ການຕິດຕາມສະພາບການເຄື່ອນໄຫວຂອງລູກຄ້າ ແລະ ການປະມວນຜົນສິນເຊື່ອເປັນແຕ່ລະໄລຍະ. ນອກນັ້ນ, ຍັງຈຳກັດໃນການສ້າງຜະລິດຕະພັນບໍລິການໃໝ່ຂື້ນມາ, ຫົວໜ້າກົມຄຸ້ມຄອງສະຖາບັນການເງິນ  ກ່າວຢໍ້າ.

ຂະນະທີ່ ທ່ານ ສອນໄຊ ສິດພະໄຊ ຮອງຜູ້ວ່າການທະນາຄານແຫ່ງ ສປປ ລາວ ກ່າວວ່າ: ສກຈບ ຕ້ອງມີການວາງແຜນທາງດ້ານການເງິນ ການຈັດຫາແຫຼ່ງທຶນ ແລະ ໃຊ້ເງິນທຶນໃຫ້ເໝາະສົມເພື່ອສ້າງມູນຄ່າເພີ່ມ ແລະ ຄວາມກຸ້ມຄ່າໃຫ້ກັບ ສກຈບ ສາມາດຂັບເຄື່ອນການດຳເນີນທຸລະກິດໄດ້ຢ່າງຄ່ອງຕົວ ຫຼີກລຽງບັນຫາການຂາດສະພາບຄ່ອງໃນການດຳເນີນທຸລະກິດ ຫຼື ເກີດຄວາມສຽງໃນການບໍລິຫານຈັດການ. ສິ່ງສຳຄັນປະການໜຶ່ງທີ່ເຮັດໃຫ້ ສກຈບ ສາມາດບໍລິຫານງານໄດ້ຢ່າງມີປະສິດທິພາບ ແລະ ເກີດປະສິດທິຜົນ ຄືການນຳໃຊ້ບຸກຄະລາກອນ ແລະ ການເລືອກໃຊ້ເຄື່ອງມືບໍລິຫານການເງິນທີ່ເໝາະສົມກັບວັດຖຸປະສົງທີ່ຕ້ອງການ ແລະ ນຳໃຊ້ຂໍ້ມູນຂອງ ສກຈບ ມາປະມວນວິເຄາະຜົນ ແລະ ຕັດສິນໃຈເພື່ອການປັບປຸງ ຫຼື ຫາວິທີແກ້ໄຂໃຫ້ການດຳເນີນງານມີປະສິດທິພາບເພີ່ມຂື້ນ.

ສກຈບ ຕ້ອງມີການວາງແຜນທາງດ້ານການເງິນ ການຈັດຫາແຫຼ່ງທຶນໃຫ້ໝາະສົມ ເພື່ອສ້າງມູນຄ່າເພີ່ມ ແລະ ຄວາມກຸ້ມຄ່່າ

ຂ່າວຈາກ: ໜພ ເສດຖະກິດ-ການຄ້າ, ສະບັບປະຈໍາວັນທີ 24 ກຸມພາ 2017