ຂ່າວດີ! ຜູ້ເຮັດກະສິກໍາ ຈະເຂົ້າຫາແຫຼ່ງທຶນໄດ້ງ່າຍຂຶ້ນ, ພາຍຫຼັງ 2 ພາກສ່ວນລົງນາມຮ່ວມມືເພື່ອສົ່ງເສີມຢ່າງຕັ້ງໜ້າ.
—————-
ເພື່ອເປັນການສ້າງໂອກາດໃຫ້ກັບຜູ້ທີ່ເຮັດທຸລະກິດກະສິກຳ ໃຫ້ສາມາດເຂົ້າແຫຼ່ງທຶນໄດ້ງ່າຍ, ສະດວກ-ວ່ອງໄວ ແລະ ທັນກັບ ລະດູການຜະລິດ ຫຼື ຮອບວຽນການປູກ-ການລ້ຽງ. ຫລ້າສຸດ, ສະມາສະມາຄົມທຸລະກິດກະສິກໍາລາວ (ສທກລ) ຮ່ວມກັບສະ ມາຄົມການເງິນຈຸລະພາກລາວ (ສມກຈ) ລົງນາມເຊັນບັນທຶກຂໍ້ຕົກລົງຮ່ວມມືທາງວິຊາການ ຫວັງຊຸກຍູ້ການຜະລິດເປັນສິນຄ້າ ຈໍາໜ່າຍພາຍໃນ ແລະ ສົ່ງອອກ ເພື່ອທົດແທນການນໍາເຂົ້າ.
.
ທ່ານ ບຸນທ່ຽງ ລັດຕະນະວົງ, ປະທານສະມາຄົມທຸລະກິດກະສິກໍາລາວ ກ່າວວ່າ: ນະໂຍບາຍສົ່ງເສີມການຜະລິດເປັນສິນຄ້າແນ່ ໃສ່ 2 ສ່ວນຄື: ການຜະລິດພາຍໃນເພື່ອທົດແທນການນໍາເຂົ້າ ແລະ ການຜະລິດເພື່ອເປັນສິນຄ້າສົ່ງອອກ. ຊຶ່ງມີໂຄງການຈຸດສຸມ ດັ່ງນີ້: ການປູກຝັງ 8 ໂຄງການ, ການລ້ຽງສັດ 5 ໂຄງການ ແລະ ການປະມົງ ຫຼື ລ້ຽງສັດນໍ້າ 2 ໂຄງການ (ສ່ວນລາຍລະອຽດ ແຕ່ລະໂຄງການສາມາດພົວພັນກັບສະມາຄົມໄດ້).
.
ທ່ານກ່າວຕື່ມວ່າ: ບັນຫາຂອງຜູ້ຜະລິດກະສິກໍາສ່ວນໃຫຍ່ແມ່ນຕິດພັນກັບການເຂົ້າຫາແຫຼ່ງທຶນ, ການຜະລິດທີ່ບໍ່ມີຕະຫຼາດ ຮອງຮັບ, ວິທີບໍລິຫານຈັດການ ແລະ ປັດໃຈອື່ນໆທີ່ປິ່ນອ້ອມກ່ຽວກັບຂອດການຜະລິດ. ແຕ່ການຮ່ວມມືລະຫວ່າງສອງຝ່າຍ ໃນຄັ້ງນີ້, ຈະເປັນການຄັດຈ້ອນເອົາຜູ້ທີ່ເຮັດແທ້ທໍາຈິງ, ຜູ້ທີ່ມີຄວາມສາມາດ ແລະ ຄຸນສົມບັດທີ່ດີ ແລ້ວສົ່ງເສີມເຂົາເຈົ້າໃຫ້ກາຍ ເປັນຜູ້ປະກອບການທີ່ເຂັ້ມແຂງໃນຕໍ່ໜ້າ.
.
ຂະນະດຽວກັນ, ທ່ານ ສົມພອນ ສີແສງລັດ, ປະທານສະມາຄົມການເງິນຈຸລະພາກລາວ ກໍ່ໃຫ້ທັດສະນະວ່າ: ການຮ່ວມມືຄັ້ງນີ້, ຈຶ່ງເປັນການສ້າງຂົວຕໍ່ລະຫວ່າງສະຖາບັນການເງິນທີ່ເປັນສະມາຊິກຂອງພວກເຮົາ ກັບບັນດາຊາວກະສິກອນທີ່ມີທ່າແຮງຂອງ ສທກລ. ຊຶ່ງມີເປົ້າໝາຍທີ່ຈະເສີມຂະຫຍາຍການຮ່ວມມືທາງດ້ານວິຊາການ ເປັນຕົ້ນແມ່ນ: 1). ການຈັດຝຶກອົບຮົມ, ສຳມະນາ, ແລະ ແລກປ່ຽນບົດຮຽນເພື່ອສ້າງປະສົບການໃໝ່ໆ; 2). ການໃຫ້ຄວາມຮູ້ທາງດ້ານການເງິນຊ່ວຍຜູ້ປະກອບການຂຽນແຜນ ທຸລະກິດ, ຄິດໄລ່ຕົ້ນທຶນ-ລາຍຮັບ ເພື່ອໃຫ້ສາມາດວາງແຜນທຸລະກິດໄດ້; 3). ສະໜອງການບໍລິການທາງການເງິນທີ່ເໝາະສົມ, ຍືນຍົງ ແລະ ເຂົ້າເຖິງງ່າຍ; 4). ຈັດເວທີໃຫ້ສະຖາບັນການເງິນໄດ້ນຳສະເໜີຜະລິດຕະພັນທີ່ຫຼາກຫຼາຍ ເພື່ອໃຫ້ຊາວກະສິກອນ ສາມາດເລືອກສິ່ງທີ່ເໝາະສົມທີ່ສຸດກັບຕົນເອງ.
.
ຂໍ້ມູນຍັງລະບຸຕື່ມອີກວ່າ: ສໍາລັບກົນໄກການຈັດຕັ້ງປະຕິບັດເພື່ອໃຫ້ການຮ່ວມມືນີ້ເກີດຜົນເປັນຮູບປະທໍາຍິ່ງຂຶ້ນ ທັງສອງຝ່າຍ ໄດ້ວາງກົນໄກ ດັ່ງນີ້:
– ສໍາລັບຝ່າຍ ສມກຈ: ຈະລະດົມສະມາຊິກສະຖາບັນການເງິນ ເພື່ອສະໜອງຜະລິດຕະພັນ ແລະ ແຫຼ່ງທຶນ. ໃນມື້ນີ້, ມີສະ ມາຊິກຂອງພວກເຮົາເຂົ້າຮ່ວມແລ້ວ 15 ສະຖາບັນ ແລະ ໃນອະນາຄົດຈະຂະຫຍາຍໄປໃຫ້ຄົບທັງ 95 ແຫ່ງທົ່ວປະເທດ.
– ສ່ວນຝ່າຍ ສທກລ: ຈະເປັນຜູ້ຄັດເລືອກ, ແນະນຳກຸ່ມທຸລະກິດກະສິກຳທີ່ມີທ່າແຮງ ແລະ ສະໜອງຂໍ້ມູນເບື້ອງຕົ້ນທີ່ຈຳເປັນ ເພື່ອຊ່ວຍໃຫ້ສະຖາບັນການເງິນວິເຄາະສິນເຊື່ອໄດ້ໄວ ແລະ ງ່າຍຂຶ້ນ.
.
ພິທີດັ່ງກ່າວ, ຈັດຂຶ້ນໃນວັນທີ 5 ສິງຫາ 2025 ທີ່ນະຄອນຫຼວງວຽງຈັນ ເປັນການລົງນາມຮ່ວມກັນລະຫວ່າງ ທ່ານ ບຸນທ່ຽງ ລັດຕະນະວົງ, ປະທານສະມາຄົມທຸລະກິດກະສິກໍາລາວ ກັບ ທ່ານ ສົມພອນ ສີແສງລັດ, ປະທານສະມາຄົມການເງິນຈຸລະ ພາກລາວ; ເຂົ້າຮ່ວມເປັນສັກຂີພິຍານຂອງທ່ານ ບຸນເລີດ ຫລວງປະເສີດ, ຮອງປະທານສະພາການຄ້າ ແລະ ອຸດສະຫະກຳ ແຫ່ງຊາດລາວ; ທ່ານ ນາງ ວຽງດາລີ ສຸພານຸວົງ, ຮອງຫົວໜ້າກົມຄຸ້ມຄອງສະຖາບັນການເງິນທີ່ບໍ່ແມ່ນທະນາຄານ ພ້ອມດ້ວຍ ສະມາຊິກສະມາຄົມທັງສອງພາກສ່ວນເຂົ້າຮ່ວມ.
ບົດຂ່າວຈາກ: https://www.facebook.com/share/p/1725RVtGdZ/

