ສະມາຄົມການເງິນຈຸລະພາກລາວ – ສມກຈ

Lao Microfinance Association – LMFA

NDTMFI Hongsa-Ngeun District was growth from village funds

ທ່ານ ຈ່າຍຄໍາ ລໍບັນລິດ, ຜູ້ອໍານວຍການຂອງສະຖາບັນການເງິນຈຸລະພາກ ທີບໍ່ຮັບເງິນຝາກ ເມືອງຫົງສາ-ເມືອງເງິນ ແຂວງໄຊຍະບູລີ ໃຫ້ທັດສະນະກ່ຽວກັບການເຮັດວຽກໃນຂະແໜງການເງິນຈຸລະພາກ ຕະຫຼອດ 17 ປີຜ່ານມາວ່າ: ສະຖາບັນຂອງພວກເຮົາໄດ້ສ້າງຕັ້ງຂຶ້ນໃນວັນທີ 28/11/2006 ໂດຍການສະໜັບສະໜຸນຈາກໂຄງການການຮ່ວມມືລາວ-ເຢຍລະມັນ ເປັນຜູ້ສະໜັບສະໜູນໃຫ້ທະນາຄານບ້ານ(ກອງທຶນພັດທະນາບ້ານ). 

ຫຼັງຈາກນັ້ນ, ຂ້າພະເຈົ້າຖືກແຕ່ງຕັ້ງໃຫ້ເປັນຜູ້ຈັດການເພື່ອລວບລວມເອົາບັນ ດາທະນາຄານບ້ານ (ກອງທຶນພັດທະນາບ້ານ) ມາເປັນຂາຮຸ້ນດ້ວຍການເຕົ້າໂຮມທຶນເພື່ອຈົດທະບຽນເປັນສະມາຄົມສິນເຊື່ອ ແລະ ຝາກປະຢັດຊຸມຊົນ ເຊິ່ງໄດ້ມີການຂະຫຍາຍຕໍ່ໆກັນມາຈົນເຖິງປີ 2014 ຈິ່ງໄດ້ປັບປຸງລະບຽບ ລວມທັງນະໂຍບາຍຕ່າງໆໃຫ້ສອດຄ່ອງກັບດໍາລັດ 460 ແລະ ກົດໝາຍທີ່ກ່ຽວຂ້ອງກັບ ທະນາຄານ ແຫ່ງ ສປປ ລາວ. ມາເຖິງປະຈຸບັນ ໄດ້ປ່ຽນຊື່ຈາກສະມາຄົມສິນເຊື່ອ ແລະ ຝາກປະຢັດຊຸມຊົນ ມາເປັນສະຖາບັນການເງິນຈຸລະພາກ ທີ່ບໍ່ຮັບເງິນຝາກ ເມືອງຫົງສາ-ເມືອງເງິນ.

ທ່ານຍັງໄດ້ເລົ່າປະສົບການເຮັດວຽກຂອງຕົນຕະຫຼອດ 17 ປີ (2001-2018) ແມ່ນໄດ້ຜ່ານຜ່າອຸປະສັກ ແລະ ຄວາມຫຍຸ້ງຍາກຫຼາຍຢ່າງເປັນຕົ້ນແມ່ນ: ປີ 2001-2003 ແມ່ນເຮັດວຽກນໍາຫ້ອງການກະສິກໍາ ແລະ ປ່າໄມ້ເມືອງນາແລ ແຂວງຫຼວງນໍ້າທາ; ແຕ່ປີ 2003- 2007 ເຮັດວຽກນໍາໂຄງການ ລາວ-ເຢຍລະມັນ ແລະ ນັບແຕ່ປີ 2008 ເຖິງປະຈຸບັນ ແມ່ນເຮັດວຽກກັບສະຖາບັນການເງິນຈຸລະພາກທີ່ບໍ່ຮັບເງິນຝາກ ເມືອງຫົງສາ-ເມືອງເງິນ ແຂວງໄຊຍະບູລີ. ໃນລະຫວ່າງການເຮັດວຽກຢູ່ກັບສະຖາບັນການເງິນນັ້ນ ຂ້າພະເຈົ້າຍັງໄດ້ເຮັດວຽກເປັນທີ່ປຶກສາໄລຍະສັ້ນໃຫ້ກັບໂຄງການນໍ້າເທີນ2 (31/3/2013 ຫາ 10/4/2013) ເພື່ອປະເມີນຜົນການຈັດຕັ້ງປະຕິບັດຂອງວຽກງານກອງພັດທະນາບ້ານຂອງໂຄງການຄືນ ແລະ ວາງແຜນໄວ້ໃນໄລຍະຍາວ; ເປັນທີ່ປຶກສາໄລຍະສັ້ນໃຫ້ກັບໂຄງການປົກປ້ອງດິນຟ້າອາກາດ (ເພື່ອສ້າງຕັ້ງກອງທຶນພັດທະນາຂອງ 2 ເມືອງຢູ່ແຂວງຫົວພັນ (22/05/2013 – 30/03/2014); ເປັນທີ່ປຶກ ສາໄລຍະສັ້ນໃນການກວດສອບກອງທຶນເງິນກູ້ບ້ານຂອງບໍລິສັດ ພູເບ້ຍ ມາຍນິງ ຈໍາກັດ ປີ 2014.

ຄຽງຄູ່ກັນນັ້ນ, ທ່ານຍັງເຮັດວຽກເປັນທີ່ປຶກສາໄລຍະສັ້ນ, ເປັນຄູຝຶກໃນຫົວຂໍ້ການກວດສອບ, ການບໍລິຫານຈັດການ ແລະ ການບັນຊີໃຫ້ພະນັກງານຂັ້ນເມືອງ ເພື່ອຄຸ້ມຄອງກອງທຶນເງິນກູ້ບ້ານຂອງໃຫ້ບໍລິສັດ ພູເບ້ຍມາຍນິງ ໃນເດືອນທັນວາ 2014 ແລະ ເດືອນມີຖຸນາ 2015; ເປັນທີ່ປຶກສາໄລຍະສັ້ນ ເປັນຄູຝຶກທາງດ້ານວິຊາການດ້ານການເງິນຈຸລະພາກໃນຫົວຂໍ້ການຄວບຄຸມ, ການກວດສອບ, ດ້ານບັນຊີ, ການບໍລິຫານຄວາມສ່ຽງໃຫ້ພະນັກງານບໍລິສັດນໍ້າງຽບ1 ແລະ ພະນັກງານປະສານງານຂັ້ນເມືອງໃນວັນທີ່ 18-22 ທັນວາ 2017. 

ສ່ວນທ້າຍປີ 2015 ໄດ້ຮຽນຫຼັກສຸດການບໍລິຫານການເງິນຈຸລະພາກເພື່ອເປັນຄູຝຶກນໍາອາຈານສອນຈາກໂຮງຮຽນແຟຼງເຟີດ ປະເທດເຢຍລະມັນ ແລະ ໄດ້ເປັນຄູຝຶກຫຼັກສຸດການບໍລິ ຫານການເງິນຈຸລະພາກໃຫ້ກັບສາມະຄົມການເງິນຈຸລະພາກທີ່ຢັ້ງຢືນໂດຍ ທະນາຄານ ແຫ່ງ ສ ປປ ລາວມາເຖິງປັດຈຸບັນ ເຊິ່ງສາມາດມີໃບຢັ້ງຢືນການຝຶກອົບຮົມຫຼາຍຮູບແບບລວມທັງໝົດ 33 ໃບ. 

ທ່ານຜູ້ອໍານວຍການ ຍັງອະທິບາຍຮູ້ເຫັນເຖິງຂໍ້ຫຍຸ້ງຍາກໃນການເຮັດວຽກຂະແໜງການເງິນ ວ່າ: ທຳອິດແມ່ນການຫັນປ່ຽນແນວຄວາມຄິດ ແລະ ຄວາມເຂົ້າໃຈຂອງປະຊາຊົນໃນທ້ອງຖິ່ນ ເພື່ອລະດົມເງິນຝາກຈາກຊາວບ້ານ; ການຮຽນຮູ້ຈາກປະຊາຊົນບັນດາເຜົ່າທີ່ແຕກຕ່າງກັນ ແລະ ການໃຊ້ຊີວິດຮ່ວມກັບປະຊາຊົນເພື່ອສ້າງຄວາມເຂົ້າໃຈ ແລະ ບາງຊົນເຜົ່າບໍ່ຮູ້ພາສາລາວເປັນຕົ້ນແມ່ນຊົນເຜົ່າອາຄ່າ (ອີ່ກໍ) ຢູ່ເມືອງສິງ ແຂວງຫຼວງນໍ້າທາ ໃນການເຮັດວຽກແຕ່ລະຄັ້ງແມ່ນຕ້ອງການພາສາແປ ແລະ ເປັນເຂດບ້ານທີ່ຢູ່ຫ່າງໄກທີ່ສຸດ ເຊິ່ງການໃຊ້ຊີວິດຮ່ວມກັບຊາວບ້ານນັ້ນຈະໂດຍບໍ່ມີເສັ້ນທາງລົດ ມີແຕ່ທາງຢ່າງຕາມພູຜາປ່າດົງເປັນເວລາ 14 ຊົ່ວໂມງຈຶ່ງຮອດບ້ານເພາະເປັນເຂດຊາຍແດນຕິດກັບປະເທດມຽນມາ.

ຂະນະດຽວກັນ, ການອອກແບບລະບົບປື້ມຄູ່ມື ແລະ ລະບົບບັນຊີໃຫ້ແກ່ການບໍລິຫານວຽກງານທະນາຄານບ້ານ ໂດຍທີ່ບໍ່ແມ່ນວິຊາທີ່ເຄີຍຮຽນມາກ່ອນແມ່ນຫຍຸ້ງຍາກຫຼາຍ ເພາະວ່າໂຕເອງໄດ້ຮຽນຈົບດ້ານກະສິກໍາຂະແໜງລ້ຽງສັດ, ແຕ່ມາເຮັດວຽກດ້ານການເງິນ ລວມທັງການຮຽນຮູ້ດ້ານນະໂຍບາຍ ເພື່ອຄວບຄຸມໃນການຈັດຕັ້ງປະຕິບັດ, ການມີສ່ວນຮ່ວມຂອງປະຊາຊົນ, ເສັ້ນທາງຄົມມະນາຄົມ ໂດຍສະເພາະແມ່ນບ້ານຕໍ່ບ້ານໃນເຂດຊົນນະບົດ ແລະ ອື່ນໆ. 

ຄຽງຄູ່ກັນນັ້ນ, ຍັງມີສິ່ງທ້າທາຍຫຼາຍເປັນຕົ້ນແມ່ນ: ປະສົບການສະເພາະດ້ານຂອງຄະນະສະພາບໍລິ ຫານຍັງບໍ່ສູງ, ບໍ່ມີລະບົບຄວບຄຸມທີ່ມາດຕະຖານສາກົນ, ຄູ່ແຂ່ງເພີ່ມຂຶ້ນໃນແຕ່ລະປີ, ຂອດປະສານງານລະຫວ່າງວຽກໃນລະດັບຊາດແມ່ນພາສາຕ່າງປະເທດ, ການອອກແບບຜະລິດຕະພັນເພື່ອຕອບສະໜອງຕາມຄວາມຕ້ອງການຂອງລູກຄ້າ, ການຄວບຄຸມເງິນກູ້ນອກລະບົບ ແລະ ການເພີ່ມຂຶ້ນຂອງບັນດາສະຖາບັນການເງິນຈຸລະພາກ, ສະຫະກອນສິນເຊື່ອ, ທະນາຄານທຸລະກິດ ແລະ ບໍລິສັດເຊົ່າສິນເຊື່ອແມ່ນມີຫຼາຍ.

ທ່ານຍັງບອກເຄັດລັບການບໍລິຫານອົງກອນຕື່ມອີກວ່າ: 1). ການບໍລິຫານອົງຕ້ອງເປັນແບບຢ່າງທີ່ດີໃຫ້ແກ່ພະນັກງານທຸກໆຢ່າງ; 2). ບໍ່ເອົາປຽບພະນັກງານ ແລະ ມີຄວາມຊື່ສັດຈິງໃຈຕໍ່ກັນ; 3). ຕ້ອງເຂົ້າໃຈ ແລະ ຮັບຟັງພະນັກງານຢ່າງມີເຫດຜົນ; 4). ການມີສ່ວນຮ່ວມໃນການຕັດສິນໃຈຫຼາຍໆຢ່າງພາຍໃນອົງກອນ; 5). ການວາງໂຕແບບເປັນກັນເອງຕໍ່ທຸກຄົນໃນເວລາເຮັດວຽກ ແລະ ຮັກແພງກັນແບບອ້າຍນ້ອງກັນ; 6). ຄວນພົບປະສັງສັນກັບພະນັກງານຢ່າງເປັນປົກກະຕິເພື່ອຄວາມສາມັກຄີພາຍໃນ ແລະ ສຸດທ້າຍແມ່ນການໃຫ້ໂອກາດແກ່ພະນັກງານເພື່ອເຮັດໃຫ້ເຂົ້າເຈົ້າໄດ້ພັດທະນາໂຕເອງຢູ່ເລື້ອຍໆ. 

ສ່ວນວິທີການຊີ້ນໍາ-ນໍາພາວຽກງານພາຍໃນອົງກອນ ທ່ານໄດ້ໃຫ້ທັດສະນະຕື່ມອີກວ່າ: ຕ້ອງຢຶດຖືລະ ບຽບ ແລະ ນະໂຍບາຍບົນພື້ນຖານການຈັດຕັ້ງປະຕິບັດໃຫ້ໄປຕາມແຜນທຸລະກິດ, ນະໂຍບາຍດ້ານບຸກຄະລາກອນຕ້ອງລະອຽດຊັດເຈນ, ຕ້ອງມີຈຸດຢືນ ແລະ ເປົ້າໝາຍຂອງພະນັກງານແຕ່ລະຄົນ, ການນໍາພາເຮັດຕົວຈິງເປັນບາງຄັ້ງ ພ້ອມກັບໃຫ້ເຫັນເຫດຜົນ ຫຼື ຖ້າຍັງບໍ່ເຂົ້າໃຈກໍ່ຕ້ອງໄດ້ອະທິບາຍແນະນໍາເພີ່ມເຕີມ.

ທ່ານ ຈ່າຍຄໍາ ລໍບັນລິດ ບ້ານເກີດຢູ່ບ້ານປ່າສັກ ເມືອງ ແລະ ແຂວງຫຼວງນໍ້າທາ ເປັນລູກຊາວນາຄົນໜຶ່ງທີ່ໄດ້ສູ້ຊົນກັບການພັດທະນາວຽກຂະແໜງການເງິນມາໄດ້ 17 ປີແລ້ວ ຖືວ່າເປັນຜູ້ໜຶ່ງທີ່ມີຄວາມສຳ ຄັນຕໍ່ກັບວົງການການເງິນຈຸລະພາກໃນລາວ ໂດຍະສະເພາະຢູ່ແຂວງພາກເໜືອ.