ສະມາຄົມການເງິນຈຸລະພາກລາວ – ສມກຈ

Lao Microfinance Association – LMFA

ສຳເລັດກອງປະຊຸມ ການສົ່ງເສີມການເຂົ້າເຖິງການບໍລິການທາງດ້ານການເງິນ ໃນ ສປປ ລາວ ປະຈໍາປີ 2020 ໃນວັນທີ 25 ພະຈິກ 2020

ສຳເລັດກອງປະຊຸມ ການສົ່ງເສີມການເຂົ້າເຖິງການບໍລິການທາງດ້ານການເງິນ ໃນ ສປປ ລາວ ປະຈໍາປີ 2020 ໃນວັນທີ 25 ພະຈິກ 2020

ໂດຍການຈັດຕັ້ງ ທະນາຄານແຫ່ງ ສປປ ລາວ ຮ່ວມມືກັບ ສະມາຄົມການເງິນຈຸລະພາກ (ສມກຈ) ພາຍໃຕ້ການສະໜັບສະໜຸນໂດຍ ອົງການ ADA Luxembourg ໄດ້ສຳເລັດກອງປະຊຸມການສົ່ງເສີມການເຂົ້າເຖິງການບໍລິການທາງດ້ານການເງິນ ໃນ ສປປ ລາວ ປະຈໍາປີ 2020 ພາຍໃຕ້ຫົວຂໍ້
“ການສ້າງຄວາມສາມາດໃນການປັບຕົວຜ່ານການບໍລິການທາງດ້ານການເງິນ ທີ່ມີຄວາມຮັບຜິດຊອບ ແລະ ມີຄວາມຍືນຍົງ” ທີ່ໂຮງແຮມລາວພລາຊາ ນະຄອນຫລວງວຽງຈັນ ໂດຍການເປັນປະທານເປີດກອງປະຊຸມ ຂອງ ທ່ານ ພຸດທະໄຊ ສີວິໄລ ຮອງຜູ້ວ່າການທະນາຄານ ແຫ່ງ ສປປ ລາວ ແລະ ປະທານດໍາເນີນກອງປະຊຸມ ໂດຍທ່ານ ພັນທະບູນ ໄຊຍະເພັດ, ຮອງຫົວຫນ້າກົມຄຸ້ມຄອງສະຖາບັນການເງິນ
ຂໍຂອບໃຈເປັນຢ່າງສູງມາຍັງ ຄະນະນໍາທະນາຄານແຫ່ງ ສປປ ລາວ ແລະ ບັນດາກົມ, ທຽບເທົ່າກົມ ອ້ອມຂ້າງ, ບັນດາກະຊວງ ແລະ ແຂກທີ່ເຂົ້າຮ່ວມທຸກພາກສ່ວນ ແລະ ຂອບໃຈສະມາຊິກ ສມກຈ ທຸກທ່ານ ທີ່ສະຫຼະເວລາທີ່ມາຮ່ວມໃນກອງປະຊຸມທີ່ມີຄວາມໝາຍຄວາມສຳຄັນໃນຄັ້ງນີ້.
#thankstoFISDBOL
#thankstoADA
#LMFAADA
#FINANCIALINCLUSIONFORUM2020