ສະມາຄົມການເງິນຈຸລະພາກລາວ – ສມກຈ

Lao Microfinance Association – LMFA

ສໍາເລັດກອງປະຊຸມປຶກສາຫາລື ກ່ຽວກັບກອງທຶນພັດທະນາບ້ານ ແລະ ການໄປທັດສະນະສຶກສາ ທີ່ ແຂວງ ສາລະວັນ, ແຂວງ ສະຫວັນນະເຂດ ແລະ ແຂວງ ຄຳມ່ວນ ລະຫວ່າງ ວັນທີ 24-27 ສິງຫາ 2020

ຂໍຂອບໃຈຫຼາຍໆ ມາຍັງ ສະມາຊິກ ສມກຈ ໃນການຕ້ອນຮັບຄະນະຜູ້ແທນທັດສະນະສຶກສາໃນຄັ້ງນີ້ດ້ວຍ

#ສສງວັນໃໝ່ທີ່ແຂວງສາລະວັນ

#ສສງເຊໂນທີ່ແຂວງສະຫວັນນະເຂດ

#ສສງນາກາຍທີ່ແຂວງຄໍາມ່ວນ

#ອຸທິຍານແຫ່ງຊາດນາກາຍນໍ້າເທີນ(NNT-NP)ທີ່ແຂວງຄໍາມ່ວນ

ຜູ້ເຂົ້າຮ່ວມໄດ້ເດີນທາງໄປທັດສະນະສຶກສາ ເພື່ອ ແລກປ່ຽນປະສົບການ ຄວາມສຳເລັດ ໃນການຈັດຕັ້ງປະຕິບັດ ການບໍລິຫານກອງທຶນພັດທະນາບ້ານ. ຜູ້ເຂົ້າຮ່ວມລວມມີ ພະນັກງານຈາກ WWF ແລະ NPA , ທີ່ປຶກສາສາກົນ ແລະ ສະມາຄົມການເງິນຈຸລະພາກ (ສມກຈ)ກອງປະຊຸມປຶກສາຫາລື ແລະ ການໄປທັດສະນະສຶກສາ ແມ່ນຈະໄດ້ຈັດຂື້ນ ເພື່ອປຶກສາຫາລື ແລະ ເປັນການສະໜັບສະໜູນ ການອອກແບບ ແລະ ກະກຽມ ການສ້າງຕັ້ງກອງທຶນພັດທະນາບ້ານ(VDF) ໃນບ້ານເປົ້າໝາຍຂອງໂຄງການ Carbi II ແລະທັງເປັນບ້ານທີ່ນອນຢູ່ໃນພື້ນທີ່ອ້ອມຂ້າງປ່າສະຫວງວນແຫ່ງຊາດເຊຊັບ(NPA). ຈຸດປະສົງ ຂອງກອງປະຊຸມ ແມ່ນ ເພື່ອນຳສະເໜີຜົນຂອງ ການປະເມີນ/ການສຶກສາ 2 ຢ່າງ ເຊັ່ນ: i) ການສຶກສາຂໍ້ມູນຜ່ານເອກະສານ ແລະ ສຳພາດ ກ່ຽວກັບກອງທຶນພັດທະນາບ້ານຂອງໂຄງການຕ່າງໆ ແລະ ii) ການປະເມີນກອງທຶນພັດທະນາ ໂດຍຜ່ານການສຳພາດ ປະຊາຊົນໃນຂັ້ນບ້ານ ແລະ ພະນັກງານ ຂອງ WWF/NPA.