ສະມາຄົມການເງິນຈຸລະພາກລາວ – ສມກຈ

Lao Microfinance Association – LMFA

Completed the training and coaching on Business Plan and Financial Management for MSMEs and SMEs

ສະມາຄົມການເງິນຈຸລະພາກ ( ສມກຈ ) ໄດ້ສໍາເລັດການຝຶກອົບຮົມ ແລະ ຄູຝຶກ ພາຍໃຕ້ຫົວຂໍ້: ການວາງແຜນທຸລະກິດ ແລະ ການຄຸ້ມຄອງບໍລິຫານການເງິນ ເພື່ອເຂົ້າຫາແຫຼ່ງທຶນສຳລັບວິສາຫະກິດຂະໜາດນ້ອຍ ແລະ ກາງ ຄັ້ງທີ 7 ທີ່ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ ໂດຍການຈັດຕັ້ງປະຕິບັດ ແລະ ຮ່ວມມືລະຫວ່າງ ສມກຈ, ສບວ, ອົງການແຮງງານສາກົນ ພາຍໃຕ້ການສະໜັບສະໜູນຈາກທະນາຄານໂລກ ປະຈໍາລາວ.

ທ່ານ ນາງ ປະມວນ ເພັດທານີ ອໍານວຍການສະມາຄົມການເງິນຈຸລະພາກ ໃຫ້ຮູ້ວ່າ: ຈຸດປະສົງຂອງການຝຶກອົບຮົມໃນຄັ້ງນີ້ ກໍເພື່ອຍົກລະດັບຄວາມຮູ້ຂອງຜູ້ປະກອບການທີ່ເຮັດທຸລະກິດໃນຂະແໜງການຕ່າງໆໃຫ້ມີຄວາມເຂັ້ມແຂງດ້ານການວາງແຜນ ແລະ ຄຸ້ມຄອງບໍລິຫານການເງິນຫຼາຍຂຶ້ນ ເພື່ອໃຫ້ເຂົາເຈົ້າມີ ຄວາມສາມາດໃນການເຂົ້າຫາແຫຼ່ງທຶນແລ້ວມາໝູນໃຊ້ກັບທຸລະກິດໃຫ້ມີການເຕີບໃຫຍ່ຂະຫຍາຍຕົວຂຶ້ນໄປເລື້ອຍໆ.

ໃນນີ້, ໄດ້ແບ່ງການຮຽນໃນຫ້ອງ ຈໍານວນ 3 ວັນ ແລະ ການຮຽນເປັນຄູຝຶກ 2 ວັນ ໂດຍມີຫຼາຍຫົວຂໍ້ ເປັນຕົ້ນແມ່ນ: 1). ການຂຽນແຜນທຸລະກິດ; 2). ແຜນການຕະຫຼາດ; 3; ແຜນການດໍາເນີນງານ; 4). ການຄຸ້ມຄອງບໍລິຫານ; 5). ສະເໜີແຜນການເງິນ; 6). ການວາງແຜນການເງິນ ( ຍອດເງິນສົດ ແລະ ຊັບສິນ, ແຜນການລົງທຶນ ແລະ ການເງິນ, ຄາດຄະເນການຂາຍ, ຄາດຄະເນລາຍຈ່າຍ); 7). ບັນຊີເງິນສົດ ( ປຶ້ມບັນຊີເງິນສົດ, ລາຍຈ່າຍເງິນເດືອນ, ໃບລາຍງານກະແສເງິນສົດ, ການຄາດຄະເນກະແສເງິນສົດ ). ນອກນັ້ນ, ຍັງມີບັນດາເງື່ອນໄຂຕ່າງໆໃນການກູ້ຢືມເງິນຈາກທະນາຄານສໍາລັບຫົວໜ່ວຍທຸລະກິດ SME.

ພິທີປິດຝຶກອົບຮົມ ແລະ ມອບໃບຢັ້ງຢືນໃຫ້ແກ່ສໍາມະນາກອນ ໄດ້ຈັດຂຶ້ນໃນຕອນບ່າຍວັນອາທິດທີ 24 ພະຈິກຜ່ານມາ ໃຫ້ກຽດມອບໂດຍ ທ່ານ ນາງ ປະມວນ ເພັດທານີ ອໍານວຍການສະມາຄົມການເງິນຈຸລະພາກ ແລະ ມີບັນດາສໍາມະນາກອນໃນນະຄອນຫຼວງວຽງຈັນ ແລະ ຕ່າງແຂວງເຂົ້າຮ່ວມຫຼາຍກວ່າ 20 ພາກສ່ວນ.

[ ຂ່າວ: ສົມສະຫວິນ, ຮູບ: ສມກຈ ]