ສະມາຄົມການເງິນຈຸລະພາກລາວ – ສມກຈ

Lao Microfinance Association – LMFA

ຫຼັກສູດບໍລິຫານການເງິນຈຸລະພາກ ລຸ້ນທີ 10 ໄດ້ເປີດຂຶ້ນແລ້ວ

ການຝຶກອົບຮົມຫຼັກສູດບໍລິຫານການເງິນຈຸລະພາກ ລຸ້ນທີ 10 ນີ້, ໄດ້ໄຂຂຶ້ນຢ່າງເປັນທາງການ ໃນຕອນເຊົ້າຂອງວັນທີ 3 ກໍລະກົດ ຮອດວັນທີ 18 ສິງຫາ 2017 ທີ່ຫ້ອງປະຊຸມກົມຄຸ້ມຄອງສະຖາບັນການເງິນ, ຕຶກຕະຫຼາດຫຼັກຊັບລາວ, ນະຄອນຫຼວງວຽງຈັນມີນັກສໍາມະນາກອນທີ່ເຂົ້າຮ່ວມຝຶກ ທັງໝົດ 26 ທ່ານ, ຍິງ 8 ທ່ານ.

ຫຼັກສູດຯນີ້ ປະກອບມີ 8 ວິຊາຄວາມຮູ້ພື້ນຖານກ່ຽວກັບການເງິນຈຸລະພາກ; ການວາງແຜນທຸລະກິດ & ຍຸດທະສາດ; ການບໍລິຫານບຸກຄະລາກອນ & ທັກສະການເປັນຜູ້ນໍາ; ການບໍລິຫານສິນເຊື່ອ ແລະ ໜີ້ຊັກຊ້າ; ການບໍລິຫານ ແລະ ຄຸ້ມຄອງສະຖາບັນການເງິນຈຸລະພາກ; ການບໍລິຫານການປະຕິບັດທາງດ້ານການເງິນ ແລະ ສັງຄົມ, ລະບົບບັນຊີ & ລະບົບຂໍ້ມູນການພັດທະນາຜະລິດຕະພັນການປະຕິບັດຕາມ ຂໍ້ກໍານົດກົດລະບຽບ & ການຄວບຄຸມພາຍໃນຜູ້ເຂົ້າຮ່ວມຈະມີການສອບເສັງຄະແນນຜ່ານ 70%; ໃນນັ້ນ ວິຊາການດ້ານນິຕິກໍາ ກົດໝາຍຕ້ອງໄດ້ ຄະແນນຜ່ານ 70%.

ສໍາລັບ ປີ 2017 ນີ້, ສມກຈ ແມ່ນມີແຜນຈະຈັດການຝຶກອົບຮົມຕື່ມທັງໝົດ ອີກ 1 ລຸ້ນ ເຊີ່ງຈະແບ່ງເປັນແຕ່ລະໄລຍະ. ສໍາລັບຂໍ້ມູນເພີ່ມເຕີມ ກະລຸນາຕິດຕໍ່ ສະມາຄົມການເງິນຈຸລະພາກ (ສມກຈ) ທີ່ເບີ 021 226018, 030 948 1265 ຫຼື mfa@laomfa.local, ເວັບໄຊສ໌ www.laomfa.local