ສະມາຄົມການເງິນຈຸລະພາກລາວ – ສມກຈ

Lao Microfinance Association – LMFA

ຮັບສະໝັກ ວິຊາການ ພາກສະໜາມ

ເລີ້ມເຮັດວຽກ: ແຕ່ ເດືອນ ມິຖຸນາ ຫາ ທັນວາ 2023 ແລະ ສາມາດຕໍ່ສັນຍາໄດ້
ສະຖານທີ່ເຮັດວຽກ ແມ່ນລົງແຕ່ລະບ້ານ ໃນເມືອງ ແລະ ແຂວງ ທີ່ກ່ຽວຂ້ອງ:

  1. ແຂວງ ວຽງຈັນ: ເມືອງ ເຟືອງ 1 ຄົນ, ເມືອງ ກາສີ 1 ຄົນ
  2. ແຂວງ ບໍ່ແກ້ວ: ເມືອງ ປາກທາ 1 ຄົນ
  3. ແຂວງ ບໍລິຄໍາໄຊ: ເມືອງ ວຽງທອງ 1 ຄົນ

ໜ້າທີ່ ແລະ ຄວາມຮັບຜິດຊອບ

  • ຊ່ວຍ ຕິດຕາມ ແລະ ສະໜັບສະໜູນການເຄື່ອນໄຫວວຽກງານການບໍລິການຂອງກອງທຶນສິນເຊື່ອບ້ານ, ເປັນຕົ້ນແມ່ນແຜນສິນເຊື່ອ, ແລະ ການເຄື່ອນໄຫວການ
  • ດຳເນີນລວມຂອງ ກອງທຶນ ຊ່ວຍຝຶກອົບຮົມໃຫ້ ຄະນະກອງທຶນ, ຊ່ວຍ ຕິດຕາມ ແລະ ຊຸກຍູ້ການເຄື່ອນໄຫວສິນເຊື່ອຮ່ວມກັບຄະນະກອງທຶນສິນເຊື່ອບ້ານ: ແຜນການ
  • ເກັບເງິນກູ້, ແຜນການເບີກຈ່າຍ ແລະ ການຕິດຕາມຍອດເງິນກູ້ຄ້າງຊຳລະເງິນກູ້.
  • ຕິດຕາມ ແລະ ແນະນຳທິດທາງການຄວບຄຸມ/ປ້ອງກັນໜີ້ຊັກຊ້າ.
  • ຊ່ວຍ ຕິດຕາມ ແລະ ຄິດໄລ່ອັດຕາສ່ວນໜີ້ຊັກຊ້າ
  • ຊຸກຍູ້ ແລະ ແນະນຳການດຳເນີນການລະດົມ ເງິນກູ້ ຂອງກອງທຶນບ້ານ ແລະ ສກຈ
  • ຕິດຕາມສະພາບການເຄື່ອນໄຫວທາງດ້ານການເງິນ, ກວດກາບົດລາຍງານທີ່ຈຳເປັນ ປະຈຳວັນ ແລະ ຕົວຊີ້ວັດທາງດ້ານຜົນການດຳເນີນງານຂອງ ກອງທຶນບ້ານ ແລະ ສກຈ
  • ຕິດຕາມຜົນການນຳໃຊ້/ປະຕິບັດນະໂຍບາຍຂອງ ກອງທຶນບ້ານ ຈາກຜົນການດໍາເນີນງານ/ຈັດຕັ້ັ້ັງປະຕິບັດຕົວຈິງ
  • ຊ່ວຍ ປະສານງານກັບອົງການຈັດຕັ້ງທາງດ້ານເຕັກນິກວິຊາການທີ່ກ່ຽວຂ້ອງ
  • ຊ່ວຍ ປະສານງານ ແລະ ພົວພັນກັບອຳນາດການປົກຄອງຂັ້ນບ້ານ, ເມືອງ ແລະ ແຂວງ
  • ຊ່ວຍ ປະສານງານ ແລະ ພົວພັນກັບທະນາຄານແຫ່ງ ສປປລາວ
  • ຊ່ວຍ ພະນັກງານຜູ່ປະສານງານ ການເງິນຊົນນະບົດຂັ້ນແຂວງ ໃນການໃຫ້ບໍລິການລູກຄ້າ ຫຼື ກອງທຶນສິນເຊື່ອບ້ານ, ການຈັດກອງປະຊຸມ, ຈັດຝຶກອົບຮົມຕ່າງ ແລະ ສະຫລຸບຄວາມຄືບໜ້າ
  • ຊ່ວຍ ໜ້າວຽກທີ່ໄດ້ຮັບມອບໝາຍພິເສດ ແລະ ປະຕິບັດວຽກອື່ນໆ ທີ່ທາງຜູ້ບໍລິຫານແນະນຳ

ຄຸນວຸດທິຂອງ, ຄວາມສາມາດ ແລະ ປະສົບການ

  • ຈົບການສຶກສາ ວິຊາສະເພາະ ຂື້ນໄປ ດ້ານ ການບັນຊີ, ການເງິນ, ທະນາຄານ, ບໍລິຫານ ຫຼືຄ້າຍຄຽງ (ຖ້າເປັນຄົນທ້ອງຖິນຈະພິຈາລະາເປັນພິເສດ)
  • ມີປະສົບການໃນການເຮັດວຽກ ໃນດ້ານ ການເງິນ, ທະນາຄານ, ບໍລິຫານ (ຖ້າມີ ຈະພິຈາລະນາເປັນພິເສດ)
  • ສາມາດໃຊ້ພາສາອັງກິດ ເຂົ້າໃນການສື່ສານ, ສົນທະນາ ຂຽນ ໃນລະດັບດີ (ຈະພິຈາລະນາເປັນພິເສດ)
  • ມີຄວາມຊຳນານໃນການໃຊ້ windows, MS word, excel, power point, internet ແລະ ອື່ນໆ
  • ມີຄວາມສາມາດໃນການເຮັດວຽກ ດ້ວຍຕົນເອງ
  • ມີສຸຂະພາບແຂງແຮງ ສາມາດ​ເດີ​ນ​ທາງ​ໄປພື້ນທີ່ໂຄງການ
  • ມີຄວາມກະຕືລືລົ້ນ, ຊື່ສັດ ແລະ ສາມາດເຮັດວຽກເປັນທິມໄດ້
  • ມີໄຫວພິກ ແລະ ມັກໃນການຮຽນຮູ້​

ທ່ານໃດສົນໃຈສາມາດຍື່ນຄຳຮ້ອງ (ຂຽນດ້ວຍຕົນເອງ) ພ້ອມດ້ວຍ ຊີວະປະຫວັດ, ໃບປະກາດ, ໃບຄະແນນ, ໃບຜ່ານງານ (ຖ້າມີ), ແລະເອກະສານອື່ນໆ ທີ່ກ່ຽວຂ້ອງມາທີ່ຫ້ອງການສະມາຄົມການເງິນຈຸລະພາກ, ທີ່ ບ້ານ ອາມອນ, ຮ່ອມ 21, ເມືອງໄຊເສດຖາ, ນະຄອນຫລວງວຽງຈັນ ໂທ: +856 30 9481265/020 99626456 ຫລື ສົ່ງທາງ ອີເມລ: mfa@laomfa.org ຫຼື ກອກຂໍ້ມູນໃສ່ຟອມລຸ່ມນີ້:

ຟອມສະໝັກງານ

ປິດຮັບສະໝັກວັນທີ 17/06/2023
ມີພຽງຜູ້ທີ່ຖຶກຄັດເລືອກເພື່ອສຳພາດເທົ່ານັ້ນຈະຖຶກຕິດຕໍ່ກັບໄປຫາ. ເອກະສານທີ່ສົ່ງມາຈະບໍ່ໄດ້ສົ່ງຄືນ