ສະມາຄົມການເງິນຈຸລະພາກມີຂ່າວມາແຈ້ງ ສຳລັບນ້ອງໆນັກສຶກສາທີ່ກຳລັງຮຽນຈົບ ຫຼື ຈົບແລ້ວ ແຕ່ຍັງບໍ່ມີວຽກເຮັດ ແລະ ສົນໃຈໃນວຽກງານການເງິນຈຸລະພາກ. ປະຈຸບັນ ສະມາຄົມການເງິນຈຸລະພາກ (ສມກຈ) ມີທຶນສະໜັບສະໜຸນ ເພື່ອລົງຝຶກງານເປັນເວລາ 3 ເດືອນ ໂດຍ ສມກຈ ຈະຈ່າຍຄ່ານ້ຳມັນລົດ ຈຳນວນ 30.000 ກີບ/ວັນ/1ທຶນ ອີງຕາມວັນທີ່ມາເຮັດວຽກຕົວຈິງ. ຈຸດປະສົງແມ່ນເພື່ອຊ່ວຍສ້າງໂອກາດໃຫ້ຜຸ້ສະໝັກໄດ້ມີວຽກເຮັດງານທຳຢູ່ໃນສະຖາບັນການເງິນ ແລະ ຮຽນຮູ້ເອົາປະສົບການໃນຂະແໜງການເງິນຈຸລະພາກ.
ສະຖານທີ່ຝຶກງານແມ່ນຢູ່ທີ່ສະຖາບັນການເງິນທີ່ເປັນສະມາຊິກຂອງ ສມກຈ ທັງໃນນະຄອນຫຼວງ ແລະ ຕ່າງແຂວງ. ນັກສຶກສາທີ່ຢູ່ຕ່າງແຂວງກໍ່ສາມາດສະໝັກໄດ້ ໂດຍລະບຸແຂວງທີ່ຕົນຢາກລົງຝຶກໃສ່ໃນແບບຟອມສະໝັກ ບ່ອນໝາຍເຫດ.
ນ້ອງໆທີ່ສົນໃຈສາມາດຕື່ມຂໍ້ມູນ ແລະ ຊີວະປະຫວັດຫຍໍ້ຂອງຕົວເອງມາໄດ້ທີ່ລິ້ງຂ້າງລຸ່ມ:
https://forms.gle/W1U3AGaBVkUgfr4M6
ນອກນັ້ນຍັງສາມາດເຂົ້າມາຍື່ນທີ່ຫ້ອງການ ສມກຈ ໄດ້ເລີຍທີ່ ບ້ານ ອາມອນ, ຮ່ອມ 23 (23/3), ເມືອງ ໄຊເສດຖາ, ນະຄອນຫຼວງວຽງຈັນ.