ສະມາຄົມການເງິນຈຸລະພາກລາວ – ສມກຈ

Lao Microfinance Association – LMFA

ປະຫວັດຄວາມເປັນມາ

img_0476-mediumອົງການຈັດຕັ້ງໃນເມື່ອກ່ອນຂອງ ສະມາຄົມການເງິນຈຸລະພາກ (ສມກຈ), ແມ່ນ ກຸ່ມເຮັດວຽກການເງິນຈຸລະພາກຂອງ ສປປ ລາວ (ກຮກຈ), ແມ່ນໄດ້ຖືກສ້າງຕັ້ງຂຶ້ນໃນເດືອນ ພຶດສະພາ ປີ 2007 ໂດຍກຸ່ມຜູ້ທີ່ຈັດຕັ້ງປະຕິບັດວຽກງານການເງິນຈຸລະພາກ ເພື່ອສ້າງກົນໄກການແລກປ່ຽນຂໍ້ມູນຂ່າວສານ ແລະ ປະສົບການ, ເປັນຕົວແທນເພື່ອຜົນປະໂຫຍດ ຂອງຂະແໜງການເງິນຈຸລະພາກ, ແລະ ປະສານງານກິດຈະກຳຕ່າງໆ ຂອງອົງການຜູ້ໃຫ້ທຶນ. ໃນເດືອນຕຸລາ ປີ 2013, ກຮກຈ ໄດ້ຮັບໃບອະນຸຍາດຊົ່ວຄາວ ເປັນສະມາຄົມບໍ່ຫວັງຜົນກຳໄລ (NPA) ຈາກກະຊວງພາຍໃນ (MoHA). ຈາກນນັ້ນ , ຊື່ຂອງ ກຮກຈ ຈຶ່ງປ່ຽນມາເປັນ ສະມາຄົມການເງິນຈຸລະພາກ (ສມກຈ) ແລະ ໄດ້ຮັບໃບອະນຸຍາດຖາວອນໃນກາງເດືອນ ສິງຫາ ປີ 2018.

ສມກຈ ແມ່ນອົງກອນຫຼັກທີ່ເປັນຕົວແທນ ໃຫ້ແກ່ອຸດສາຫະກຳການເງິນຈຸລະພາກແຫ່ງຊາດ. ສມກຈ ໄດ້ເຕົ້າໂຮມບັນດາຜູ້ຈັດຕັ້ງປະຕິບັດວຽກງານການເງິນຈຸລະພາກ ແລະ ຜູ້ມີສ່ວນຮ່ວມ ໃນວຽກງານດັ່ງກ່າວອື່ນໆອີກ ທີ່ມີເປົ້າໝາຍຄ້າຍຄືກັນ ເພື່ອການປັບປຸງ ການເຂົ້າເຖິງການບໍລິການດ້ານການເງິນທີ່ເໝາະສົມ ແລະ ເປັນທີ່ຍອມຮັບໄດ້ຂອງປະຊາຊົນຜູ້ທຸກຍາກ ແລະ ຜູ້ທີ່ບໍ່ມີຄວາມສາມາດເຂົ້າຫາທະນາຄານ. ໃນເດືອນມິຖຸນາ, ສມກຈ ປະກອບມີ 4 ສະມາຊິກສະພາບໍລິຫານ, ພະນັກງານ 6 ຄົນ.

ຜົນປະໂຫຍດໂດຍກົງ
ຜົນປະໂຫຍດໂດຍກົງຈາກໂຄງການນີ້ແມ່ນ ບັນດາ 111 ອົງກອນ ທີ່ເປັນສະມາຊິກຂອງ ສມກຈ, ໂດຍສະເພາະ 93 ສະມາຊິກສະຖາບັນການເງິນຈຸລະພາກ ແລະ ພະນັກງານຂອງສະຖາບັນທີ່ໄດ້ຜົນປະໂຫຍດຈາກການບໍລິການຂອງ ສມກຈ.
ຜົນປະໂຫຍດທາງອ້ອມ
ຜົນປະໂຫຍດທາງອ້ອມແມ່ນຈະມີໃຫ້ແກ່ບັນດາ ສະມາຊິກ/ລູກຄ້າ ຂອງສະຖາບັນການເງິນຈຸລະພາກ ເຊິ່ງຈະໄດ້ຮັບ ການບໍລິການ ແລະ ນໍາໃຊ້ຜະລິດຕະພັນ ທີ່ດີຂື້ນ ແລະ ກໍ່ເຊັ່ນດຽວກັບການພັດທະນາ ການປະຕິບັດຕໍ່ສັງຄົມ ຈາກສະຖາບັນການເງິນຈຸລະພາກ. ສະເລ່ຍຜູ້ໄດ້ຮັບຜົນປະໂຫຍທາງອ້ອມແມ່ນປະມານ 197,600 ທ່ານ.