ສະມາຄົມການເງິນຈຸລະພາກລາວ – ສມກຈ

Lao Microfinance Association – LMFA

ກ່ຽວກັບ ສມກຈ

ສມກຈ ເຄືອຂ່າຍການເງິນຈຸລະພາກແຫ່ງຊາດ

ອົງການຈັດຕັ້ງໃນເມື່ອກ່ອນ ຂອງສະມາຄົມການເງິນ ຈຸລະພາກ (ສມກຈ), ແມ່ນກຸ່ມເຮັດວຽກການເງິນ ຈຸລະພາກ ຂອງ ສປປ ລາວ (ກຮກຈ), ແມ່ນໄດ້ຖືກ ສ້າງຕັ້ງຂຶ້ນໃນເດືອນ ພຶດສະພາ ຄ.ສ 2007 ໂດຍ ກຸ່ມຜູ້ທີ່ຈັດຕັ້ງປະຕິບັດ ວຽກງານ ການເງິນຈຸລະພາກ ເພື່ອສ້າງກົນໄກ ການແລກປຽນຂໍ້ມູນຂ່າວສານ ແລະ ປະສົບການ, ເປັນຕົວແທນ ເພື່ອຜົນປະໂຫຍດຂອງ ຂະແໜງການເງິນຈຸລະພາກ, ແລະ ປະສານງານກິດ ຈະກໍາຕ່າງໆຂອງອົງການຜູ້ໃຫ້ທຶນ. ໃນ ເດືອນ ຕຸລາ ຄ.ສ 2013, ກຮກຈ ໄດ້ຮັບໃບອະນຸຍາດຊົ່ວຄາວ ເປັນສະມາຄົມບໍ່ຫວັງຜົນກໍາໄລ (NPA) ຈາກກະ ຊວງພາຍໃນ (MoHA). ສມກຈ ແມ່ນອົງກອນຫຼັກທີ່ເປັນຕົວແທນໃຫ້ແກ່ອຸດສາຫະກຳການເງິນຈຸລະ ພາກແຫ່ງຊາດ. ສມກຈ ໄດ້ເຕົ້າໂຮມບັນດາຜູ້ຈັດຕັ້ງ ປະຕິບັດວຽກງານການເງິນຈຸລະພາກ ແລະ ຜູ້ມີສ່ວນຮ່ວມໃນວຽກງານດັ່ງກ່າວອື່ນໆອີກທີ່ມີເປົ້າໝາຍ ຄ້າຍຄືກັນ ເພື່ອການປັບປຸງການເຂົ້າເຖິງ ການບໍລິການ ດ້ານການເງິນທີ່ເໝາະສົມ ແລະ ເປັນທີ່ຍອມຮັບໄດ້ ຂອງປະຊາຊົນຜູ້ທຸກຍາກ ແລະ ຜູ້ທີ່ບໍ່ມີຄວາມສາ ມາດເຂົ້າຫາທະນາຄານ. ເພື່ອທີ່ຈະບັນລຸໄດ້ ເປົ້າໝາຍ ຄືດັ່ງກ່າວ, ສມກຈ ຈະປະກອບສ່ວນເຂົ້າໃນການສ້າງຄວາມເຂັ້ມແຂງດ້ານການປະສານງານຂອງຂະແໜງການ, ສ້າງຄວາມໂປ່ງໄສ, ເຮັດໃຫ້ມີຄວາມຍືນຍົງ ແລະ ມີຄຸນນະພາບຂອງການບໍລິການ. ນອກຈາກ ນັ້ນ, ສມກຈ ຍັງຈະໄດ້ປະກອບສ່ວນເຂົ້າໃນຂະບວນການສ້າງສະພາບແວດລ້ອມທາງດ້ານລະບຽບກົດ ໝາຍທີ່ເອື້ອອຳນວຍ.