ສະມາຄົມການເງິນຈຸລະພາກລາວ – ສມກຈ

Lao Microfinance Association – LMFA

ການສຶກສາ ແລະ ບົດລາຍງານ

ການສຶກສາ ແລະ ບົດລາຍງານ

NameFile
ການເງິນຈຸລະພາກໃນ ສປປ ລາວ 2015_NERI, BOL, GIZ
The Global Microscope 2015: The enabling environment for financial inclusion
Measuring Performance of Microfinance Instition_The SEEP Network
ການເງິນຈຸລະພາກໃນ ສປປ ລາວ 2011_NERI, BOL, GIZ
ການເງິນຈຸລະພາກໃນ ສປປ ລາວ 2009_NERI, BOL, GIZ
ຄູ່ມືການປະຕິບັດງານຂອງທະນາຄານບ້ານ_GIZ
Global Microscope_EIU 2014
Annual Economic Report BOL 2013_English
Global Findex Database_The World Bank 2012
Fin Performance of Lao Banking Sector_BOL 2012
ບົດຄົ້ນຄວ້າ ກ່ຽວກັບ: ການປະຕິບັດແຜນຍຸດທະສາດການພັດທະນາ ອາຊີວະສຶກສາ ແລະ ອົບຮົມວິຊາຊີບຂອງສະຖາບັນອາຊີວະສຶກສາ ໃນ ສປປ ລາວ
ດາເຮີ່
ການສຶກສາຕະຫຼາດ – ພະຈິກ 2018
ການຄຸ້ມຄອງບໍລິຫານ
ການຄຸ້ມຄອງຊັບສິນ
How to Sustainably Regulate Village Development Funds in the Lao People’s Democratic Republic – June 2020
Final_report_OID_in_Lao_Microfinance_Sector


ເອກະສານສະຫຼຸບຫຍໍ້

ການບໍລິຫານໜີ້ຊັກຊ້າ: ເອກະສານສະຫຼຸບຫຍໍ້

ເອກະສານສະບັບນີ້ ອະທິບາຍ ກ່ຽວກັບຄຳສັບ ທີ່ເຂົ້າໃຈງ່າຍ ກ່ຽວກັບຄຳວ່າ ໜີ້ຊັກຊ້າ ແມ່ນຫຍັງ, ເຫດຜົນຕົ້ນຕໍ ທີ່ພາໃຫ້ເກີດມີໜີ້ຊັກຊ້າ ແລະ ວິທີການ ໃນການບໍລິຫານ ໜີ້ຊັກຊ້າ. ຫົວຂໍ້ຕົ້ນຕໍ ທີ່ ຈະຕ້ອງໄດ້ຖືກພິຈາລະນາ ແມ່ນ ມີດັ່ງລຸ່ມນີ້:

  •  ບໍລິມາດເງິນກູ້ທີ່ມີຄຸນນະພາບເປັນຄືແນວໃດ?
  •  ບໍລິມາດເງິນກູ້ທີ່ມີຄວາມສ່ຽງ
  •  ບໍລິມາດເງິນກູ້ຂອງສະຖາບັນການເງິນຈຸລະພາກໃນ ສປປລາວ ມີຄຸນນະພາບໄດ້ດ້ວຍວິທີໃດ?
  •  ອັນໃດເປັນສາຍເຫດຕົ້ນຕໍຂອງໜີ້ຊັກຊ້າ?
  •  ມີບາດກ້າວໃດແນ່ ທີ່ສະຖາບັນການເງິນຈຸລະພາກຄວນປະຕິບັດ ເພື່ອຫຼຸດຜ່ອນໜີ້ຊັກຊ້າ?
  •  ຂ້າພະເຈົ້າຢາກແກ້ໄຂບັນຫາກ່ຽວກັບໜີ້ຊັກຊ້າ, ຂ້າພະເຈົ້າຄວນເລີ່ມຕົ້ນດ້ວຍວິທີໃດ?

ເອກະສານອະທິບາຍຫຍໍ້ກ່ຽວກັບການຄຸ້ມຄອງສະພາບໍລິຫານຂອງສະຖາບັນການເງິນຈຸລະພາກ

ເອກະສານອະທິບາຍຫຍໍ້ກ່ຽວກັບການຄຸ້ມຄອງສະພາບໍລິຫານຂອງສະຖາບັນການເງິນຈຸລະພາກ ໄດ້ອະທິບາຍດ້ວຍ ຄຳສັບທີ່ເຂົ້າໃຈງ່າຍ ກ່ຽວກັບຄວາມສຳຄັນ ແລະ ອົງປະກອບພື້ນຖານຂອງການຄຸ້ມຄອງບໍລິຫານທີ່ດີ. ເອກະສານ ດັ່ງກ່າວໄດ້ສະໜອງ ຕອບບັນດາ ຄຳຖາມ ທີ່ສຳຄັນດັ່ງລຸ່ມນີ້:

  •  ການຄຸ້ມຄອງບໍລິຫານແມ່ນຫຍັງ ແລະ ມີຄວາມສຳຄັນແນວໃດ?
  • ພາລະບົດບາດ ແລະ ຄວາມຮັບຜິດຊອບຂອງສະມາຊິກສະພາບໍລິຫານມີຫຍັງແນ່?
  • ໂຄງຮ່າງການຄຸ້ມຄອງບໍລິຫານຕ່າງໆ
  • ການມີບຸກຄົນທີ່ຖືກຕ້ອງໃນສະມາຊິກສະພາບໍລິຫານ. ພວກເຮົາຕ້ອງການບຸກຄົນທີ່ມີຄວາມສາມາດດ້ານໃດແນ່?
  • ເຄັດລັບສຳລັບການປະຊຸມສະພາບໍລິຫານທີ່ມີປະສິດທິພາບ
  • ຜົນສຳເລັດດ້ານການດຳເນີນງານ ແລະ ດ້ານການເງິນ
  • ການບໍລິຫານ ຫົວໜ້າບໍລິຫານ/ຜູ້ຈັດການ
  • ການປັບປຸງວິທີການເຮັດວຽກຂອງສະພາບໍລິຫານ

ການພັດທະນາດ້ານສະຖາບັນຂອງສະຖາບັນການເງິນຈຸລະພາກໃນ ສປປລາວ ໃນລະຫວ່າງປີ 2008-2010

ເອກະສານສະບັບນີ້ ນຳສະເໜີກ່ຽວກັບ ສະພາບລວມຂອງ ຜົນສຳເລັດການພັດທະນາ ດ້ານສະຖາບັນ ຂອງ ສະຖາບັນການເງິນຈຸລະພາກ ໃນ ສປປລາວ ໃນລະຫວ່າງປີ 2008 ຫາ 2010. ການສຳຫຼວດຂໍ້ມູນພື້ນຖານ ໄດ້ຖືກຈັດຕັ້ງປະຕິບັດ ໃນລະຫວ່າງ ເດືອນ ກັນຍາ ປີ 2008 ຫາ ເດືອນ ເມສາປີ 2009 ເຊີ່ງໄດ້ເກັບກຳຂໍ້ມູນ ຈາກ 18 ສະຖາບັນການເງິນຈຸລະພາກ / ສະຫະກອນສິນເຊື່ອ ແລະ ເງິນຝາກປະຢັດ ທີ່ ໄດ້ເຂົ້າຮ່ວມ ເປັນຄູ່ຮ່ວມງານ ກັບໂຄງການ ການເງິນຈຸລະພາກ ເພື່ອຫຼຸດຜ່ອນ ຄວາມທຸກຍາກ (BoL-ADB) ແລະ ໄດ້ທຳການ ສຳຫຼຸວດ ປະເມີນຜົນ ເພື່ອເປັນການຕິດຕາມ ຄວາມຄືບໜ້າ ໃນເດືອນພະຈິກ ປີ 2011.

ເຄື່ອງມືໃນການປະເມີນຜົນ ແມ່ນໄດ້ກວມເອົາ ປະມານ 60 ຂົງເຂດ ໃນການເສີມສ້າງ ຂີດຄວາມສາມາດ ດ້ານສະຖາບັນ ເຊີ່ງນອນຢູ່ໃນ 7 ປະເພດ ເຊັ່ນ: ການຄຸ້ມຄອງບໍລິຫານ, ການບໍລິຫານດ້ານຍຸດທະສາດ, ລູກຄ້າ, ຜະລິດຕະພັນ & ລູກຄ້າ, ການປະຕິບັດງານ ດ້ານສັງຄົມ & ການພົວພັນພາຍນອກ, ການພັດທະນາ ຊັບພະຍາກອນມະນຸດ, ການບໍລິຫານ ດ້ານການເງິນ ແລະ ບໍລິມາດເງິນກູ້.

ຜົນຂອງການປະເມີນຜົນ ທີ່ນຳສະເໜີ ໃນພາກລຸ່ມນີ້ ແມ່ນ ສະແດງໃຫ້ເຫັນ ຄະແນນສະເລ່ຍ ຂອງທັງໝົດສະຖາບັນ ການເງິນຈຸລະພາກ ທີ່ນອນຢູ່ໃນ 3 ຊະນິດກຸ່ມຄື: ສະຖາບັນການເງິນຈຸລະພາກ ທີ່ຮັບເງິນຝາກ (DTMFI), ສະຖາບັນ ການເງິນຈຸລະພາກ ທີ່ບໍ່ຮັບເງິນຝາກ (NDTMFI), ແລະ ສະຫະກອນສິນເຊື່ອ ແລະ ເງິນຝາກປະຢັດ (SCU). ເປັນປົກກະຕິຢູ່ແລ້ວ, ມີບາງສະຖາບັນ ການເງິນຈຸລະພາກ ໄດ້ຄະແນນດີ ສູງກວ່າ ຄະແນນສະເລ່ຍ ໃນກຸ່ມຂອງພວກເຂົາເຈົ້າ ແລະ ສະຖາບັນ ການເງິນຈຸລະພາກ ຈຳນວນໜື່ງ ກໍ່ໄດ້ຄະແນນຕ່ຳ.