ສະມາຄົມການເງິນຈຸລະພາກລາວ – ສມກຈ

Lao Microfinance Association – LMFA

ຜົນປະໂຫຍດ ແລະ ເງື່ອນໄຂຂອງການເຂົ້າເປັນສະມາຊິກ

ຜົນປະໂຫຍດຂອງການເຂົ້າເປັນ ສະມາຊິກ ສມກຈ

ການເຂົ້າເປັນສະມາຊິກຂອງ ສະມາຄົມການເງິນຈຸລະພາກ ສະມາຊິກທຸກທ່ານ ມີສິດຈະ ໄດ້ຮັບ:

1) ດ້ານການສ້າງຂີດຄວາມສາມາດ:

  • ໄດ້ຮັບສິດທິພິເສດໃນການຝຶກອົບຮົມຕາມຄວາມຕ້ອງການຂອງສະມາຊິກ ແລະ ຕາມຂະແໜງການຕ້ອງການ;
  • ໄດ້ເຂົ້າຮ່ວມກອງປະຊຸມສະໂມສອນອຳນວຍການ (CEO Club) ເຊິ່ງຈັດ 2 ຄັ້ງຕໍ່ປີ;
  • ສາມາດເຂົ້າຮ່ວມການໄປທັດສະນະສຶກສາ ພາຍໃນ- ຢ້ຽມຢາມສະມາຊິກທີ່ເຂັ້ມແຂງ ແລະ ຕ່າງປະເທດ ເພື່ອຖອດຖອນ ບົດຮຽນໃນຫົວຂໍ້ຕ້າງໆ;
  • ໄດ້ຮັບສ່ວນຫລຸດໃນການເຂົ້າຮ່ວມຝຶກອົບຮົມ ຕາມຂໍ້ສະເໜີ ສມກຈ ແລະ ຄວາມເປັນຈິງ;
  • ໄດ້ສິດໃນການສະໝັກເຂົ້າ ຝຶກອົບຮົມເປັນຄູຝຶກ (ToT) ເພື່ອຝຶກໃຫ້ ນັກສຳມະນາກອນ ຂອງ MFMCC ທີ່ຈະເປີດ ໃນທ້າຍປີ 2014;
  • ໄດ້ສິດຫຼາຍກວ່າຜູ້ອື່ນໃນການເຂົ້າຮ່ວມຝຶກອົບຮົມຫລັກສູດການຝຶກອົບຮົມການບໍລິຫານການເງິນຈຸລະພາກ (MFMCC) ທີ່ເປີດໃນຕົ້ນປີ 2015;
  • ສມກຈ ອຳນວຍຄວາມສະດວກໃນການແນະນຳຜະລິດຕະພັນປະກັນໄພຈຸລະພາກ (ການປະກັນໄພສິນເຊື່ອ) ໃນສປປລາວ;
  • ສາມາດສະເໜີໃຫ້ ສມກຈ ຈັດການດຳເນີນການກວດສອບທາງດ້ານສັງຄົມໂດຍນຳໃຊ້ເຄື່ອງມື CERISE SPI ໃຫ້ແກ່ ສະຖາບັນ;
  • ສມກຈ ແນະນຳຫຼັກການປົກປ້ອງລູກຄ້າ ຂອງ SMART CAMPAIGN ສຳລັບ ສະມາຊິກ ສກຈ ແລະ ສະໜັບສະໜູນ ເລື່ອງການຮັບຮອງ ແລະ ການທົດລອງປະເມີນດ້ວຍຕົວເອງ;
  • ມີສິດ ເຂົ້າຮ່ວມງານວາງສະແດງ ການຫາຜູ້ຮ່ວມງານ ໃນນະຄອນຫຼວງ ແລະ ຕ່າງແຂວງ ທີ່ມີສະຖາບັນສະມາຊິກຕັ້ງຢູ່ ແລະ ງານສະແດງອື່ນໆ ເພື່ອສົ່ງເສີມຂະແໜງການ;
  • ເຂົ້າຮ່ວມການ ປະຖົມນິເທດກ່ຽວກັບ ການເຮັດທຸລະກິດ ການເງິນຈຸລະພາກ ຈາກ ທຫລ ແລະ ສມກຈ;
  • ຊ່ວຍສະມາຊິກ ທີ່ຍັງອ່ອນນ້ອຍ ໂດຍການລົງໄປຢ້ຽມຢາມ ແລະ Coach ໃຫ້ ຕາມທີ່ສະມາຊິກຕ້ອງການວຽກງານນີ້ ແມ່ນ ຮ່ວມມືກັບ ທຫລ;

2) ດ້ານການພັດທະນາຄວາມຮູ້/ການຄົ້ນຄວ້າວິໄຈ & ການເປັນຕົວແທນ:

  • ສາມາດ ລົງໂຄສະນາ ຕ່າງໆ ໃນເວັບໄຊທ໌ ຂອງ ສມກຈ ທັງເປັນ ພາສາອັງກິດ ແລະ ພາສາລາວ ແລະ ສາມາດໄດ້ຮັບຂໍ້ມູນໃໝ່ໆ ເຊິ່ງປະກອບດ້ວຍຂໍ້ມູນຂ່າວສານທີ່ສົມບູນແບບກ່ຽວກັບກິດຈະກຳການເງິນຈຸລະພາກໃນ ສ.ປ.ປ ລາວ ເຊັ່ນດຽວກັນກັບກິດຈະກຳຂອງສະມາຄົມ;
  • ສາມາດໂຄສະນາ ຜ່ານ ເຟສບຸກ ຂອງ ສມກຈ, ແລະ ເອົາເອກະສານ ລົງແລກປ່ຽນໃນ ສມກຈ Dropbox;
  • ສາມາດເຂົ້າຮ່ວມປະກອບສ່ວນສ້າງຈົດໝາຍຂ່າວຂອງ ສມກຈ ເຊິ່ງຈັດພິມ ແຈກຢາຍ 2 ຄັ້ງຕໍ່ປີ – ເປັນພາສາລາວ ແລະ ອັງກິດ;
  • ໄດ້ຮັບການລາຍງານ ປະຈຳປີ ແລະ ລາຍງານກວດສອບພາຍນອກ;
  • ສາມາດສ້າງອຸປະກອນປະຊາສຳພັນ ຮ່ວມກັບ ສມກຈ ເຊັ່ນ ປະຕິທິນປະຈຳປີ, ແຜ່ນພັບ, ເສື້ອທີເຊີດ, ໝວກ, ຖົງ, ບິກ ແລະ ອື່ນໆ;
  • ໄດ້ຮັບລາຍຊື່ໃໝ່ໆ ຂອງສະຖາບັນຕ່າງໆ ເພື່ອແລກປ່ຽນ ແລະ ລາຍຊື່ ຜູ້ລົງທຶນ;
  • ສາມາດເຂົ້າມາ ອ່ານຂໍ້ມູນໃນຫ້ອງສະໝຸດທີ່ບັນຊີລາຍການ ແລະ ລະຫັດຂອງເອກະສານການພິມເຜີຍແຜ່;
  • ການແປພາສາຂອງເອກະສານທີ່ກ່ຽວຂ້ອງ ແລະ ການສຶກສາ ເປັນພາສາລາວ ແລະ ກົງກັນຂ້າມ;
  • ມີລະບົບຕິດຕາມການກວດກາການປະຕິບັດງານ-ການເກັບກຳຂໍ້ມູນ ແລະ ວິເຄາະ ແລະ ແຈກຢາຍຂໍ້ມູນການປະຕິບັດທາງດ້ານການເງິນຈາກສະມາຊິກ ສມກຈ.
  • ມີສິດເຂົ້າຮ່ວມກອງປະຊຸມປະຈຳໄຕມາດ ວິຊາການ ຂອງສະມາຊິກ(ໃນອານາຄົດເຊື້ອເຊີນຜູ້ໃຫ້ທຶນ/ນັກລົງທຶນ ໃຫ້ເຂົ້າຮ່ວມນຳສະເໜີຜະລິດຕະພັນຂອງເຂົ້າເຈົ້າ/ຕະຫຼາດນັດຂອງນັກລົງທຶນ);
  • ສມກຈ ເປັນຂົວຕໍ່ ລະຫວ່າງ ຜູ້ໃຫ້ທຶນ, ນັກລົງທຶນ, ບຸກຄົນທົ່ວໄປທີ່ສົນໃຈ ໃຫ້ຮູ້ຈັກກັບບັນດາສະມາຊິກ;

3) ດ້ານການເປັນຕົວແທນສ້າງສະພາບແວດລ້ອມທີ່ເອື້ອອຳນວຍ

  • ສມກຈ ເຂົ້າຮ່ວມການປະຊຸມ ປະສານງານ ປະຈຳໄຕມາດ ລະຫວ່າງ ກົມຄຸ້ມຄອງສະຖາບັນການເງິນ, ທະນາຄານແຫ່ງສປປລາວ ເພື່ອຮ່ວມມືໃນການພັດທະນາຂະແໜງການ;
  • ປະສານງານ ກັບ ທຫລ ເພື່ອ ປະກອບຄຳຄິດເຫັນຈາກສະມາຊິກເຂົ້າໃນລະບຽບ, ຂໍ້ກຳນົດ ແລະ ເອກະສານຕ່າງທີ່ອອກໂດຍ ທະນາຄານແຫ່ງສປປລາວ (ທຫລ) ຫຼື ອົງກອນລັດອື່ນໆ ຕາມການສະເໜີຂອງສະມາຊິກສມກຈ;
  • ສມກຈສ້າງລະບຽບການປະພຶດຕົນໃຫ້ແກ່ສະມາຊິ ສມກຈ;
  • ມີສາຍສຳພັນກັບເຄື່ອຂ່າຍອື່ນໆ ເພື່ອເປັນການແລກປ່ຽນ ປະສົບການ;

4) ດ້ານການບໍລິການດ້ານອື່ນໆ:

  • ຊ່ວຍຂຽນການຄຸ້ມຄອງ ບຸກຄະລາກອນ ແລະ ບໍລິຫານ / ການຄຸ້ມຄອງ (ເຊິ່ງສະມາຊິກຈະໄດ້ປະກອບສ່ວນໜຶ່ງ);
  • ຊ່ວຍຂຽນຄູ່ມືອື່ນໆ (ຕົວຢ່າງ: ຄູ່ມື ກວດສອບພາຍໃນ, ຄູ່ມືການເງິນ ການບັນຊີ, ການບໍລິຫານສິນເຊື່ອ etc…);
  • ແນະນຳເລື່ອງ ຕ່າງທາງໂທລະສັບ ຫຼື ອື່ນໆ;

ເງື່ອນໄຂ ການເຂົ້າເປັນ ສະມາຊິກ ສມກຈ

ແມ່ນໃຜ ສາມາດ ເຂົ້າເປັນສະມາຊິກ ຂອງ ສະມາຄົມ ການເງິນ ຈຸນລະພາກ ປະຈໍາ ສປປ ລາວ?
ສມກຈ ແມ່ນຕ້ອນຮັບ ທຸກໆບຸກຄົນ, ອົງກອນ, ຜູ້ໃຫ້ບໍລິການ ແລະ ຕົວແທນທີ່ກ່ຽວຂ້ອງກັບ ການເງິນຈຸລະພາກ ຢູ່ ສປປ ລາວ ແລະ ການຮັບມອບໝາຍຢ່າງ ເໝາະສົມ ເພື່ອຮັກສາໃວ້ ເຊິ່ງຮູບແບບ ຫລັກການ ການຈັດຕັ້ງຂອງການເງິນຈຸລະພາກທີ່ດີ (ເຊັ່ນ: ສະຖາບັນການເງິນຈຸລະພາກ ທີ່ຮັບເງິນຝາກ, ສະຖາບັນ ການເງິນຈຸລະພາກ ທີ່ບໍ່ຮັບເງິນຝາກ, ສະຫະກອນສີນເຊື່ອ ແລະ ເງິນຝາກປະຫຍັດ, ອົງກອນສະໜັບສະໜູນເຂື່ອຄ່າຍ/ສະມາຄົມ, ທະນາຄານ ກໍ່ຄືຜູ້ໃຫ້ທຶນ, ຕົວແທນ ຊ່ວຍເຫຼືອ ລະຫວ່າງ ສອງຝ່າຍ /ຫລາຍຝ່າຍ, ອົງກອນພາຍໃນ /ສາກົນ ທີ່ບໍ່ແມ່ນຂອງລັດຖະບານ (I)NGOs, ຜູ້ໃຫ້ບໍລິການ ແລະ ທີ່ປຶກສາທີ່ເຮັດວຽກດ້ານ ການເງິນຈຸລະພາກ.

ການຢຸດເຊົ່າການເປັນສະມາຊິກ:
ການຢຸດເຊົ່າການເປັນສະມາຊິກແບບສະມັກໃຈ: ສະມະຊິກ ທີ່ສະມັກໃຈຢາກຢຸດເຊົາ ການເປັນສະມາຊິກຂອງ ສມກຈ ແມ່ນຈະຕ້ອງສະເໜີ ໃບຂໍຖອນໂຕ ຕໍ່ກັບ ຄະນະສະພາບໍລິຫານ ຂອງ ສມກຈ

ການຖືກຖອນໂຕອອກຈາກການເປັນສະມາຊິກເມື່ອ:
ກ. ສະມາຊິກ ບໍ່ມີຄວາມເຄົາລົບຕໍ່ ສມກຈ
ຂ. ສະມາຊິກ ສ້າງຄວາມແຕກແຍກ ທີ່ກ່ຽວຂ້ອງກັບລະບຽບ ແລະ ກົດປະພຶດປະຕິບັດ ທີ່ໄດ້ກໍານົດຂອງ ສມກຈ
ຄ. ສະມາຊິກ ສະພາເຫັນດີອະນຸມັດໃຫ້ຖືກຖອນຕົວ


ບັດດາສະມາຊິກ ຂອງສະມາຄົມການເງິນຈຸລະພາກ
ຫາກມີຂໍ້ສົງໃສ ກ່ຽວກັບການເຂົ້າເປັນສະມາຊິກ ແລະ ຂັ້ນຕອນຕ່າງໆ ກະລຸນາຕິດຕໍ່ ຫ້ອງການບໍລິຫານຂອງ ສມກຈ ໄດ້ໃນໂມງເຂົ້າການ

ຊື່ເອກະສານດາວໂຫລດ
Annex 6 MFA Individual member registration Form Lao
Annex 2 membership criteria, right,duties, fee 2020
Annex 3 MFA service package 2020
Annex 4 MFA Code of Conduct_2020
Annex 5 MFA Member Profile for MFIs Lao
Annex 1 MFA member registration Form Lao