ສະມາຄົມການເງິນຈຸລະພາກລາວ – ສມກຈ

Lao Microfinance Association – LMFA

ວຽກຂອງພວກເຮົາ

ການບໍລິການ ແລະ ກິດຈະກຳ ຂອງພວກເຮົາ

1) ການສ້າງຂີດຄວາມສາມາດ

  • ໃຫ້ບໍລິການທາງວິຊາການແກ່ພາກສ່ວນທີ່ກ່ຽວຂ້ອງທັງສະມາຊິກ ແລະ ບໍ່ແມ່ນສະມາຊິກ
  • ໄດ້ດໍາເນີນການປະເມີນຄວາມຕ້ອງການກ່ຽວກັບການ ຝຶກອົບຮົມຂອງສະມາຊິກ (ທຸກໆ ປີ)
  • ຈັດຕັ້ງ, ປະຕິບັດ, ໃຫ້ບໍລິການ ແລະ ຊິ້ນຳການຝຶກອົບ ຮົມສະເພາະໃຫ້ແກ່ສະມາຊິກ. ເປັນຕົວແທນເຜີຍແຜ່ ກ່ຽວກັບທຶນເຂົ້າຮ່ວມການຝຶກອົບຮົມ ແລະ ສຳມະນາ ຕ່າງໆ ທັງພາຍໃນປະເທດ ແລະ ຕ່າງປະເທດ
  • ຈັດຕັ້ງປະຕິບັດ ຫຼັກສູດບໍລິຫານການ ເງິນຈຸລະພາກ (MFMCC)
  • ໃຫ້ຄຳ ປຶກສາປະຈຳວັນແກ່ສະມາຊິກ
  • ຈັດຝຶກອົບຮົມການວາງແຜນທຸລະກິດໃຫ້ແກ່ຜູ້ປະ ກອບການທຸລະກິດຄອບຄົວ ແລະ ປະຊາສຶກສາດ້ານ ການເງິນ ສໍາລັບລູກຄ້າຂອງ ສກຈ ທີ່ເປັນ ສະມາຊິກ

2) ການພັດທະນາຄວາມຮູ້ ແລະ ຕິດຕາມການດຳເນີນງານ

  • ການຕິດຕາມຜົນການປະຕິບັດງານ & ການກຳນົດຕົວຊີ້ວັດ (ການເກັບກຳ, ການປຸງແຕ່ງ ແລະ ການເຜີຍແຜ່ ຂໍ້ມູນຜົນການປະຕິ ບັດງານດ້ານການເງິນ ຈາກ ສກຈ ທີເປັນສະມາຊິກ ເປັນລາຍຫົກເດືອນ), ລວມທັງການອຳນວຍຄວາມສະດວກໃຫ້ເຂົ້າເຖິງ MIX Market
  • ເຜີຍແຜ່ຂໍ້ມູນຂ່າວສານທີ່ກ່ຽວຂ້ອງໃນຂະແໜງການ (ໂດຍຜ່ານວາລະສານ, ເວັບໄຊ, ເຟສບຸກ, ຫ້ອງສະໝຸດ, ສື່ສິ່ງພິມຕ່າງໆ, ອີເມວ)
  • ເຂົ້າຮ່ວມປະຊຸມຕ່າງໆລະດັບສາກົນ ທີ່ຈັດໂດຍເຄື່ອຂ່າຍ ທີ່ ສມກຈ ເປັນສະມາຊິກ
  • ຈັດກອງປະຊຸມດ້ານວິຊາການສຳລັບສະມາຊິກ (ເປັນລາຍໄຕມາດ ໂດຍເໜັ້ນໜັກ 1 ຫາ 2 ຫົວຂໍ້ກ່ຽວກັບການເງິນ ຈຸລະພາກ ໃນແຕ່ລະກອງປະຊຸມ
  • ໃຫ້ຂໍ້ມູນ ແລະ ທິດຊີ້ນຳ ແກ່ນັກລົງທຶນ (ດ້ານສັງຄົມ) ທີ່ເປັນທ່າແຮງ ແລະ ສ້າງສາຍພົວພັນລະຫວ່າງນັກລົງທຶນ ກັບ ສກຈ ທີ່ເປັນສະມາຊິກ
  • ດຳເນີນການກວດສອບດ້ານສັງຄົມ ຂອງ ສກຈ ທີ່ເປັນສະມາຊິກ ໂດຍນຳໃຊ້ເຄື່ອງມື CERISE SPI
  • ການສຶກສາຄົ້ນຄ້ວາ

3) ການປະສານງານ ແລະ ປົກປ້ອງລູກຄ້າ

  • ມີການແລກປ່ຽນຂໍ້ມູນຂ່າວສານ ແລະ ເອກະສານຕ່າງໆ ແລະ ຈັດກອງປະຊຸມປະຈຳໄຕມາດກັບ ທະນາຄານແຫ່ງ ສປປ ລາວ.
  • ປະກອບຄຳຄິດຄຳເຫັນ ໃສ່ເອກະສານຕ່າງໆກ່ຽວກັບການຄຸ້ມຄອງບໍລິຫານ ແລະ ຂໍ້ກຳນົດກົດລະບຽບ ແລະ ສົ່ງບົດສະເໜີຈຸດຢືນ ກ່ຽວກັບບັນຫາດ້ານນະໂຍບາຍທີ່ສຳຄັນ ທີ່ມີຜົນກະທົບຕໍ່ຂະແໜງການ
  • ພັດທະນາຫຼັກປະພຶດປະຕິບັດ ສຳລັບ ສກຈ ທີ່ເປັນສະມາຊິກ (ເຊີ່ງເປັນຄວາມພະຍາຍາມໃນການຄວບຄຸມຕົນເອງ)

4) ການສະໜັບສະໜູນກອງທຶນ/ທະນາຄານບ້ານ

  • ມີໃຫ້ບໍລິການຝຶກອົບຮົມ ໃຫ້ແກ່ອົງກອນເຄືອຂ່າຍ ທີ່ຄຸ້ມຄອງທະນາຄານບ້ານ ແລະ ທະນາຄານບ້ານ ໃນໂຄງການຕ່າງໆ

5) ການພັດທະນາອົງກອນ

  • ເລີ່ມຕົ້ນ ແລະ ຕິດຕາມຂະບວນການ ເພື່ອໃຫ້ໄດ້ຮັບໃບອະນຸຍາດ ທີ່ໃຫ້ມີການດຳເນີນານງານເປັນ ສະມາຄົມບໍ່ຫວັງຜົນກຳໄລ (NPA)
  • ໄດ້ສ້າງບັນດາເອກະສານຕ່າງໆ ຂອງສະມາຄົມ (ທຳມະນູນ, ຄູ່ມີປະຕິບັດງານ & ຄູ່ມືສຳລັບພະນັກງານ, ລະບຽບການຕ່າງໆ)
  • ຈັດຊຸດຝຶກອົບຮົມກ່ຽວກັບການຄຸ້ມຄອງ ແລະ ຈັດທັດສະນະສືກສາໃຫ້ແກ່ສະມາຊິກສະພາບໍລິຫານ
  • ໄດ້ຮັບທຶນຈາກພາຍນອກ (ADA, UNCDF, GIZ, Australian Aid-DFAT) ເພື່ອໃຊ້ຈ່າຍເຂົ້າໃນການປະຕິບັດແຜນງານ ແລະ ຄ່າໃຊ້ຈ່ຍນການດຳເນີນງານ
  • ຮັບປະກັນກ່ຽວກັບທຶນສຳລັບການຮັບພະນັກງານເຂົ້າເຮັດວຽກ (ຜູ້ອຳນວຍການ, ເລຂານຸການ, ນາຍບັນຊີ, ຜູ້ຊ່ວຍໂຄງການ)
  • ຮັບປະກັນໃນມີການຢັ້ງຢືນເປັນ “ ຜູ້ກວດສອບດ້ານສັງຄົມ ກ່ຽວກັບ ຕົວຊີ້ວັດຜົນການປະຕິບັດງານດ້ານສັງຄົມ – SPI”
  • ໃຫ້ບໍລິການທາງດ້ານເຕັກນິກໃຫ້ກັບຂະແໜງການເງິນຈຸລະພາກ ແລະ ທຸລະກິດຂະໜາດຈຸນລະພາກ

 

areas

 

ການບໍລິການຂອງ ສມກຈ

ສມກຈ ໃຫ້ບໍລິການເປັນທີ່ປຶກສາ ແລະ ຝຶກອົບຮົມໃນຫົວຂໍ້ ຕ່າງໆ ເຊັ່ນ:

  • ຈັດຕັ້ງປະຕິບັດ ຫຼັກສູດບໍລິຫານການ ເງິນຈຸລະພາກ (MFMCC): ຫຼັກສູດປະກອບມີ 8 ວິ ຊາ: ຄວາມຮູ້ພື້ນຖານກ່ຽວກັບການເງິນຈຸລະພາກ; ການ ວາງແຜນທຸລະກິດ & ຍຸດທະສາດ; ການບໍລິຫານບຸກຄະ ລາກອນ & ທັກສະການເປັນຜູ້ນໍາ; ການບໍລິຫານສິນເຊື່ອ ແລະ ໜີ້ຊັກຊ້າ; ການຄຸ້ມຄອງທີ່ດີ & ການຄຸ້ມຄອງ ສະພາບໍລິຫານ; ການບໍລິຫານການເງິນ & ການບໍລິຫານ ການປະຕິບັດທາງດ້ານສັງຄົມ & ການບັນຊີ & ລະບົບ ຂໍ້ມູນ; ການພັດທະນາຜະລິດຕະພັນ; ການປະຕິບັດ ຕາມຂໍ້ກໍານົດກົດລະບຽບ & ການຄວບຄຸມພາຍໃນ
  • ໃຫ້ບໍລິການວິຊາການ/ຄວາມເປັນຊ່ຽວຊານ ແລະ ການຝຶກອົບຮົມໃນ ຫົວຂໍ້ ຕ່າງໆທີ່ກ່ຽວຂ້ອງກັບການເງິນຈຸລະພາກ ແລະ ທະນາຄານບ້ານ, ການບໍລິຫານ ບຸກຄະລາກອນ ແລະ ບໍລິຫານ / ການຄຸ້ມຄອງຫ້ອງການ, , ພາວະຜູ້ນໍາ, ເປັນຜູ້ອໍານວຍຄວາມສະດວກໃນກອງປະຊຸມຕ່າງໆ
  • ໃຫ້ບໍລິການການຝຶກອົບຮົມ ປະຊາສຶກສາດ້ານການເງິນ ແລະ ການວາງແຜນທຸລະກິດ ຂະໜາດຈຸນລະພາກ ໃຫ້ຜູ້ປະກອບການທຸລະກິດຄອບຄົວ
  • ຊ່ວຍເປັນໂຄຣດ ໃນການຂຽນຄູ່ມື ພະນັກງານ, ການດຳເນີນງານ ແລະ ຄູ່ມືການເງິນຈຸລະພາກອື່ນໆ
  • ເປັນຕົວແທນ ແລະ ຈັດການຝຶກອົບຮົມ / ສໍາມະນາ / ກິດຈະກໍາຕ່າງໆ
  • ຕິດຕາມຜົນການດຳເນີນງານຂອງ ສະຖາບັນທີ່ເປັນສະມາຊິກ, ສະຫຼຸບ ແລະສົ່ງລາຍງານ ຕໍ່ຕະຫຼາດ MIX
  • ການເຜີຍແຜ່ຂໍ້ມູນຂ່າວສານກ່ຽວກັບການຄົ້ນຄ້ວາ, ແລະປະສົບການທີ່ດີທີ່ກ່ຽວຂ້ອງສໍາລັບຂະແຫນງການໃນ (MFA ເວັບໄຊທ໌, ຈົດຫມາຍຂ່າວ, ການບໍລິການ Email, ກອງປະຊຸມສະມາຊິກ)
  • ການແປພາສາເອກະສານທີ່ກ່ຽວຂ້ອງ ຕ່າງໆ ເປັນພາສາລາວ
  • ຈັດຕັ້ງກອງປະຊຸມ ປະກອບຄໍາຄິດເຫັນກ່ຽວກັບນະໂຍບາຍ, ລະບຽບການ, ຂໍ້ແນະນໍາ, ແລະອື່ນໆ ທີ່ອອກໂດຍຜູ້ຄຸ້ມຄອງຂະແໜງການເງິນຈຸລະພາກ
  • ດໍາເນີນການກວດສອບທາງດ້ານສັງຄົມສໍາລັບການເງິນ (ເຄື່ອງມື CERISE SPI)