ສະມາຄົມການເງິນຈຸລະພາກລາວ – ສມກຈ

Lao Microfinance Association – LMFA

ການຈັດ ຝຶກອົບຮົມບັນຊີການເງິນຈຸລະພາກ ແລະ ການນໍາໃຊ້ໂປຣແກຣມ MB Win ແມ່ນກໍໄດ້ສຳເລັດເປັນທີ່ຮຽບຮ້ອຍແລ້ວ ເຊິ່ງໄດ້ດຳເນີນໄປເປັນເວລາ 5 ວັນ (07 -11 ຕຸລາ 2019), ທີ່ຫ້ອງປະຊຸມຂອງກົມຄຸ້ມຄອງສະຖາບັນການເງິນ ທຫລ ຕຶກຕະຫຼາດຫຼັກຊັບລາວ ນະຄອນຫຼວງວຽງຈັນ

ໂດຍການຈັດຕັ້ງ ແລະ ຮ່ວມມື ລະຫວ່າງ ກົມຄຸ້ມຄອງສະຖາບັນການເງິນ ທະນາຄານ ແຫ່ງ ສປປ ລາວ (ທຫລ), ສະມາຄົມການເງິນຈຸລະພາກ (ສມກຈ) ແລະ ສູນການເງິນຈຸລະພາກ (MFC) ພາຍໃຕ້ການສະໜັບສະໜູນໂດຍ ອົງການອາດາ (ADA). ຈຸດປະສົງກໍ່ເພື່ອຍົກລະດັບຄວາມຮູ້-ຄວາມສາມາດວຽກງານບັນຊີ ແລະ ໂປຣແກຣມໃຫ້ກັບຜູ້ບໍລິຫານ-ພະນັກງານຂອງສະຖາບັນການເງິນທົ່ວປະເທດ ເພື່ອກຽມຄວາມພ້ອມຫັນໄປສູ່ການຖືບັນຊີຕາມມາດຕະຖານສາກົນ.