ສະມາຄົມການເງິນຈຸລະພາກລາວ – ສມກຈ

Lao Microfinance Association – LMFA

ຂໍເຊີນເຂົ້າຮ່ວມຝຶກອົບຮົມ “ຫຼັກສູດບໍລິຫານການເງິນຈຸລະພາກ MFMCC” ລຸ້ນ 26

ຂໍເຊີນເຂົ້າຮ່ວມຝຶກອົບຮົມ “ຫຼັກສູດບໍລິຫານການເງິນຈຸລະພາກ MFMCC” ລຸ້ນ 26
ຈັດໂດຍ ສະມາຄົມການເງິນຈຸລະພາກລາວ (ສມກຈ) ຮ່ວມກັບທະນາຄານແຫ່ງ ສປປ ລາວ
ໄລຍະການຝຶກອົບຮົມແມ່ນວັນທີ 09-20/06/2025 ແລະ 07-18/07/2025 (21ວັນ)

#ຫຼັກສູດປະກອບດ້ວຍ 8 ວິຊາດັ່ງນີ້:
1) ຄວາມຮູ້ພື້ນຖານກ່ຽວກັບການເງິນຈຸລະພາກ
2) ການປະຕິບັດຕາມຂໍ້ກຳນົດກົດລະບຽບ ແລະ ການຄວບຄຸມພາຍໃນ
3) ການບໍລິຫານ ແລະ ການຄຸ້ມຄອງສະຖາບັນການເງິນຈຸລະພາກ
4) ການພັດທະນາຜະລິດຕະພັນ
5) ການບໍລິຫານສິນເຊື່ອ ແລະ ໜີ້ຊັກຊ້າ
6) ການບໍລິຫານຊັບພະຍາກອນມະນຸດ ແລະ ທັກສະການເປັນຜູ້ນຳ
7) ການບໍລິຫານຜົນການດຳເນີນງານດ້ານການເງິນ ແລະ ສັງຄົມ, ການບັຊີ, ລະບົບບໍລິຫານຂໍ້ມູນ
8) ການວາງແຜນທຸລະກິດ ແລະ ຍຸດທະສາດ

#ຄ່າລົງທະບຽນ
6,900,000 ກີບ (ສຳລັບສະມາຊິກ) ແລະ 11,900,000 ກີບ (ທົ່ວໄປ)
ຄ່າລົງທະບຽນລວມມີ: ຄ່າຄູຝຶກ, ໃບຢັ້ງຢືນ, ອາຫານຫວ່າງ, ​ອຸປະກອນ, ຄ່າຫ້ອງຝຶກອົບຮົມ, ເຂົ້າກ່ອງອາຫານທ່ຽງ ສາມາດລົງທະບຽນໄດ້ຕັ້ງແຕ່ມື້ນີ້ຈົນເຖິງ ວັນທີ 30/05/2025
ລິ້ງລົງທະບຽນ:
https://forms.gle/T2VqVr2TFKdFoAA5A

#LMFA_Training_2025
#MFMCC
#LMFA
#ສມກຈ