ຂໍເຊີນທ່ານເຂົ້າຮ່ວມຝຶກອົບຮົມ ຫົວຂໍ້ ການຄຸ້ມຄອງຊັບພະຍາກອນມະນຸດ ແລະ ການພັດທະນາຄູ່ມື ສໍາລັບ ສະຖາບັນການເງິນຈຸລະພາກ ເຊິ່ງຈະຈັດຂຶ້ນໃນລະຫວ່າງ ວັນທີ 20-22/11/2024 ໂດຍຄູຝຶກທີ່ມີຄວາມຊຳນານ ແລະ ມີປະສົບການຫຼາຍກວ່າ 10 ປີ ໃນຂະແໜງການເງິນຈຸລະພາກ ແລະ ວຽກງານບໍລິຫານບຸກຄະລາກອນ. ຫຼັກສູດດັ່ງກ່າວແມ່ນເໝາະສຳ ລັບພະນັກງານ, ຜູ້ບໍລິຫານ ຫຼື ຜູ້ທີ່ມີຄວາມສົນໃຈທົ່ວໄປ.
ທ່ານສາມາດລົງທະບຽນຮຽນໄດ້ແລ້ວ ທີ່ລີ້ງຂ້າງລຸ່ມນີ້ ເຊິ່ງຄ່າລົງທະບຽນ ພຽງແຕ່:
– ສະມາຊິກແມ່ນ 1,500,000 /ຄົນ/3ມື້
– ບໍ່ແມ່ນສະມາຊິກ 2,250,000 /ຄົນ/3ມື້,
ລາຄານີ້ແມ່ນລວມເອກະສານຝຶກອົບຮົມ, ໃບຢັ້ງຢືນ, ອາຫານຫວ່າງ ແລະ ອາຫານທ່ຽງ ໃນແຕ່ລະວັນມ ສະຖານທີ່ຝຶກອົບຮົມ ທີ່ຫ້ອງປະຊຸມສະມາຄົມການເງິນຈຸລະພາກ ຕັ້ງຢູ່ບ້ານອາມອນ ຮ່ອມ 21, ເມືອງໄຊເສດຖາ, ນະຄອນຫຼວງວຽງຈັນ.
ລິ້ງລົງທະບຽນ: https://forms.gle/nuauYu47ioZVNjkx7

