ສະມາຄົມການເງິນຈຸລະພາກລາວ – ສມກຈ

Lao Microfinance Association – LMFA

ເປີດແລ້ວ!!! ຫຼັກສູດຝຶກອົບຮົມ ຫົວຂໍ້ ການບັນຊີ ການເງິນຈຸລະພາກ ລະດັບສູງ

ເນື້ອໃນຫລັກສູດ

  • ຄວາມໝາຍ ແລະ ຄວາມສໍາຄັນຂອງວຽກງານບັນຊີທ້າຍປີ;
  • ການບັນທຶກບັນຊີກ່ຽວກັບລາຍການປັບປຸງບັນຊີທ້າຍປີ ເຊັ່ນ: ລາຍຈ່າຍໆລ່ວງໜ້າ, ລາຍຮັບຄ້າງຮັບ, ລາຍຈ່າຍຄ້າງຈ່າຍ ແລະ ລາຍຮັບໆລ່ວງໜ້າ;
  • ການດັດແກ້ບັນຊີທ້າຍປີ;
  • ການສະສາງລາຍຮັບ – ລາຍຈ່າຍ;
  • ການຄິດໄລ່ອາກອນກໍາໄລ ແລະ ການບັນທຶກບັນຊີ;
  • ການສ້າງເອກະສານລາຍງານການເງິນທ້າຍປີ (ໃບລາຍງານຖານະການເງິນ, ໃບລາຍງານຜົນການດໍາເນິນງານ, ໃບລາຍງານສ່ວນປ່ຽນແປງຂອງທຶນ ແລະ ໃບລາຍງານກະແສເງິນສົດ).

ເປົ້າໝາຍຜູ້ເຂົ້າຮ່ວມ

  • ຜູ້ເຂົ້າຮ່ວມຝຶກອົບຮົມ ຕ້ອງມີປະສົບການຢ່າງໜ້ອຍ 1 ປີ ໃນການເຮັດວຽກ ກ່ຽວກັບບັນຊີການເງິນຈຸລະພາກ ຫຼື ມີຄວາມເຂົ້າໃຈໃນລະດັບໃດໜຶ່ງກ່ຽວກັບບັນຊີການເງິນຈຸລະພາກມາແລ້ວ.

ສອນໂດຍ ຄູຝຶກທີ່ມີຄວາມຊ່ຽວຊານ ແລະ ປະສົບການຫຼາຍກວ່າ 10 ປີ ຈາກສະຖາບັນການທະນາຄານ.

ລາຄາລົງທະບຽນ ແມ່ນ 1,800,000/ຄົນ/3 ວັນ ລາຄານີ້ແມ່ນລວມເອກະສານ ຝຶກອົບຮົມ, ໃບຢັ້ງຢືນ ແລະ ອາຫານຫວ່າງ ໃນແຕ່ລະວັນ.

ພິເສດ!!! 15 ຄົນທໍາອິດ ຫຼຸດ 10%

ທີ່ຫ້ອງປະຊຸມ 4, ຊັ້ນ 03, ຕຶກຮ້ານອາຫານ, ສະຖາບັນການທະນາຄານ. ວັນທີ 09-11/09/2025 (3 ວັນ)

ລິ້ງລົງທະບຽນ: https://forms.gle/c7dWoYG62DWApHfS8

#LMFA_Training_2025 #LMFA #ສມກຈ