ສະມາຄົມການເງິນຈຸລະພາກລາວ – ສມກຈ

Lao Microfinance Association – LMFA

ເປີດແລ້ວ!!! ຫຼັກສູດຝຶກອົບຮົມ ຫົວຂໍ້ ການບັນຊີ ການເງິນຈຸລະພາກ ລະດັບກາງ

ເປີດແລ້ວ!!! ຫຼັກສູດຝຶກອົບຮົມ ຫົວຂໍ້ ການບັນຊີ ການເງິນຈຸລະພາກ ລະດັບກາງ
ສມກຈ ໂດຍການຈັດຕັ້ງປະຕິບັດ ແລະ ຮ່ວມມື ກັບ ສະຖາບັນການທະນາຄານ (ສທຄ) ໃນການເປີດບັ້ນຫຼັກສູດຝຶກອົບຮົມ ຫົວຂໍ້ ການບັນຊີການເງິນຈຸລະພາກ ລະດັບກາງ ໃຫ້ແກ່ ບັນດາ ສະຖາບັນການເງິນຈຸລະພາກ ລາຍລະອຽດດັ່ງລຸ່ມນີ້:
——————-
ເນື້ອໃນຫຼັກສູດ
– ຄວາມໝາຍ ແລະ ຄວາມສໍາຄັນຂອງການໃຫ້ສິນເຊື່ອແກ່ລູກຄ້າ;
– ການບັນທຶກບັນຊີກ່ຽວກັບການໃຫ້ເງິນກູ້ຢືມແກ່ລູກຄ້າ;
– ວິທີຄິດໄລ່ ແລະ ບັນທຶກບັນຊີກ່ຽວກັບການຫັກເງິນແຮ, ການຫັກຄ່າເສື່ອມມູນຄ່າ ແລະ ການບັນທຶກບັນຊີກ່ຽວກັບການເກັບຄືນເງິນແຮ ເພື່ອປ້ອງກັນຄວາມສ່ຽງເງິນໃຫ້ກູ້ຢືມແກ່ລູກຄ້າ ແລະ ການຈັດຊັ້ນໜີ້;
– ການຄິດໄລ່ດອກເບ້ຍເງິນໃຫ້ກູ້ຢືມແກ່ລູກຄ້າ;
– ເງິນຝາກຂອງລູກຄ້າ, ການຄິດໄລ່ ແລະ ບັນທຶກບັນຊີກ່ຽວກັບດອກເບ້ຍຄ້າງຈ່າຍ;
– ການບັນທຶກບັນຊີ ສໍາລັບລາຍຈ່າຍບຸກຄະລາກອນ ແລະ ລາຍຈ່າຍຜົນປະໂຫຍດອື່ນໆຂອງພະນັກງານ.
——————-
ເປົ້າໝາຍຜູ້ເຂົ້າຮ່ວມ
ພະນັກງານບັນຊີ, ຫົວໜ້າບັນຊີ ຫຼື ຜູ້ບໍລິຫານ ທີ່ສັງກັດຢູ່ບັນດາ ສະຖາບັນການເງິນຈຸລະພາກທີ່ຮັບຝາກເງິນ ແລະ ບໍ່ຮັບຝາກເງິນ
——————-
ສອນໂດຍ ຄູຝຶກທີ່ມີຄວາມຊ່ຽວຊານ ແລະ ປະສົບການຫຼາຍກວ່າ 10 ປີ ຈາກສະຖາບັນການທະນາຄານ. ວັນທີ 21-25/07/2025 (5 ວັນ), ທີ່ຫ້ອງປະຊຸມ 2, ຊັ້ນ 03, ຕຶກຮ້ານອາຫານ, ສະຖາບັນການທະນາຄານ
——————-
ລາຄາລົງທະບຽນ ແມ່ນ 3,000,000/ຄົນ/5 ວັນ ລາຄານີ້ແມ່ນລວມເອກະສານຝຶກອົບຮົມ, ໃບຢັ້ງຢືນ, ແລະ ອາຫານຫວ່າງ ໃນແຕ່ລະວັນ
(ພິເສດ!!! 15ທ່ານທຳອິດ ຫຼຸດ 10%)
——————-
ລິ້ງລົງທະບຽນ:
——————-
ຂໍ້ມູນເພີ່ເຕີມຕິດຕໍ່
020 99 626 456 | mfa@laomfa.org | www.laomfa.org