ສະມາຄົມການເງິນຈຸລະພາກລາວ – ສມກຈ

Lao Microfinance Association – LMFA

Advocacy Strategy Workshop and the 1st Technical Member Meeting 2019

Advocacy Strategy Workshop and the 1st Technical Member Meeting 2019

ສະມາຄົມການເງິນຈຸລະພາກ (ສມກຈ) ຈັດກອງປະຊຸມພັດທະນາຍຸດທະສາດເພື່ອສ້າງສະພາບແວດລ້ອມທີ່ເອື້ອອໍານວຍ ແລະ ກອງປະຊຸມວິຊາການສະມາຊິກ ສມກຈ ຄັ້ງ 1 ປະຈຳປີ 2019. ຈຸດປະສົງກໍ່ເພື່ອໃຫ້ບັນດາສະມາຊິກມີຄວາມເຂົ້າໃຈສິດ-ພາລະບົດບາດຂອງ ສມກຈ ພ້ອມທັງໃຫ້ຮູ້ ແນວທາງ, ວິທີການສື່ສານກັບຜູ້ມີສ່ວນຮ່ວມໃນການເຮັດວຽກຖຶກຕາມເປົ້າໝາຍທີ່ວາງໄວ້. ນອກຈາກນັ້ນ, ຍັງເປັນການປົກປ້ອງສິດຜົນປະໂຫຍດຂອງສະມາຊິກ, ຜູ້ມີສ່ວນຮ່ວມ ແລະ ລູກຄ້າຂອງສະມາຊິກກໍ່ຄືສະຖາບັນການເງິນຈຸລະພາກໃນການສ້າງພັນທະມິດ ຫວັງເຊື່ອມຕໍ່ກັບບັນຂະແໜງການປີ່ນອ້ອມໃຫ້ມີຄວາມໜ້າເຊື່ອຖື ແລະ ເປັນສື່ກາງໃນການປະສານງານ.

ທ່ານ ນາງ Wendy Medrano Lazo, ຜູ້ຕາງໜ້າຈາກອົງການ ADA Luxembourg ໃນຖານະເປັນຜູ້ສະໜັບສະໜູນ ກ່າວວ່າ: ເພື່ອໃຫ້ສະມາຄົມການເງິນຈຸລະພາກມີຄວາມເຂັ້ມແຂງທາງດ້ານວິຊາການຫຼາຍຂຶ້ນ, ສມກຈ ບໍ່ພຽງແຕ່ເປັນຜູ້ເຕົ້າໂຮມເອົາບັນດາສະຖາບັນໃນທົ່ວປະເທດເທົ່ານັ້ນ, ແຕ່ສິ່ງສໍາຄັນທີ່ສຸດແມ່ນຄວາມສາມາດໃນການມີສ່ວນຮ່ວມຕ່າງໆເພື່ອໃຫ້ເກີດຜົນປະໂຫຍດແກ່ສະມາຊິກ; ມັນຮຽກຮ້ອງໃຫ້ມີການສົ່ງເສີມທາງດ້ານນະໂຍບາຍ ແລະ ຍຶດໝັ້ນຕໍ່ການປະຕິຮູບໃນຂົງເຂດວຽກຂອງສະຖາບັນການເງິນ; ເພາະຈຸດປະສົງກໍ່ເພື່ອໃຫ້ທຸກຄົນມີສ່ວນຮ່ວມໃນການປະກອບຄໍາຄິດເຫັນເພື່ອຊ່ວຍກັນພັດທະນາສະພາບແວດລ້ອມໃຫ້ອໍານວຍຄວາມສະດວກແກ່ການດໍາເນີນທຸລະກິດ.

ເຊິ່ງກອງປະຊຸມດັ່ງກ່າວ, ພວກເຮົາຈະໄດ້ແລກປ່ຽນນໍາກັນເປັນຕົ້ນແມ່ນ: 1). ການເຂົ້າເຖິງສະຖານະການປັດຈຸບັນ, ການແກ້ໄຂບັນຫາຕ່າງໆໃນຂະແໜງການເງິນຈຸລະພາກ ແລະ ການມີສ່ວນຮ່ວມຂອງທຸກພາກສ່ວນ; 2). ຈໍາແນກ ແລະ ພັດທະນາຂໍ້ຄວາມການສື່ສານທີ່ສໍາຄັນສໍາລັບການສ້າງສະພາບແວດລ້ອມຕ່າງໆ, ວິທີການສື່ສານ ແລະ ພາລະບົດບາດຂອງ ກມກຈຕໍ່ວຽກງານດັ່ງກ່າວນີ້; 3). ການພັດທະນາຍຸດທະສາດເພື່ອສ້າງສະພາບແວດລ້ອມທີ່ເອື້ອຍອໍານວຍ, ແຜນການຈັດຕັ້ງປະຕິບັດ ແລະ ການຕິດຕາມ.

ໂອກາດດຽວກັນ, ທ່ານ ສົມພອນ ສີແສງລັດ ປະທານສະມາຄົມການເງິນຈຸລະພາກ ໄດ້ກ່າວບາງຕອນສໍາຄັນວ່າ: ການສ້າງສະພາບແວດລ້ອມທີ່ເອື້ອຍອໍານວຍໃນຂະແໜງການເງິນຈຸລະພາກແມ່ນສຳຄັນຫລາຍ, ເປັນຕົ້ນແມ່ນພາກສ່ວນ ສະຖາບັນການເງິນທີ່ຮັບເງິນຝາກ, ສະຖາບັນການເງິນທີ່ບໍ່ຮັບເງິນຝາກ, ສະຫາກອນສິນເຊື່ອ ແລະ ເງິນຝາກປະຢັດ. ປັດຈຸບັນ ມີສະຖາບັນທັງໝົດທັງໝົດ 123 ແຫ່ງໃນທົ່ວປະເທດ ເຊິ່ງການດໍາເນີນກໍ່ມີລັກສະນະແຕກຕ່າງກັນໄປ; ເຊິ່ງກອງປະຊຸມດັ່ງກ່າວ ຈະເປັນການລະດົມຄວາມຄິດ,ປະກອບຄຳເຫັນຢ່າງກົງໄປກົງມາ ເພື່ອຮ່ວມກັນວ່າຂະແໜງການເຮົາມີບັນຫາຫຍັງແດ່?; ໂອກາດ ແລະ ສິ່ງທ້າທາຍແນວໃດ?; ການປະສານງານກັບຂະແໜງການກ່ຽວຂ້ອງອື່ນໆ ເມື່ອເຮົາພົບບັນຫານີ້ແລ້ວເຮົາຈະມີວິທີທາງແກ້ໄຂແນວໃດ? ເພື່ອເຮັດໃຫ້ສະມາຊິກຂອງພວກເຮົາມີການດໍາເນີນງານຢ່າງມີປະສິດທິພາບ, ໂປ່ງໃສ ແລະ ກວດສອບໄດ້ທັງລູກຄ້າ, ສະຖາບັນ ແລະ ສັງຄົມ.

ກອງປະຊຸມດັ່ງກ່າວ, ຈັດຂຶ້ນໃນຕອນເຊົ້າວັນທີ 26 ມິຖຸນາ 2019 ຜ່ານມາ ທີ່ໂຮງແຮມລາວພລາຊາ ນະຄອນຫຼວງວຽງຈັນ ພາຍໃຕ້ການເປັນປະທານຮ່ວມຂອງ ທ່ານ ສົມພອນ ສີແສງລັດ, ປະທານສະມາຄົມການເງິນຈຸລະພາກ ແລະ ຕ່າງໜ້າຈາກອົງການ ADA Luxembourg, ທ່ານ ນາງ Wendy Medrano Lazo; ມີບັນດາຜູ້ຕາງໜ້າຈາກທະນາຄານ ແຫ່ງ ສປປ ລາວ, ບັນດາຕົວແທນຈາກສະມາຊິກ ໃນທົ່ວປະເທດເຂົ້າຮ່ວມ. ໃນວາລະສຸດທ້າຍຄະນະອໍານວຍການແມ່ນໄດ້ລາຍງານຫຍໍ້ກ່ຽວກັບການເຄື່ອນ ໄຫວໃນປີ 2018, ບົດລາຍງານກວດສອບພາຍນອກ ປີ 2018, ມອບລາງວັນສະມາຊິກດີເດັ່ນ ປີ 2018 ແລະ ຜົນສໍາເລັດ 6 ເດືອນຕົ້ນປີ ແລະ ແຜນຈັດຕັ້ງປະຕິບັດໃນໄຕມາດ 3 ປີ 2019.

[ຂ່າວ-ພາບ: ສົມສະຫວິນ]