ສະມາຄົມການເງິນຈຸລະພາກລາວ – ສມກຈ

Lao Microfinance Association – LMFA

ໂຄງຮ່າງການຈັດຕັ້ງ

ຄະນະບໍລິຫານ

ສົມພອນ ສີແສງລັດ
ປະທານ

ຈັນເພັງ ລີລາວົງ
ຮອງປະທານ

ສັນຕິ ອູ່ສິດທິເດດ
ຮອງປະທານ

ອະລຸນໂນໄທ ສຸລິເມືອງຈັນ
ຄະນະ

ສຸພົນ ລາຊະພົນ
ຄະນະ

ຄະນະທີ່ປຶກສາ

——


——


——


ຄະນະກວດກາ

ແສງມະນີ ມະນີວົງ
ປະທານ


ອິນແປງ ພິມມະທອງ
ຮອງປະທານ


ສຸທານິນ ແສງອາລີ
ຄະນະ



ຄະນະອຳນວຍການ

ໄພວັນ ສະເຫຼີມສຸກ
ອຳນວຍການ


ຊາວະນາ ໂພທິລາດ
ຮອງຜູ້ອຳນວຍການ


ໜ່ວຍງານ ບໍລິຫານ-ການເງິນ

ຂັນທະວີສຸກ ໄຊຍະສານ
IT/PR ບໍລິຫານ


ບຸນທະໝອມ ສີລາກຸນ
ບັນຊີ


ວັນທິດາ ສຸທະຍາ
ຜູ້ຊ່ວຍ ບໍລິຫານ


ໜ່ວຍງານ ບໍລິການສະມາຊິກ/ວິຊາການ

ສີສະຫວັນ ສາຍອຸດົມ


ຊາວະນາ ໂພທິລາດ


ສິດ ແລະ ໜ້າທີ່ຂອງຄະນະບໍລິຫານ

  • ກຳນົດລະບຽບການຕ່າງໆ ອີງຕາມກົດຂອງສະມາຄົມ ແລະ ກົດໝາຍຂອງລັດ ເພື່ອຮັບປະກັນວ່າສະມາຊິກສະມາຄົມປະຕິບັດຕາມລະບຽບການດັ່ງກ່າວ;

  • ຄັດເລືອກ, ແຕ່ງຕັ້ງ ແລະ ປົດຕຳແໜ່ງຜູ້ອຳນວຍການ / ຫົວໜ້າຫ້ອງການເລຂາທິການ ແລະ ອະນຸມັດຫົວໜ້າໜ່ວຍງານ ແລະ ພະນັກງານຂອງສະມາຄົມ;

  • ອະນຸມັດແຜນຍຸດທະສາດ, ແຜນປະຕິບັດງານ, ໂຄງການ ແລະ ໂຄງການຍ່ອຍຂອງສະມາຄົມ;

  • ແຕ່ງຕັ້ງທີ່ປຶກສາ ຫຼື ຄະນະກຳມະການຍ່ອຍ, ແຕ່ຜູ້ທີ່ຖືກແຕ່ງຕັ້ງດັ່ງກ່າວຈະດຳລົງຕຳແໜ່ງພາຍໃນການດຳລົງຕຳແໜ່ງຂອງຄະນະບໍລິຫານທີ່ໄດ້ແຕ່ງຕັ້ງພວກເຂົາເຈົ້າ;

  • ເຊີນປະຊຸມສະພາທົ່ວໄປ, ປະຊຸມສະພາພິເສດ, ປະຊຸມປະຈຳປີ ແລະ ປະຊຸມຄະນະບໍລິຫານ;

  • ກຳນົດທິດທາງຍຸດທະສາດ ແລະ ຄຸ້ມຄອງການດຳເນີນງານຂອງສະມາຄົມ ເພື່ອຮັບປະກັນວ່າເປົ້າໝາຍທີ່ວາງໄວ້ບັນລຸໄດ້;

  • ຮັບຜິດຊອບຕໍ່ການດຳເນີນງານໂດຍລວມຂອງສະມາຄົມ ລວມທັງເລື່ອງການເງິນ ແລະ ຊັບສິນທັງໝົດຂອງສະມາຄົມ;

  • ອະນຸມັດ ແລະ ຢັ້ງຢືນເອກະສານກ່ຽວກັບບັນຊີການເງິນ, ຊັບສິນ ແລະ ການດຳເນີນງານຂອງສະມາຄົມຕາມຫຼັກການດ້ານວິຊາການ ແລະ ຮັບຜິດຊອບຕໍ່ສະມາຊິກຜ່ານການກວດສອບຈາກຄະນະກວດສອບ ຖ້າຈຳເປັນ;

  • ລົງນາມເອກະສານທີ່ກ່ຽວຂ້ອງ ແລະ ບົດບັນທຶກການປະຊຸມຂອງສະມາຄົມ, ຮັກສາໄວ້ເປັນຫຼັກຖານ ແລະ ແບ່ງປັນໃຫ້ສະມາຊິກ ແລະ ອົງການທີ່ກ່ຽວຂ້ອງຂອງລັດ;

  • ສິດ ແລະ ໜ້າທີ່ອື່ນໆຕາມທີ່ກຳນົດໄວ້ໃນກົດຂອງສະມາຄົມ;

ຜູ້ອຳນວຍການ ຫຼື ຫົວໜ້າຫ້ອງການສະມາຄົມ

  • ຄຸ້ມຄອງການດຳເນີນງານປະຈຳວັນຂອງສະມາຄົມ;

  • ສະເໜີຄຳຄິດເຫັນ, ຄຳແນະນຳ ແລະ ຄຳສະເໜີຕໍ່ປະທານ, ຮອງປະທານ ແລະ ຄະນະບໍລິຫານກ່ຽວກັບບັນຫາຕ່າງໆ;

  • ກະກຽມລາຍງານລາຍເດືອນ, ລາຍງານລາຍ 3 ເດືອນ, ລາຍງານ 6 ເດືອນ ແລະ ລາຍງານປະຈຳປີ ແລະ ສະເໜີຕໍ່ຄະນະບໍລິຫານສະມາຄົມ ຫຼື ຕໍ່ອົງການທີ່ກ່ຽວຂ້ອງຂອງລັດ;

  • ສ້າງເງື່ອນໄຂແວດລ້ອມທີ່ເອື້ອອຳນວຍ, ສະດວກໃຫ້ແກ່ການດຳເນີນງານຂອງສະມາຄົມ ແລະ ສະໜັບສະໜູນວຽກງານຂອງຄະນະບໍລິຫານ ແລະ ຄະນະກວດສອບ;

  • ປະສານງານກັບສະມາຄົມອື່ນ ແລະ ອົງການທີ່ກ່ຽວຂ້ອງອື່ນໆ ລວມທັງອົງການຂອງລັດ ແລະ ອົງການຈັດຕັ້ງສາກົນ ຕາມການມອບສິດອຳນາດຈາກປະທານ ຫຼື ຄະນະບໍລິຫານ;

  • ກະກຽມຂໍ້ສະເໜີຂໍທຶນຮອງຮັບຮ່ວມກັບຜູ້ປະສານງານໂຄງການ ແລະ ພະນັກງານດ້ານວິຊາການ;

  • ຄວບຄຸມ ແລະ ປະເມີນຜົນງານຂອງແຕ່ລະໜ່ວຍງານໃນສະມາຄົມ;

  • ຄົ້ນຫາຫົວໜ້າແຕ່ລະໜ່ວຍງານ ແລະ ພະນັກງານອື່ນໆ ແລະ ສະເໜີຕໍ່ຄະນະບໍລິຫານ;

  • ກະກຽມງົບປະມານຮ່ວມກັບຫົວໜ້າໜ່ວຍງານ ແລະ ຂໍອະນຸມັດງົບປະມານສຳລັບແຕ່ລະໂຄງການ ຫຼື ໜ່ວຍງານ ອີງຕາມຫຼັກການດ້ານການເງິນຂອງສະມາຄົມ;

  • ກະກຽມການປະຊຸມສາມັນ ແລະ ປະຊຸມສະພາພິເສດຮ່ວມກັບຄະນະບໍລິຫານ.