ສະມາຄົມການເງິນຈຸລະພາກລາວ – ສມກຈ

Lao Microfinance Association – LMFA

ລະບຽບການຂອງການເງິນຈຸນລະພາກ

ລະບຽບການຂອງການເງິນຈຸນລະພາກ

ຂໍ້ກຳນົດສຳລັບສະຖາບັນການເງິນຈຸລະພາກທີ່ຮັບເງິນຝາກ (ເລກທີ 04/ທຄລ 2008)

ຂໍ້ກຳນົດສະບັບນີ້ ໄດ້ຄຸ້ມຄອງ ກ່ຽວກັບ ການສ້າງຕັ້ງ ແລະ ການດຳເນີນງານ ຂອງສະຖາບັນ ການເງິນຈຸລະພາກ ທີ່ຮັບເງິນຝາກ ໃນ ສປປ ລາວ ດ້ວຍການກຳນົດ ມາດຕາການ ຕ່າງໆ ຈຸດປະສົງ ເພື່ອ (1) ຮັບປະກັນ ຄວາມປອດໄພ ລະບົບການເງິນ ໃນປະເທດ ເພື່ອຮັບປະກັນວ່າ ສະຖາບັນ ການເງິນຈຸລະພາກ ທີ່ຮັບເງິນຝາກ ດຳເນີນງານ ໃນຮູບແບບ ທີ່ມີຄວາມປອດໄພ ແລະ ຮັດກຸມ (2) ປົກປ້ອງສິດທິ ຂອງຜູ້ຝາກເງິນ. “ສະຖາບັນ ການເງິນຈຸລະພາກ ທີ່ຮັບເງິນຝາກ” ໝາຍເຖິງ ສະຖາບັນການເງິນ ໜື່ງ ທີ່ໄດ້ຮັບໃບອະນຸຍາດ ຢ່າງເປັນທາງການ ຈາກທະນາຄານ ແຫ່ງ ສປປ ລາວ ໂດຍສອດຄ່ອງ ກັບຂໍ້ກຳນົດ ກົດລະບຽບສະບັບນີ້. ສຳລັບຄຳນິຍາມ ລະອຽດຂອງສະຖາບັນ ການເງິນຈຸລະພາກ ທີ່ຮັບ ເງິນ ຝາກພ້ອມດ້ວຍສິດ ແລະ ໜ້າທີ່ຂອງມັນນັ້ນ, ກະລຸນາອ່ານ ໃນຂໍ້ກຳນົດ ທີ່ຕິດຄັດມາພ້ອມນີ້. ຄລີກເພື່ອດາວໂຫລດ

ຂໍ້ກຳນົດວ່າດ້ວຍສະຖາບັນການເງິນຈຸລະພາກທີ່ບໍ່ຮັບເງິນຝາກ (ເລກທີ 02/ທຄລ 2008)

ຂໍ້ກຳນົດສະບັບນີ້ ໄດ້ຄຸ້ມຄອງການສ້າງຕັ້ງ ແລະ ການດຳເນີນງານ ຂອງສະຖາບັນ ການເງິນຈຸລະພາກ ທີ່ບໍ່ຮັບເງິນຝາກ ພາຍໃນ ສປປ ລາວ ໂດຍການກຳນົດ ມາດຕະການ ເພື່ອຈຸດປະສົງ ສ້າງຄວາມຍືນຍົງ ແລະ ຄວາມສາມັກຄີ ໃນການ ຈັດຕັ້ງປະຕິບັດ.  “ສະຖາບັນ ການເງິນ ຈຸລະພາກ ທີ່ບໍ່ຮັບເງິນຝາກ” ໝາຍເຖິງ ສະຖາບັນທີ່ ໄດ້ຮັບໃບອະນຸຍາດ ຈາກການຈົດທະບຽນ ແລະ ຫ້າມ ບໍ່ໃຫ້ ມີການ ຮັບເງິນຝາກ ແບບສະໝັກໃຈ ຈາກສາທາລະນະ ເຊີ່ງໄດ້ລະບຸໄວ້ ໃນມາດຕາ 14 ຂອງຂໍ້ກຳນົດສະບັບນີ້, ທີ່ອອກໂດຍ ທະນາຄານແຫ່ງ ສປປ ລາວ. ລາຍລະອຽດ ຂອງຄຳນິຍາມ ກ່ຽວກັບສະຖາບັນ ການເງິນຈຸລະພາກ ທີ່ບໍ່ຣັບເງິນຝາກ ລວມທັງສິດ ແລະ ໜ້າທີ່ ຂອງມັນ ແມ່ນ ໃຫ້ອ່ານໃນຂໍ້ກຳນົດ ທີ່ຕິດຄັດມາພ້ອມນີ້. ຄລີກເພື່ອດາວໂຫລດ

ຂໍ້ກຳນົດວ່າດ້ວຍສະຫະກອນສິນເຊື່ອ ແລະ ເງິນຝາກປະຢັດ (ເລກທີ 03/ທຄລ 2008)

ຂໍ້ກຳນົດສະບັບນີ້ ຄຸ້ມຄອງ ການສ້າງຕັ້ງ ແລະ ການ ດຳເນີນງານ ຂອງສະຫະກອນ ສິນເຊື່ອ ແລະ ເງິນຝາກປະຢັດ ພາຍໃນ ສປປ ລາວ ໂດຍການກຳນົດ ມາດຕະການ ເພື່ອຈຸດປະສົງ ສ້າງຄວາມຍືນຍົງ ແລະ ຄວາມສາມັກຄີ ໃນການຈັດຕັ້ງ ປະຕິບັດ. “ສະຫະກອນສິນເຊື່ອ ແລະ ເງິນຝາກປະຢັດ” ໝາຍວ່າ ແມ່ນກຸ່ມສະຫະກອນ ທີ່ສ້າງຂື້ນໃນ ສປປ ລາວ ເພື່ອຈຸດປະສົງ ໃນການດຳເນີນກິດຈະກຳ ຂອງສະຫະກອນສິນເຊື່ອ ແລະ ເງິນຝາກປະຢັດ ທີ່ໄດ້ຮັບໃບອະນຸຍາດ ຈາກທະນາຄານແຫ່ງ ສປປ ລາວ ຕາມຂໍ້ກຳນົດສະບັບນີ້. ລາຍລະອຽດ ຂອງຄຳນິຍາມ ກ່ຽວກັບ ສະຫະກອນສິນເຊື່ອ ແລະ ເງິນຝາກປະຢັດ ລວມທັງສິດ ແລະ ໜ້າທີ່ຂອງມັນ ແມ່ນໃຫ້ອ່ານ ໃນຂໍ້ກຳນົດ ທີ່ຕິດຄັດມາພ້ອມນີ້. ຄລີກເພື່ອດາວໂຫລດ