ສະມາຄົມການເງິນຈຸລະພາກລາວ – ສມກຈ

Lao Microfinance Association – LMFA

ໂຄງສ້າງການບໍລິຫານ

ສະພາບໍລິຫານຂອງສະມາຄົມການເງິນຈຸລະພາກ

ທ່ານ ສົມພອນ ສີແສງລັດ
ປະທານສະພາ

ຜູ້ອຳນວຍການ ສກຈຮ ເອກພັດທະນາ
ອີເມວ:somphone.s@emimfi.com

 

ທ່ານ ນາງ ຂັນມະນີ ສຸທຳມະວົງ,
ຮອງປະທານສະພາ

ອຳນວຍການ, ສະຖາບັນການເງິນຈຸລະພາກ ທີ່ຮັບເງິນຝາກປະຕູຄຳ
ອີເມວ: khanmany@gmail.com

 

ທ່ານ ສົມຈິດ ດວງມີໄຊ,
ຮອງປະທານສະພາ

ຜູ້ອຳນວຍການ, ສະຖາບັນ ການເງິນຈຸລະພາກ ທີ່ບໍ່ຮັບເງິນຝາກ ພັດທະນາອຸດົມໄຊ
ອີເມວ: microfinance_odx@yahoo.com

 

ທ່ານ ອຸ່ນເຮືອນ ອຸ່ນກັນລະຍາ

ສະມາຊິກ

ອີເມວ….

 

ທ່ານ ນາງ ສຸກວິໄລ ທອງສະຫວັດ

ສະມາຊິກ

ອີເມວ: soukvilay1@hotmail.com

ຫ້ອງການ ບໍລິຫານ ສມກຈ


ທ່ານ ນາງ ປະມວນ ເພັດທານີ
ຜູ້ອຳນວຍການ ສມກຈ
ອີເມວ: pamouane@laomfa.com

 


ນາງ ໄພວັນ ສະເຫຼີມສຸກ
ຮອງຜູ້ອຳນວຍການ / ຫົວໜ້າໜ່ວຍງານວິຊາການ
ອີເມວ: phayvanh@laomfa.local

 


ນາງ ຊະວານາ ໂພທິລາດ
ຫົວໜ້າ ບຸກຄະລາກອນ/ບໍລິຫານ ແລະ ການເງິນ
ອີເມວ: savana@laomfa.local


ນາງ ບຸນຖະໜອມ ສີລາກຸນ
ຄັງເງິນສົດ / ຜູ້ຊ່ວຍບໍລິຫານ
ອີເມວ: bounthanome@laomfa.local

 


ນາງ ສຸລິນດາ ຣັດຕະນະວົງ
ບັນຊີ / ບຸກຄະລາກອນ / ຈັດຊື້
ອີເມວ: soulinda@laomfa.local

 

ນາງ ສີສະຫວັນ ອຸດົມສຸກ

ວິຊາການການເງິນຈຸລະພາກ/ທະນາຄານບ້ານ

ອີເມວ: sisavanh@laomfa.local

 

ທ້າວ ຕີ່ ຢ່າງ

ວິຊາການການເງິນຈຸລະພາກ/ທະນາຄານບ້ານ

ອີເມວ: Teeyang@laomfa.local

 

ທ້າວ ສຸພັນສາ ສະຫວັນວິໄລ

ວິຊາການການເງິນຈຸລະພາກ/ທະນາຄານບ້ານ

ອີເມວ: souphansa@laomfa.local

ໂຄງຮ່າງການຈັດຕັ້ງ ຂອງ ສະມາຄົມການເງິນຈຸລະພາກ

ປະທານ

  • ເປັນຜູ້ໃຫ້ທິດຊີ້ນໍາແກ່ສະພາບໍລິຫານ
  • ເປັນຜູ້ນໍາພາໃນການວາງແຜນຍຸດທະສາດ
  • ທໍາໜ້າທີ່ກ່ຽວກັບການປະສານງານ ແລະ ການຄຸ້ມຄອງບໍລິຫານ ພ້ອມທັງ ເປັນຜູ້ພົວພັນ ປະສານງານ ຢ່າງເປັນທາງການກັບພາຍນອກ
  • ເປັນປະທານ ແລະ ເປັນຜູ້ອໍານວຍຄວາມສະດວກ ກອງປະຊຸມຂອງກຸ່ມ
  • ໃຫ້ຂໍ້ມູນຂ່າວສານຄວາມຄືບໜ້າແກ່ກຸ່ມການເງິນຈຸລະພາກ ກ່ຽວກັບກອງປະຊຸມ, ເຫດການຕ່າງໆ, ການ ສຳມະນາ ແລະ ການ ຝຶກອົບຮົມ ທີ່ຈະຈັດ ຂື້ນໃນຂ້າງໜ້າ
  • ຕິດຕາມການເຮັດວຽກຂອງຄະນະກໍາມະການສະເພາະກິດ (ຫົວໜ້າແຕ່ລະຄະນະ ຈະ ລາຍງານ ໃຫ້ທ່ານ ປະທານ)
  • ເປັນຜູ້ນຳພາ ໃນວຽກງານການ ລະດົມທຶນ (ຮ່ວມກັບຄະນະສະພາບໍລິຫານ)
  • ທຳການປະເມີນຢ່າງເປັນທາງການກ່ຽວກັບການປະຕິບັດໜ້າທີ່ຂອງພະນັກງານຫ້ອງການ ແລະ ປະເມີນ ແບບ ບໍ່ເປັນທາງການ  ກ່ຽວກັບຄວາມມີປະສິດທິຜົນ ໃນການປະຕິບັດງານຂອງສະພາບໍລິຫານ
  • ທໍາການປະເມີນປະຈໍາປີກ່ຽວກັບຜົນງານຂອງອົງກອນໃນການບັນລຸເປົ້າໝາຍຂອງຕົນ
  • ທໍາໜ້າທີ່ ແລະ ຄວາມຮັບຜິດຊອບອື່ນໆ ທີ່ສະພາບໍລິຫານມອບໝາຍໃຫ້

ຮອງປະທານ

  • ທໍາໜ້າທີ່ແທນປະທານໃນກໍລະນີປະທານບໍ່ຢູ່
  • ລາຍງານໃຫ້ປະທານສະພາບໍລິຫານ
  • ລາຍງານໃຫ້ປະທານສະພາບໍລິຫານ
  • ເຮັດວຽກຢ່າງໄກ້ຊິດຕິດແທດກັບປະທານ
  • ເປັນຜູ້ລະດົມທຶນຮອນ
  • ທໍາໜ້າທີ່ ແລະ ຄວາມຮັບຜິດຊອບອື່ນໆ ທີ່ສະພາບໍລິຫານມອບໝາຍໃຫ້

ນາຍຄັງ

  • ເກັບຮັກສາບັນດາບົດບັນທຶກ ແລະ ເອກະສານຕ່າງໆຂອງສະພາບໍລິຫານ ແລະ ຮັບປະກັນການບໍລິຫານງານທີ່ມີປະສິດທິພາບກ່ຽວກັບບົດບັນທຶກ ແລະ ເອກະສານຕ່າງໆຂອງອົງກອນ
  • ບັນທຶກກອງປະຊຸມຂອງສະພາບໍລິຫານ
  • ຮັບປະກັນການແຈກຢາຍບົດບັນທຶກກອງປະຊຸມໃຫ້ແກ່ສະມາຊິກ ຢ່າງທັນການ ພາຍຫຼັງກອງປະຊຸມສຳເລັດ
  • ເປັນຜູ້ລະດົມທຶນຮອນ
  • ທໍາໜ້າທີ່ ແລະ ຄວາມຮັບຜິດຊອບອື່ນໆ ທີ່ສະພາບໍລິຫານມອບໝາຍໃຫ້

ສະມາຊິກ ສະພາຜູ້ລິຫານ

  • ເຂົ້າຮ່ວມປະຊຸມສະພາບໍລິຫານ ແລະ ປະຊຸມທີ່ສໍາຄັນຕ່າງໆ ທີ່ກ່ຽວຂ້ອງກັບຕົນ ຢ່າງເປັນປະຈໍາ.
  • ເຂົ້າຮ່ວມກິດຈະກຳຕ່າງໆຂອງສະພາບໍລິຫານຢ່າງຫ້າວຫັນ.
  • ສະໝັກໃຈເຮັດວຽກ ແລະ ຮັບເອົາວຽກຕ່າງໆ ພ້ອມທັງເຮັດສຳເລັດໜ້າວຽກທີ່ຖືກມອບໝາຍຢ່າງທັນເວລາ
  • ຊອກຮູ້ຂໍ້ມູນຂ່າວສານກ່ຽວກັບສະພາບໍລິຫານ, ກະກຽມຕົນເອງເປັນຢ່າງດີໃນເວລາມີກອງປະຊຸມ, ມີການທົບທວນຄືນ, ມີການປະກອບຄຳຄິດຄຳເຫັນໃສ່ບົດບັນທຶກກອງປະຊຸມ ແລະ ບົດລາຍງານຕ່າງໆ.
  • ເປັນຜູ້ລະດົມທຶນຮອນ
  • ທໍາໜ້າທີ່ ແລະ ຄວາມຮັບຜິດຊອບອື່ນໆ ທີ່ສະພາບໍລິຫານມອບໝາຍໃຫ້

ຫ້ອງການບໍລິຫານ

ຊ່ວຍສະພາບໍລິຫານກ່ຽວກັບວຽກງານການບໍລິຫານ ແລະ ການປະສານງານ ທີ່ກ່ຽວຂ້ອງກັບການດຳເນີນງານ ແລະ ກິດຈະກຳ ຂອງກຸ່ມການເງິນຈຸລະພາກ ເຊີ່ງລວມມີ: ການກະກຽມກອງປະຊຸມ (ສະມາຊິກ, ສະພາບໍລິຫານ, ຄະນະກຳມະ ການສະເພາະກິດ), ບົດບັນທຶກກອງປະຊຸມ, ເກັບຮັກສາ/ປັບປຸງ ບັນຊີລາຍຊື່ ຕິດຕໍ່ພົວພັນ ແລະ ທີ່ຢູ່ອີເມລ, ການແປເອກະສານ, ການຫ້າງຫາກະກຽມ ແລະ ການຈັດຕັ້ງກອງປະຊຸມ, ຝຶກອົບຮົມ, ສຳມະນາ, ການບັນທຶກບັນຊີ, ການບໍລິຫານ ເງິນສົດເພື່ອລາຍຈ່າຍປະຈຳວັນ, ການຕິດຕາມດ້ານການເງິນ, ການຄຸ້ມຄອງຂໍ້ ມູນຂ່າວສານ, ການປັບປຸງເວັບໄຊທ ແລະ ອື່ນໆ

ແຜນຫວາດ ໂຄງຮ່າງການຈັດຕັ້ງຂອງ ສະມາຄົມການເງິນຈຸລະພາກ (ສມກຈ)