ສະມາຄົມການເງິນຈຸລະພາກລາວ – ສມກຈ

Lao Microfinance Association – LMFA

ປີ 2016 ທີ່ຜ່ານມາ ສສງ ມີກຳໄລເພີ່ມ ແຕ່ຍອດສິນເຊື່ອຫຼຸດລົງ

ໃນປີຜ່ານມາ ສະຫະກອນສິນເຊື່ອ ແລະ ເງິນຝາກປະຢັດ ( ສສງ ) ມີກຳໄລສຸດທິເພີ່ມຂື້ນຫຼາຍກວ່າ 58% ສວານທາງກັບຍອດສິນເຊື່ອຫຼຸດລົງ 6.05%.

ໃນວັນທີ 27 ກຸມພາ 2017 ທີ່ສູນຮ່ວມມື ລາວ – ຢີ່ປຸ່ນ ( ITCT ) ກົມຄຸ້ມຄອງສະຖາບັນການເງິນ, ທະນາຄານແຫ່ງ ສປປ ລາວ ໄດ້ຈັດກອງປະຊຸມສະຫຼຸບວຽກງານສະຫະກອນສິນເຊື່ອ ແລະ ເງິນຝາກປະຢັດ ປະຈຳປີ 2016 ຂື້ນໂດຍການຮ່ວມມືລະຫວ່າງ ທະນາຄານແຫ່ງ ສປປ ລາວ, ໂຄງການການເງິນຈຸລະພາກໃນຂົງເຂດຊົນນະບົດ – ການເຂົ້າເຖີງແຫຼ່ງທຶນຂອງຜູ້ທຸກຍາກ ແລະ ໂຄງການສົ່ງເສີມການເຂົ້າເຖີງແຫຼ່ງທຶນຂອງຜູ້ທຸກຍາກໃຫ້ຫຼາຍຂື້ນໂດຍໃຫ້ກຽດເຂົ້າຮ່ວມ ແລະ ເປັນປະທານຂອງ ທ່ານ ສອນໄຊ ສິດພະໄຊ ຮອງຜູ້ວ່າການທະນາຄານແຫ່ງ ສປປ ລາວ, ມີບັນດາທະນາຄານທຸລະກິດລັດ, ອົງການຈັດຕັ້ງສາກົນ, ສະຫະກອນສິນເຊື່ອ ແລະ ເງິນຝາກປະຢັດ ແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.

ທ່ານ ພັນທະບູນ ໄຊຍະເພັດ ຮອງຫົວໜ້າກົມຄຸ້ມຄອງສະຖາບັນການເງິນ ທະນາຄານແຫ່ງ ສປປ ລາວ ກ່າວຕໍ່ກອງປະຊຸມສະຫຼຸບວຽກງານ ສະຫະກອນສິນເຊື່ອ ແລະ ເງິນຝາກປະຢັດ ປະຈຳປີ 2016 ວ່າ: ໃນປັດຈຸບັນ ສະຫະກອນສິນເຊື່ອ ແລະ ເງິນຝາກປະຢັດທີ່ຢູ່ພາຍໃຕ້ການຄຸ້ມຄອງຂອງ ທະນາຄານແຫ່ງ ສປປ ລາວ ລວມທັງໝົດມີ 28 ແຫ່ງໃນທົ່ວປະເທດມີທຶນທັງໝົດ 29.65 ຕື້ກີບຈາກ 26.17 ຕື້ກີບ ໃນປີ 2015 ຫຼື ເພີ່ມຂື້ນ 13,30%; ສ່ວນຍອດຊັບເພີ່ມຂື້ນ 2.16% ມາຢູ່ທີ່ 76.59 ຕື້ກີບ;  ຍອດເງິນຝາກ 44.79 ຕື້ກີບ ເພີ່ມຂື້ນ 2.21% ແຕ່ຍອດສິນເຊື່ອໃນປີ 2016 ຫຼຸດລົງ 6.05% ມາຢູ່ທີ່ 48.71 ຕື້ກີບ ຈາກ 51.85 ຕື້ກີບ ໃນປີ 2015, ມີກໍາໄລສຸດທິ 5.34 ຕື້ກີບ ຈາກ 3.17 ຕື້ກີບ ເພີ່ມຂື້ນ 68,71%.

ສະຫະກອນສິນເຊື່ອ ແລະ ເງິນຝາກປະຢັດ ໄດ້ປ່ອຍກູ້ໃຫ້ຂະແໜງການບໍລິການ – ການຄ້າ ກວມເອົາ 43%, ຂະແໜງກະສິກຳປູກຝັງ – ລ້ຽງສັດ ກວມເອົາ 40% ແລະ ຂະແໜງການຫັດຖະກໍາ ແລະ ແກ້ໄຂຊີວິດການເປັນຢູ່ ກວມເອົາ 18% ຂອງຍອດສິນເຊື່ອທັງໝົດ. ສຳລັບ ສສງ ໄດ້ໃຫ້ບໍລິການດ້ານເງິນຝາກ ແລະ ເງິນກູ້ເປັນຫຼັກ, ທ່ານ ພັນທະບຸນ ກ່າວ.

ຂະນະທີ່ ທ່ານ ສອນໄຊ ສິດພະໄຊ ຮອງຜູ້ວ່າການທະນາຄານກ່າວວ່າ: ຂະແໜງການເງິນ ເປັນຂະແໜງທີ່ສຳຄັນຕໍ່ການປະກອບສ່ວນຊຸກຍູ້ໃຫ້ແກ່ການຂະຫຍາຍຕົວທາງດ້ານເສດຖະກິດ ລວມທັງປະກອບສ່ວນເຂົ້າໃນການແກ້ໄຂບັນຫາຄວາມທຸກຍາກຢູ່ບັນດາເມື່ອງທີ່ຕິດພັນກັບວຽກງານ 3 ສ້າງ ແລະ ຊ່ວຍສົ່ງເສີມຄວາມອາດສາມາດ ໃນການສູ້ຊົນ ເພື່ອຮັບປະກັນເປົ້າໝາຍສະຫັດສະວັດດ້ານການພັດທະນາທີ່ຍັງບໍ່ທັນສຳເລັດໂດຍເຊື່ອມເຂົ້າໃນການຈັດຕັ້ງປະຕິບັດເປົ້າໝາຍ ການພັດທະນາແບບຍືນຍົງໃນການນຳເອົາປະເທດຊາດຫຼຸດພົ້ນອອກຈາກສະພາບປະເທດດ້ອຍພັດທະນາໃຫ້ໄດ້ໃນປີ 2020. ໃນນັ້ນ, ສະຫະກອນສິນເຊື່ອ ແລະ ເງິນຝາກປະຢັດ ກໍ່ເປັນພາກສ່ວນໜຶ່ງຂອງຂະແໜງການເງິນທີ່ພັກ ແລະ ລັດຖະບານໄດ້ວາງນະໂຍບາຍສະເພາະ ເພື່ອແນໃສ່ສ້າງເງື່ອນໄຂທີ່ເອື້ອອຳນວຍໃນດ້ານຕ່າງໆ ເພື່ອສົ່ງເສີມ ສສງ ໃຫ້ມີການຂະຫຍາຍຕົວຢ່າງເຂັ້ມແຂງຢູ່ແຕ່ລະເມືອງ ເພື່ອປະກອບສ່ວນສະໜອງທຶນຮອນໃຫ້ແກ່ສະມາຊິກກໍ່ຄືປະຊາຊົນໃນການແກ້ໄຂຄວາມທຸກຍາກ.

ຂ່າວ ແລະ ພາບປະກອບ ຈາກ: ໜພ ເສດຖະກິດ-ການຄ້າ, ສະບັບປະຈໍາວັນທີ 28 ກຸມພາ 2017