ສະມາຄົມການເງິນຈຸລະພາກລາວ – ສມກຈ

Lao Microfinance Association – LMFA

ຜູ້ຊ່ວຍວຽກວິຊາການ ພາກສະໜາມ ຕິດຕາມກອງທຶນສິນເຊື່ອບ້ານ ປະຈຳຢູ່ ເມືອງຫ້ວຍຊາຍ, ແຂວງບໍ່ແກ້ວ

ເລີ້ມເຮັດວຽກ: ແຕ່ ເດືອນ ພຶດສະພາ 2022 ເຖິງ ທັນວາ 2022 ແລະ ສາມາດຕໍ່ສັນຍາໄດ້

ສະຖານທີ່ເຮັດວຽກ ແລະ ລົງແຕ່ລະບ້ານ ໃນເມືອງ ແລະ ແຂວງ ທີ່ກ່ຽວຂ້ອງ:

2 ທ່ານ ປະຈໍາຢູ່ ເມືອງຫ້ວຍຊາຍ, ແຂວງບໍ່ແກ້ວ

 

  1. ໜ້າທີ່ ແລະ ຄວາມຮັບຜິດຊອບ
    • ຊ່ວຍ ຕິດຕາມ ແລະ ສະໜັບສະໜູນການເຄື່ອນໄຫວວຽກງານທີ່ກ່ຽວຂ້ອງກັບ ວຽກງານການບໍລິການຂອງກອງທຶນ ແລະ ຂອງ ສະຖາບັນ (ສກຈ) ມື້ຕໍ່ມື້, ເປັນຕົ້ນແມ່ນແຜນສິນເຊື່ອ, ແລະ ການເຄື່ອນໄຫວການດຳເນີນລວມຂອງ ກອງທຶນ ແລະ ສກຈ (ສກຈ ແມ່ນ ມີແຕ່ໃນແຂວງບໍລິຄໍາໄຊ).
    • ຊ່ວຍຝຶກອົບຮົມໃຫ້ຄະນະກອງທຶນ, ຊ່ວຍ ຕິດຕາມ ແລະ ຊຸກຍູ້ການເຄື່ອນໄຫວສິນເຊື່ອຮ່ວມກັບຄະນະກອງທຶນສິນເຊື່ອບ້ານ: ແຜນການເກັບເງິນກູ້, ແຜນການເບີກຈ່າຍ ແລະ ການຕິດຕາມຍອດເງິນກູ້ຄ້າງຊຳລະເງິນກູ້.
    • ຕິດຕາມ ແລະ ແນະນຳທິດທາງການຄວບຄຸມ/ປ້ອງກັນໜີ້ຊັກຊ້າ.
    • ຊ່ວຍ ຕິດຕາມ ແລະ ຄິດໄລ່ອັດຕາສ່ວນໜີ້ຊັກຊ້າ
    • ຊຸກຍູ້ ແລະ ແນະນຳການດຳເນີນການລະດົມ ເງິນກູ້ ຂອງກອງທຶນບ້ານ ແລະ ສກຈ
    • ຕິດຕາມສະພາບການເຄື່ອນໄຫວທາງດ້ານການເງິນ, ກວດກາບົດລາຍງານທີ່ຈຳເປັນ ປະຈຳວັນ ແລະ ຕົວຊີ້ວັດທາງດ້ານຜົນການດຳເນີນງານຂອງ ກອງທຶນບ້ານ ແລະ ສກຈ
    • ຕິດຕາມຜົນການນຳໃຊ້/ປະຕິບັດນະໂຍບາຍຂອງ ກອງທຶນບ້ານ ຈາກຜົນການດໍາເນີນງານ/ຈັດຕັ້ັ້ັງປະຕິບັດຕົວຈິງ
    • ຊ່ວຍ ປະສານງານກັບອົງການຈັດຕັ້ງທາງດ້ານເຕັກນິກວິຊາການທີ່ກ່ຽວຂ້ອງ
    • ຊ່ວຍ ປະສານງານ ແລະ ພົວພັນກັບອຳນາດການປົກຄອງຂັ້ນບ້ານ, ເມືອງ ແລະ ແຂວງ
    • ຊ່ວຍ ປະສານງານ ແລະ ພົວພັນກັບທະນາຄານແຫ່ງ ສປປລາວ
    • ຊ່ວຍ ພະນັກງານຜູ່ປະສານງານ ການເງິນຊົນນະບົດຂັ້ນແຂວງ ໃນການໃຫ້ບໍລິການລູກຄ້າ ຫຼື ກອງທຶນສິນເຊື່ອບ້ານ, ການຈັດກອງປະຊຸມ, ຈັດຝຶກອົບຮົມຕ່າງ ແລະ ສະຫລຸບຄວາມຄືບໜ້າ
    • ຊ່ວຍ ໜ້າວຽກທີ່ໄດ້ຮັບມອບໝາຍພິເສດ ແລະ ປະຕິບັດວຽກອື່ນໆ ທີ່ທາງຜູ້ບໍລິຫານແນະນຳ

 

  1. ຄຸນວຸດທິຂອງ, ຄວາມສາມາດ ແລະ ປະສົບການ
  • ຈົບການສຶກສາ ວິຊາສະເພາະ ຂື້ນໄປ ດ້ານ ການບັນຊີ, ການເງິນ, ທະນາຄານ, ບໍລິຫານ ຫຼືຄ້າຍຄຽງ
  • ມີປະສົບການໃນການເຮັດວຽກ ໃນດ້ານ ການເງິນ, ທະນາຄານ, ບໍລິຫານ (ຖ້າມີ ຈະພິຈາລະນາເປັນພິເສດ)
  • ສາມາດໃຊ້ພາສາອັງກິດ ເຂົ້າໃນການສື່ສານ, ສົນທະນາ ຂຽນ ໃນລະດັບດີ (ຈະພິຈາລະນາເປັນພິເສດ)
  • ມີຄວາມຊຳນານໃນການໃຊ້ windows, MS word, excel, power point, internet ແລະ ອື່ນໆ
  • ມີຄວາມສາມາດໃນການເຮັດວຽກ ດ້ວຍຕົນເອງ
  • ມີສຸຂະພາບແຂງແຮງ ສາມາດ​ເດີ​ນ​ທາງ​ໄປພື້ນທີ່ໂຄງການ
  • ມີຄວາມກະຕືລືລົ້ນ, ຊື່ສັດ ແລະ ສາມາດເຮັດວຽກເປັນທິມໄດ້
  • ມີໄຫວພິກ ແລະ ມັກໃນການຮຽນຮູ້​

 

ທ່ານໃດສົນໃຈສາມາດຍື່ນຄຳຮ້ອງ (ຂຽນດ້ວຍຕົນເອງ) ພ້ອມດ້ວຍ ຊີວະປະຫວັດ, ໃບປະກາດ, ໃບຄະແນນ, ໃບຜ່ານງານ (ຖ້າມີ),  ແລະເອກະສານອື່ນໆ ທີ່ກ່ຽວຂ້ອງມາທີ່ຫ້ອງການສະມາຄົມການເງິນຈຸລະພາກ, ທີ່ ບ້ານ ອາມອນ, ຮ່ອມ 23 (23/3), ເມືອງໄຊເສດຖາ,  ນະຄອນຫລວງວຽງຈັນ ໂທ: +856 30 9481265/020 99626456  ຫລື ສົ່ງທາງ ອີເມລ: mfa@laomfa.org

 

ປິດຮັບສະໝັກວັນທີ 30/04/2022

ມີພຽງຜູ້ທີ່ຖຶກຄັດເລືອກເພື່ອສຳພາດເທົ່ານັ້ນຈະຖຶກຕິດຕໍ່ກັບໄປຫາ. ເອກະສານທີ່ສົ່ງມາຈະບໍ່ໄດ້ສົ່ງຄືນ