ສະມາຄົມການເງິນຈຸລະພາກລາວ – ສມກຈ

Lao Microfinance Association – LMFA

ສມກຈ ໃຫ້ຄວາມຮູ້ທາງ ດ້ານການເງິນ ແລະ ການວາງແຜນທຸລະກິດ/ການຕະຫຼາດ ໃຫ້ແກ່ລູກຄ້າຂອງ ສກຈ ທີ່ເປັນສະມາຊິກ

 

ເພື່ອເປັນການສະໜອງການບໍລິການທາງດ້ານການເງິນ ແບບຄົບວົງຈອນຂອງສະມາຊິກ ສກຈ, ສມກຈ ໂດຍການຮ່ວມມື ກັບ ທຫລ ໄດ້ເປີດຊຸດຝຶກອົບຮົມ ປະຊາສຶກສາທາງດ້ານການເງິນ ແລະ ວາງແຜນທຸລະກິດ/ການຕະຫຼາດ ສໍາລັບທຸລະກິດຂະໜາດຄອບຄົວ ໃຫ້ແກ່ລູກຄ້າຂອງ ສະຖາບັນການເງິນຈຸລະພາກ. ໂດຍໄດ້ຮັບທຶນສະໜັບສະໜູນຈາກ ອົງການ ADA ແລະ ໂຄງການ MAFIPP/FIF.

ການຝຶກອົບຮົມໃຫ້ລູກຄ້າຂອງ ສກຈ ນີ້ ແມ່ນເປັນໂຄງການ ເລິ່ມຕົ້ນ ກັບ 8 ສະຖາບັນ (ສກຈບ ພັດທະນາອຸດົມໄຊ, ຊ່ວຍກັນພັດທະນາ, ໄຊນິຍົມ, ທະວິໂຊກ ແລະ ສະເຫຼີມສຸກ, ສກຈຮ ເພື່ອການພັດທະນາຜົ້ງສາລີ, ປະຕູຄຳ ແລະ ດອກຄູນ). ຈຸດປະສົງ ແມ່ນເພື່ອເປັນການສ້າງຄວາມເຂັ້ມແຂງໃນການວາງແຜນທຸລະກິດໃຫ້ກັບທຸລະກິດຂະໜາດຄອບຄົວທີ່ເປັນລູກຄ້າ ຂອງ ສກຈ, ເພື່ອເສີມສ້າງ ຜູ້ປະກອບການ ໃຫ້ມີຄວາມສາມາດໃນການຜະລິດ ແລະ ການຂາຍທີ່ດີຂື້ນ, ສົ່ງເສີມໃຫ້ ສກຈ ມີຄວາມເຂັ້ມແຂງຂະຫຍາຍຕະຫຼາດ  ແລະ ທັງເປັນການເສີມສ້າງ ຄວາມອາດສາມາດຂອງພະນັກງານ-ໂດຍສະເພາະພະນັກງານສິນເຊື່ອ ຂອງ ສກຈ ໃຫ້ຮູ້ກ່ຽວກັບປະຊາສຶກສາທາງດ້ານການເງິນ ແລະ ການວາງແຜນທຸລະກິດ/ການຕະຫຼາດໃຫ້ຫຼາຍຂຶ້ນ ແລະ ສ້າງໃຫ້ ພະນັກງານສິນເຊື່ອ ຂອງ 8 ສະຖາບັນ ເປັນຄູຝຶກ ໃຫ້ໄດ້ ຈໍານວນ 40 ທ່ານ, ຝຶກໃຫ້ໄດ້ຢ່າງໜ້ອຍ 120 ຄົນ ວາງແຜນທຸລະກິດ/ການຕະຫຼາດ, 800 ຄົນ ໃນ ຫົວຂໍ້ ປະຊາສຶກສາທາງດ້ານການເງິນ ແລະ ສາມາດເຂົ້າເຖິງລູກຄ້າໃໝ່ໃຫ້ໄດ້ ຢ່າງໜ້ອຍ 1,000 ຄົນ ພາຍໃນ ປີ 2017.

ຮູບ 1: ຝຶກອົບຮົມໃຫ້ລູກຄ້າ ສກຈຮ ປະຕູຄໍາ

ຮູບ 2: ຝຶກອົບຮົມໃຫ້ລູກຄ້າ ສກຈຮ ພັດທະນາຜົ້ງສາລີ

ຮູບ 3: ຝຶກອົບຮົມໃຫ້ລູກຄ້າ ສກຈຮ ດອກຄູນ

ໃນປີ 2017, ການຝຶກອົບຮົມນີ້ ແມ່ນໄດ້ເລີ່ມຕົ້ນຈັດຂຶ້ນທໍາອິດໃຫ້ແກ່ລູກຄ້າຂອງ ສກຈຮ ປະຕູຄໍາ, ໃນວັນທີ 7-8 ກຸມພາ, ທີ່ຫ້ອງການຂອງສະມາຄົມການເງິນຈຸລະພາກ, ນະຄອນຫຼວງວຽງຈັນ. ວັນທີ 16-17 ກຸມພາ ໄດ້ເປີດຝຶກອົບຮົມໃຫ້ແກ່ລູກຄ້າ ຂອງ ສກຈຮ ພັດທະນາຜົ້ງສາລີ ທີ່ເມືອງບຸນເໜືອ, ແຂວງຜົ້ງສາລີ, ແລະ ຕໍ່ມາໃນວັນທີ 20-21 ກຸມພາ ທີ່ຜ່ານມານີ້ ໄດ້ສໍາເລັດການຝຶກອົບຮົມໃຫ້ແກ່ລູກຄ້າ ຂອງ ສກຈຮ ດອກຄູນ ທີ່ເມືອງປາກເຊ, ແຂວງຈໍາປາສັກ. ທັງ 3 ຄັ້ງຝຶກອົບຮົມທີ່ຈັດຂຶ້ນນີ້, ມີຜູ້ເຂົ້າຮ່ວມຝຶກອົບຮົມທີ່ມາຈາກຫຼາກຫຼາຍອາຊີບທີ່ເປັນລູກຄ້າຂອງ ສະຖາບັນການເງິນຈຸລະພາກທີ່ກ່ຽວຂ້ອງ ເຂົ້າຮ່ວມທັງໝົດ 55 ຄົນ. ໃນຂະນະດຽວກັນ ເພື່ອປະຕິບັດຕາມແຜນທີ່ໄດ້ກ່າວມາຂ້າງເທິງນີ້, ໃນປັດຈຸບັນນີ້ ວັນທີ 23-25 ກຸມພາ ສມກຈ ກໍາລັງໃຫ້ການຝຶກອົບຮົມ ໃນຫົວຂໍ້ດັ່ງກ່າວໃຫ້ແກ່ ລູກຄ້າຂອງ ສກຈບ ພັດທະນາອຸດົມໄຊ, ສກຈບ ໄຊນິຍົມ ທີ່ເມືອງໄຊ, ແຂວງອຸດົມໄຊ ແລະ ຈະສືບຕໍ່ຝຶກອົບຮົມໃຫ້ແກ່ລູກຄ້າຂອງ ສກຈບ ຊ່ວຍກັນພັດທະນາ ໃນ ວັນທີ 28 ກຸມພາ- 1 ມີນາ ແລະ ອີກ 2 ສກຈ ໃຫ້ສໍາເລັດຕາມຄາດໝາຍ ພາຍໃນ ເດືອນ ເມສາ, ຫຼັງຈາກນັ້ນ ກໍ່ສືບຕໍ່ ຝຶກຕາມພາກສະໜາມ ໂດຍ ຄູຝຶກ ພະນັກງານສິນເຊື່ອ ຂອງ ແຕ່ລະ ສກຈ ແລະ ຕິດຕາມຜົນ ຕະຫຼອດປີ 2017.

ຄູຝຶກ ໃນການຝຶກອົບຮົມຄັ້ງນີ້ ແມ່ນມາຈາກ ສມກຈ ແລະ ສກຈ ທີ່ເປັນ ສະມາຊິກ ທີ່ໄດ້ຮັບການຢັ້ງຢືນເປັນຄູຝຶກ ຈາກການຝຶກອົບຮົມຄູຝຶກທີ່ຈັດຕັ້ງ ແລະ ຮ່ວມມືລະຫວ່າງ ສະມາຄົມການເງິນຈຸລະພາກ, ກົມສົ່ງເສີມວິສາຫະກິດຂະໜາດນ້ອຍ ແລະ ກາງ, ກະຊວງອຸດສາຫະກໍາ-ການຄ້າ, ບໍລິສັດ EDC ແລະ ກົມຄຸ້ມຄອງສະຖາບັນການເງິນ, ທະນາຄານແຫ່ງ ສປປ ລາວ.

ຮວບຮວມພາບບັນຍາກາດຂອງການຝຶກອົບຮົມ:

ສໍາລັບຂໍ້ມູນເພີ່ມເຕີມ ກະລຸນາຕິດຕໍ່ ສະມາຄົມການເງິນຈຸລະພາກ (ສມກຈ) ທີ່ເບີ 021 226018, 030 948 1265 ຫຼື mfa@laomfa.local