ສະມາຄົມການເງິນຈຸລະພາກລາວ – ສມກຈ

Lao Microfinance Association – LMFA

ແຈ້ງ ທຫລ ດ່ວນ ເມື່ອພົບເຫັນ ສະຖາບັນການເງິນເຄື່ອນໄຫວບໍ່ບໍ່ຖືກຕ້ອງ

ໄລຍະຜ່ານມາປະຊາຊົນໄດ້ຮັບຄວາມເດືອດຮ້ອນຈາກການນຳເອົາເງິນໄປຝາກຕາມສະຖາບັນການເງິນຕ່າງໆຈົນເກີດມີການຮ້ອງຟ້ອງຂຶ້ນຫຼາຍຄະດີເພື່ອຄໍ້າປະກັນບໍ່ໃຫ້ເກີດບັນຫາຊ້ຳຊາກທະນາຄານແຫ່ງສປປລາວ( ທຫລ) ໄດ້ຢືນຢັນວ່າ: ຈະເອົາຜິດກັບທຸກສະຖາບັນການເງິນທີ່ເຄື່ອນໄຫວບໍ່ຖືກຕ້ອງເຊິ່ງຫາກພົບເຫັນແຈ້ງໂດຍດ່ວນມາຍັງກົມຄຸ້ມຄອງສະຖາບັນການເງິນເພື່ອດໍາເນີນມາດຕະການຕໍ່ຜູ້ລະເມີດລະບຽບກົດໝາຍໄດ້ຢ່າງທັນການ. ທ່ານອາລຸນບຸນຍົງຫົວໜ້າກົມຄຸ້ມຄອງສະຖາບັນການເງິນທະນາຄານ.

ທ່ານອາລຸນບຸນຍົງຫົວໜ້າກົມຄຸ້ມຄອງສະຖາບັນການເງິນທະນາຄານແຫ່ງສປປລາວ( ທຫລ) ໄດ້ຢືນຢັນຕໍ່ຜູ້ສື່ຂ່າວ ທຫລ ໃນວັນທີ 6 ກຸມພາ 2019 ວ່າ: ໃນປີ2018 ກົມຄຸ້ມຄອງສະຖາບັນການເງິນໄດ້ຢຸດຕິຊົ່ວຄາວໃນການອອກອະນຸຍາດໃຫ້ສ້າງຕັ້ງສະຖາບັນການເງິນຈຸລະພາກຂຶ້ນໃໝ່ແຕ່ສະຖາບັນການເງິນຈຸລະພາກທີ່ໄດ້ຮັບອະນຸຍາດໃຫ້ເຄື່ອນໄຫວກ່ອນໜ້ານີ້ກໍມີຄວາມເຕີບໃຫຍ່ເຂັ້ມແຂງຂຶ້ນໃນຫຼາຍດ້ານ;
ປັດຈຸບັນສະຖາບັນການເງິນຈຸລະພາກທີ່ຈົດທະບຽນຢູ່ພາຍໃຕ້ການຄຸ້ມຄອງຂອງກົມຄຸ້ມຄອງສະຖາບັນການເງິນມີທັງໝົດ 185 ແຫ່ງ.

 ໃນນີ້,ມີສະຖາບັນການເງິນຈຸລະພາກທີ່ຮັບເງິນຝາກ( ສກຈຮ) 20 ແຫ່ງ,ສະຖາບັນການເງິນຈຸລະພາກທີ່ບໍ່ຮັບເງິນຝາກ ( ສກຈບ) 77 ແຫ່ງ, ສະຫະກອນສິນເຊື່ອແລະເງິນຝາກປະຢັດ ( ສສງ) 27 ແຫ່ງ,ບໍລິສັດເຊົ່າສິນເຊື່ອ29 ແຫ່ງ,ໂຮງຊວດຈໍາ27 ແຫ່ງແລະບໍລິສັດໂອນເງິນດ່ວນ5 ແຫ່ງເຊິ່ງສະຖາບັນການເງິນຈຸລະພາກເຫຼົ່ານີ້ມີຊັບສິນໃນທ້າຍປີ2018 ຈຳນວນ 6.415 ຕື້ກີບທຽບໃສ່ປີ2017 ເພີ່ມຂຶ້ນ143,90%, ມີເງິນຝາກ ( ສະເພາະສກຈຮ ແລະ ສສງ) ຈຳນວນ1.032 ຕື້ກີບທຽບກັບປີ2017 ເພີ່ມຂຶ້ນ28,58%, ມີຍອດເຫຼືອສິນເຊື່ອ( ສກຈຮ,ສກຈບ, ສສງ, ບໍລິສັດເຊົ່າສິນເຊື່ອແລະໂຮງຊວດຈຳ) ຈຳນວນ4.796 ຕື້ກີບທຽບກັບປີ2017 ເພີ່ມຂຶ້ນ118,43% ໂດຍສະຖາບັນການເງິນຈຸລະພາກດັ່ງກ່າວໄດ້ກາຍເປັນທາງເລືອກໃໝ່ໃຫ້ປະຊາຊົນບັນດາເຜົ່າໄດ້ເຂົ້າເຖິງການບໍລິການທາງດ້ານການເງິນທີ່ສະດວກສະບາຍແລະດ້ວຍຜະລິດຕະພັນທີ່ເໝາະສົມສອດຄ່ອງກັບຊີວິດປະຈຳວັນນັບມື້ຫຼາຍຂຶ້ນ.

ເຖິງຢ່າງໃດກໍຕາມ,ໃນໄລຍະຜ່ານມາຍັງມີບາງສະຖາບັນການເງິນຈຸລະພາກທີ່ມີພຶດຕິກຳເຄື່ອນໄຫວບໍ່ຖືກຕ້ອງແລະບໍ່ສອດຄ່ອງກັບລະບຽບກົດໝາຍທີ່ກຳນົດໄວ້ເຊິ່ງກໍ່ໃຫ້ເກີດມີຄວາມສ່ຽງຕໍ່ຄວາມໝັ້ນຄົງຂອງລະບົບສະຖາ ບັນການເງິນເຮັດໃຫ້ສັງຄົມວຸ່ນວາຍແລະເກີດການຟ້ອງຮ້ອງເປັນຄະດີຄວາມຈຳນວນໜຶ່ງເປັນຕົ້ນມີບາງສະຖາບັນການເງິນຍັງບໍ່ພັດທະນາລະບົບບັນຊີຂອງຕົນໃຫ້ໄດ້ມາດຕະຖານຕາມທີ່ທຫລກຳນົດໄວ້ເຮັດໃຫ້ບໍ່ສາມາດລາຍງານຂໍ້ມູນໃຫ້ທຫລທັນຕາມກຳນົດເວລາແລະຂໍ້ມູນອາດມີການດັດແກ້ເຮັດໃຫ້ບໍ່ມີຄວາມໜ້າເຊື່ອຖື;ການບໍລິຫານຈັດການຂອງບາງສະຖາບັນການເງິນຍັງບໍ່ໄດ້ດີເທົ່າທີ່ຄວນເຮັດໃຫ້ເກີດການຂາດສະພາບຄ່ອງ,ບໍ່ສາມາດສົ່ງຄືນເງິນຝາກແລະດອກເບ້ຍໃຫ້ແກ່ລູກຄ້າຕາມທີ່ໄດ້ກຳນົດເວລາ;ບາງສະຖາບັນພັດມີພຶດຕິກຳແອບແຝງເພື່ອລະດົມເງິນຫຼືປ່ອຍສິນເຊື່ອເປັນເງິນຕາຕ່າງປະເທດເຊິ່ງຜິດກັບກົດໝາຍວ່າດ້ວຍການຄຸ້ມຄອງເງິນຕາຕ່າງປະເທດແລະເປັນການເຄື່ອນໄຫວເກີນຂອບເຂດທີ່ທຫລອະນຸຍາດ. 

ບັນຫາທັງໝົດນີ້ທຫລຈະເອົາໃຈໃສ່ຕິດຕາມຢ່າງໃກ້ຊິດເພື່ອແກ້ໄຂບັນຫາບົນພື້ນຖານລະບຽບຫຼັກການທີ່ກຳນົດໄວ້ແລະແກ້ໄຂໃຫ້ໄດ້ໃນປີ2019 ຫາກສະຖາບັນການເງິນໃດເຄື່ອນໄຫວນອກເໜືອຈາກຂອບເຂດທີ່ໄດ້ຮັບອະນຸຍາດຕ້ອງຖືກປະຕິບັດວິໄນຢ່າງເຂັ້ມງວດແລະເດັດຂາດ.

ການບໍລິຫານຈັດການຂອງບາງສະຖາບັນການເງິນຍັງບໍ່ໄດ້ດີເທົ່າທີ່ຄວນເຮັດໃຫ້ເກີດການຂາດສະພາບຄ່ອງ,ບໍ່ສາມາດສົ່ງຄືນເງິນຝາກແລະດອກເບ້ຍໃຫ້ແກ່ລູກຄ້າຕາມທີ່ໄດ້ກຳນົດເວລາ;ບາງສະຖາບັນພັດມີພຶດຕິກຳແອບແຝງເພື່ອລະດົມເງິນຫຼືປ່ອຍສິນເຊື່ອເປັນເງິນຕາຕ່າງປະເທດເຊິ່ງຜິດກັບກົດໝາຍວ່າດ້ວຍການຄຸ້ມຄອງເງິນຕາຕ່າງປະເທດແລະເປັນການເຄື່ອນໄຫວເກີນຂອບເຂດທີ່ທຫລອະນຸຍາດ. ບັນຫາທັງໝົດນີ້ທຫລຈະເອົາໃຈໃສ່ຕິດຕາມຢ່າງໃກ້ຊິດເພື່ອແກ້ໄຂບັນຫາບົນພື້ນຖານລະບຽບຫຼັກການທີ່ກຳນົດໄວ້ແລະແກ້ໄຂໃຫ້ໄດ້ໃນປີ2019 ຫາກສະຖາບັນການເງິນໃດເຄື່ອນໄຫວນອກເໜືອຈາກຂອບເຂດທີ່ໄດ້ຮັບອະນຸຍາດຕ້ອງຖືກປະຕິບັດວິໄນຢ່າງເຂັ້ມງວດແລະເດັດຂາດ.

ໃນໂອກາດດັ່ງກ່າວ ທ່ານ ອາລຸນ ບຸນຍົງ ຫົວໜ້າກົມຄຸ້ມຄອງສະຖາບັນການເງິນຍັງໄດ້ຮຽກຮ້ອງໃຫ້ສັງຄົມຮັບຊາບວ່າ: ທຫລບໍ່ໄດ້ອະນຸຍາດໃຫ້ສະຖາບັນການເງິນຈຸລະພາກໃດລະດົມເງິນຝາກຫຼືປ່ອຍກູ້ເປັນເງິນຕາຕ່າງປະເທດຢ່າງເດັດຂາດ. 

ດັ່ງນັ້ນ,ຈຶ່ງຂໍແຈ້ງໃຫ້ສັງຄົມຢ່າຫຼົງເຊື່ອຕໍ່ຄຳໂຄສະນາຂອງພວກຄົນບໍ່ດີຢ່າງເດັດຂາດແລະຖ້າພົບເຫັນພຶດຕິກຳດັ່ງກ່າວນີ້ຂໍໃຫ້ສົ່ງຂໍ້ມູນຫຼືແຈ້ງໂດຍດ່ວນມາຍັງກົມຄຸ້ມຄອງສະຖາບັນການເງິນທຫລຕາມເບີໂທລະສັບ021 265 712 ເພື່ອດໍາເນີນມາດຕະການຕໍ່ຜູ້ລະເມີດລະບຽບກົດໝາຍໄດ້ຢ່າງທັນການ.

ທີ່ມາ: https://laoedaily.com.la