ກອງປະຊຸມໃຫຍ່ສະມາຊິກຂອງສະມາຄົມການເງິນຈຸລະພາກລາວ (ສມກຈ) ຄັ້ງທີ 3 ໄດ້ຈັດຂຶ້ນໃນວັນທີ 25 ສິງຫາ 2023 ທີ່ ສູນຝຶກອົບຮົມສູນກາງແນວລາວສ້າງຊາດ. ຈັດຮ່ວມໂດຍ ທະນາຄານ ແຫ່ງ ສປປ ລາວ ແລະ ສະມາຄົມການເງິນຈຸລະພາກລາວ ໂດຍພາຍໃຕ້ການປະທານ ຂອງທ່ານ ພູຂົງ ຈັນທະຈັກ ຫົວໜ້າກົມຄຸ້ມຄອງສະຖາບັນການເງິນທີບໍ່ແມ່ນທະນາຄານ, ທະນາຄານແຫ່ງ ສປປ ລາວ.
ເຂົ້າຮ່ວມມີ ທ່ານ ນາງ ສົມມະໄລ ວົງຄຳຊາວ ຮອງຫົວໜ້າກົມຄຸ້ມຄອງສະຖາບັນການເງິນທີ່ບໍ່ແມ່ນທະນາຄານ, ຄະນະສະພາບໍລິຫານ ສມກຈ, ຄະນະທີ່ປຶກສາກິດຕິມະສັກ, ຄະນະອໍານວຍການ ສມກຈ ພ້ອມດ້ວຍ ສະມາຊິກ ສະມາຄົມ ເຂົ້າຮ່ວມທົ່ວປະເທດ ຈໍານວນ 93 ທ່ານ.
ໃນກອງປະຊຸມຄັ້ງນີ້; ທ່ານ ປະທານສະພາບໍລິຫານ ໄດ້ລາຍງານເຄື່ອນໄຫວວຽກງານ ຂອງ ສະມາຄົມ ໃນໄລຍະ 5 ປີຜ່ານມາ (2018-2023) ການລາຍງານໄດ້ຍົກໃຫ້ເຫັນ ຜົນສໍາເລັດ ແລະ ສີ່ງທ້າທາຍ ຕະຫຼອດໄລຍະການຂັບເຄື່ອນສະມາຄົມຈົນມາຮອດປັດຈຸບັນ ແລະ ພ້ອມນັ້ນທ່ານກໍ່ໄດ້ ເໜັ້ນໜັກ ກ່ຽວກັບ ວິໄສທັດ, ພາລະກິດ, ຍຸດທະສາດ ຂອງ ສະມາຄົມໃນອະນາຄົດ.
ແລະ ໃນກອງປະຊຸມໃນຄັ້ງນີ້ ຄະນະສະພາບໍລິຫານ ຍັງໄດ້ມອບໃບຍ້ອງຍໍໃຫ້ແກ່ ຄະນະກວດກາພາຍໃນ, ຄະນະທີ່ປຶກສາກິດຕິມະສັກ ໃນການປະກອບສ່ວນໃນວຽກງານຜ່ານມາ ກໍ່ຄືປະກອບສ່ວນ ໃນຂະແໜງການເງິນຈຸລະພາກ ໃນ ສປປ ລາວ ເວົ້າລວມ ເວົ້າສະເພາະ ກໍ່ຄື ສະມາຄົມການເງິນຈຸລະພາກລາວ ແລະ ມອບໃບຍ້ອງຍໍໃຫ້ແກ່ ອະດີດ ຜູ້ອຳນວຍການ ສມກຈ ທີ່ມີຜົນງານດີເດັ່ນໃນການຊີ້ນຳນຳພາປະກອບສ່ວນເຂົ້າໃນວຽກງານການເງິນຈຸລະພາກ ໂດຍສະເພາະ ສມກຈ ໄລຍະແຕ່ປີ 2013 ຫາ 2023; ຈາກນັ້ນ ກໍ່ມີການລົງຄະແນນສຽງປ່ອນບັດ ເລືອກຕັ້ງເອົາຄະນະ ສະພາບໍລິຫານງານສະມາຄົມ-ຄະນະກວດກາພາຍໃນສະມາຄົມຊຸດ ໃໝ່ ຊຶ່ງລ້ວນແຕ່ມີປະຊາທິປະໄຕ ແລະ ຜົນການເລືອກຕັ້ງໃນຄັ້ງນີ້ແມ່ນ ທ່ານ ສົມພອນ ສີແສງລັດ ເປັນປະທານສະພາບໍລິຫານ; ທ່ານນາງ ຈັນເພັງ ລີລາວົງ ເປັນຮອງປະທານ, ທ່ານ ສັນຕິ ອຸ່ສິດທິເດດ ເປັນຮອງປະທານ, ທ່ານ ອະລຸນໂນໄທ ສຸລິເມືອງຈັນ ແລະ ທ່ານ ສຸພົນ ລາຊະພົນ ເປັນຄະນະ ແລະ ຄະນະກວດກາພາຍໃນ ສະມາຄົມ ໄດ້ແກ່ ນາງ ແສງມະນີ ມະນີວົງ ປະທານ, ທ່ານ ນາງ ອີນປັນ ພົມມະທອງ ເປັນຮອງປະທານ ແລະ ທ່ານ ນາງ ສຸທານິນ ແສງອາລີ ເປັນຄະນະ.
ທ່ານ ປະທານກອງປະຊຸມ ໄດ້ຕີລາຄາສູງຕໍ່ຜົນການເຄື່ອນໄຫວວຽກງານຂອງ ສມກຈ ກໍຄືຄະນະສະພາບໍລິຫານ ຊຸດເກົ່າ ທີ່ມີຜົນງານໃນຫຼາຍດ້ານ ປະກອບສ່ວນເຂົ້າໃນແຜນພັດທະນາເສດຖະກິດຂອງຊາດ, ພ້ອມນັ້ນ ທ່ານຍັງໄດ້ຮຽກຮ້ອງໃຫ້ບັນດາ ສະມາຊິກ ສມກຈ ຈົ່ງສຶບຕໍ່ປະຕິບັດລະລະບຽບກົດໝາຍ, ແລະ ມີສະຕິລະວັງຕົວ ຕໍ່ການເຄື່ອນໄຫວຂອງກຸ່ມຄົນບໍ່ດີທີ່ແອບອ້າງການເງິນຈຸລະພາກໄປໃນທາງທີ່ບໍ່ຖືກຕ້ອງ; ນອກນີ້ ຕ້ອງສ້າງຄວາມເຂັ້ມແຂງໃຫ້ແກ່ວຽກງານການເງິນຈຸລະພາກສູງຂຶ້ນ ແລະ ຮັບໃຊ້ສັງຄົມໃຫ້ຖືກຕ້ອງຕາມລະບຽບກົດໝາຍ ແລະ ຍັງໄດ້ຊຸກຍູ້ໃຫ້ ສະມາຊິກ ສມກຈ ກະກຽມຄວາມພ້ອມເຂົ້າເປັນສະມາຊິກສູນຂໍ້ມູນຂ່າວສານ ແລະ ເປັນສະມາຊິກກອງທຶນປົກປ້ອງຜູ້ຝາກເງິນ ທັງນີ້ກໍ່ເພື່ອຜົນປະໂຫຍດຂອງສະຖາບັນການເງິນຂອງຕົນໃນຕໍ່ໜ້າ.











































