ໄລຍະຜ່ານມາປະຊາຊົນໄດ້ຮັບຄວາມເດືອດຮ້ອນຈາກການນຳເອົາເງິນໄປຝາກຕາມສະຖາບັນການເງິນຕ່າງໆຈົນເກີດມີການຮ້ອງຟ້ອງຂຶ້ນຫຼາຍຄະດີເພື່ອຄໍ້າປະກັນບໍ່ໃຫ້ເກີດບັນຫາຊ້ຳຊາກທະນາຄານແຫ່ງສປປລາວ( ທຫລ) ໄດ້ຢືນຢັນວ່າ: ຈະເອົາຜິດກັບທຸກສະຖາບັນການເງິນທີ່ເຄື່ອນໄຫວບໍ່ຖືກຕ້ອງເຊິ່ງຫາກພົບເຫັນແຈ້ງໂດຍດ່ວນມາຍັງກົມຄຸ້ມຄອງສະຖາບັນການເງິນເພື່ອດໍາເນີນມາດຕະການຕໍ່ຜູ້ລະເມີດລະບຽບກົດໝາຍໄດ້ຢ່າງທັນການ. ທ່ານອາລຸນບຸນຍົງຫົວໜ້າກົມຄຸ້ມຄອງສະຖາບັນການເງິນທະນາຄານ. ທ່ານອາລຸນບຸນຍົງຫົວໜ້າກົມຄຸ້ມຄອງສະຖາບັນການເງິນທະນາຄານແຫ່ງສປປລາວ( ທຫລ) ໄດ້ຢືນຢັນຕໍ່ຜູ້ສື່ຂ່າວ ທຫລ ໃນວັນທີ 6 ກຸມພາ 2019 ວ່າ: ໃນປີ2018 ກົມຄຸ້ມຄອງສະຖາບັນການເງິນໄດ້ຢຸດຕິຊົ່ວຄາວໃນການອອກອະນຸຍາດໃຫ້ສ້າງຕັ້ງສະຖາບັນການເງິນຈຸລະພາກຂຶ້ນໃໝ່ແຕ່ສະຖາບັນການເງິນຈຸລະພາກທີ່ໄດ້ຮັບອະນຸຍາດໃຫ້ເຄື່ອນໄຫວກ່ອນໜ້ານີ້ກໍມີຄວາມເຕີບໃຫຍ່ເຂັ້ມແຂງຂຶ້ນໃນຫຼາຍດ້ານ; ປັດຈຸບັນສະຖາບັນການເງິນຈຸລະພາກທີ່ຈົດທະບຽນຢູ່ພາຍໃຕ້ການຄຸ້ມຄອງຂອງກົມຄຸ້ມຄອງສະຖາບັນການເງິນມີທັງໝົດ 185 ແຫ່ງ. ໃນນີ້,ມີສະຖາບັນການເງິນຈຸລະພາກທີ່ຮັບເງິນຝາກ( ສກຈຮ) 20 ແຫ່ງ,ສະຖາບັນການເງິນຈຸລະພາກທີ່ບໍ່ຮັບເງິນຝາກ ( ສກຈບ) 77 ແຫ່ງ, ສະຫະກອນສິນເຊື່ອແລະເງິນຝາກປະຢັດ ( ສສງ) 27 ແຫ່ງ,ບໍລິສັດເຊົ່າສິນເຊື່ອ29 ແຫ່ງ,ໂຮງຊວດຈໍາ27 ແຫ່ງແລະບໍລິສັດໂອນເງິນດ່ວນ5 ແຫ່ງເຊິ່ງສະຖາບັນການເງິນຈຸລະພາກເຫຼົ່ານີ້ມີຊັບສິນໃນທ້າຍປີ2018 ຈຳນວນ 6.415 ຕື້ກີບທຽບໃສ່ປີ2017 ເພີ່ມຂຶ້ນ143,90%, ມີເງິນຝາກ […]